ວີຊານັກຮຽນ

ຢູ່ໃນໜ້ານີ້:


ຄຳຖາມທີ່ຖາມເປັນປະຈຳ

ສະພາບລວມ

ສະຫະລັດອາເມລິກາ ຍີນດີຕ້ອນຮັບພົນລະເມືອງຕ່າງປະເທດ ທີ່ມາສຶກສາຮ່ຳຮຽນທີ່ ສະຫະລັດອາເມລິກາ. ກ່ອນທີ່ຈະຍື່ນຂໍວີຊາ, ຜູ້ຍື່ນຂໍວີຊານັກຮຽນທຸກໆຄົນຕ້ອງຖືກຮັບ ແລະ ອະນຸມັດເຂົ້າສຶກສາ ໂດຍໂຮງຮຽນ ຫຼື ໂຄງການຕ່າງໆຂອງພວກເຂົາ. ເມື່ອຖືກຮັບເຂົ້າສຶກສາແລ້ວ, ສະຖາບັນການສືກສາຈະສະໜອງເອກະສານການອະນຸມັດທີ່ຈຳເປັນ ເພື່ອຍື່ນຂໍເອົາວິຊານັກຮຽນ.

ລາຍລະອຽດກ່ຽວກັບວີຊາ ແລະ ຄຸນວຸດທິ

ວີຊາປະເພດ F-1

ນີ້ແມ່ນວີຊານັກຮຽນປະເພດທົ່ວໄປ. ຖ້າທ່ານປະສົງທີ່ຈະເຂົ້າຮຽນຢູ່ສະຖາບັນການສືກສາຢູ່ ສະຫະລັດອາເມລິກາ ໃນໂຮງຮຽນທີ່ໄດ້ຮັບການຮັບຮອງເຊັ່ນ ວິທະຍາໄລ ຫຼື ມະຫາວິທະຍາໄລ, ໂຮງຮຽນມັດທະຍົມເອກະຊົນ ຫຼື ຫຼັກສູດພາສາອັງກິດທີ່ໄດ້ຮັບອະນຸມັດນັ້ນ, ທ່ານຕ້ອງການວີຊາປະເພດ F-1. ທ່ານຍັງຕ້ອງການວີຊາປະເພດ F-1 ຖ້າຫຼັກສູດການຮຽນຂອງທ່ານໃຊ້ເວລາາຍກ່ວາ 18 ຊົ່ວໂມງ ຕໍ່ ອາທິດ.

ວີຊາປະເພດ M-1

ຖ້າທ່ານມີແຜນຈະເຂົ້າຮຽນໃນໂຮງຮຽນວິຊາຊີບ ຫຼື ການຝຶກອົບຮົມໃນສະຖາບັນ ຢູ່ ສະຫະລັດອາເມລິການັ້ນ, ທ່ານຕ້ອງການວີຊາປະເພດ M-1.

ຂໍ້ມູນເພີ່ມເຕີມກ່ຽວກັບແຕ່ລະປະເພດວີຊາດັ່ງກ່າວ ແລະ ໂອກາດໃນການສືກສາຢູ່ ສະຫະລັດອາເມລິກາ ສາມາດອ່ານໄດ້ໃນ ເວັບໄຊ໌ ການສືກສາຂອງ ສະຫະລັດອາເມລິກາ.

ໂຮງຮຽນຂອງລັດຢູ່ ສະຫະລັດອາເມລິກາ

ກົດໝາຍຂອງ ສະຫະລັດອາເມລິກາ ບໍ່ອະນຸຍາດໃຫ້ນັກຮຽນຕ່າງປະເທດ ເຂົ້າໂຮງຮຽນປະຖົມຂອງລັດ (ອະນຸບານ ຫາ ເກຣດທີ່ 8) ຫຼື ຫຼັກສູດການສືກສາຂອງລັດ ສຳລັບຜູ້ໃຫຍ່. ດັ່ງນັ້ນ ຈຶ່ງບໍ່ສາມາດອອກວີຊາປະເພດ F-1 ສຳລັບການສຶກສາຢູ່ໂຮງຮຽນເານີ້.

ວີຊາປະເພດ F-1 ແມ່ນສາມາດອອກໃຫ້ກັບຜູ້ທີ່ຈະໄປຮຽນຢູ່ໂຮງຮຽນມັດທະຍົມຂອງລັດ (ເກຣດ 9 ຫາ 12), ແຕ່ວ່າ ນັກຮຽນຖືກຈຳກັດໃຫ້ຮຽນໄດ້ສູງສຸດ 12 ເດືອນ ຢູ່ໂຮງຮຽນດັ່ງກ່າວ. ໂຮງຮຽນຍັງຕ້ອງໄດ້ລະບຸໃນໃບຄຳຮ້ອງ I-20 ວ່ານັກຮຽນໄດ້ຈ່າຍເງິນການສຶກສາໂດຍບໍ່ມີຄ່າອຸດໜູນໃດໆ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ານົດດ້ານກົດໝາຍຂອງວີຊາປະເພດ F-1, ເຂົ້າໄປເວັບໄຊ໌ຂອງ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ.

ໝາຍເຫດ: ຜູ້ຖືວີຊາປະເພດ A, E, F-2, G, H-4, J-2, L-2, M-2 ຫຼື ວີຊາເຂົ້າເມືອງຊົ່ວຄາວທີ່ກ່ຽວຂ້ອງ ສາມາດລົງທະບຽນເຂົ້າຮຽນຢູ່ໂຮງຮຽນປະຖົມ ແລະ ມັດທະຍົມຂອງລັດ.

ຊ່ວຍເຫຼືອນັກຮຽນ, ການຊອກຫາໂຮງຮຽນຢູ່ ສະຫະລັດອາເມລິກາ

ນັກຮຽນຜູ້ທີ່ສົນໃຈລົງທະບຽນເຂົ້າຮຽນຢູ່ສະຖາບັນການສືກສາໃນ ສະຫະລັດອາເມລິກາ ຄວນຕິດຕໍ່ ແລະ ເຂົ້າໄປເວັບໄຊ໌ (LINK TO EDUCATION PROGRAM).

ຂໍ້ມູນກ່ຽວກັບການຍື່ນຂໍວີຊາ

ເພື່ອຍື່ນຂໍວີຊາປະເພດ F ຫຼື M, ທ່ານຕ້ອງຍື່ນເອກະສານດັ່ງຕໍ່ໄປນີ້

ນອກຈາກຂໍ້ມູນຂ້າງເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດສຳພາດທີ່ຢັ້ງຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍເຈົ້າໜ້າກົງສຸນໃນການຕັດສິນກ່ຽວກັບໃບຄຳຮ້ອງຍື່ນຂໍວີຊາຂອງທ່ານ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ປະກອບໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລັກໂຕຣນິກ (DS-160).

ຂັ້ນຕອນທີ 2

ຊຳລະຄ່າທຳນຽມການຍື່ນຂໍວີຊາ.

ຂັ້ນຕອນທີ 3

ກໍານົດເວລານັດໝາຍສຳພາດໃນເວັບໄຊ໌ນີ້. ທ່ານຕ້ອງສະໜອງຂໍ້ມູນຕໍ່ໄປນີ້ເພື່ອນັດໝາຍສຳພາດຂອງທ່ານ:

  • ໝາຍເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກທີດັ່ງກ່າວ.)
  • ເລກບາໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບຄຳຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4

ໄປທີ່ສະຖານທູດ ຫຼື ກົງສຸນຂອງ ສະຫະລັດອາເມລິກາ ໃນວັນທີ ແລະ ເວລາ ທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.

ເອກະສານສະໜັບສະໜູນ

ເອກະສານປະກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່ກົງສຸນຈະພິຈາລະນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວກັບການຍື່ນຂໍວີຊາຂອງທ່ານ, ເຈົ້າໜ້າທີ່ກົງສູນຈະເບິ່ງໃບຄຳຮ້ອງຂອງແຕ່ລະຄົນ ແລະ ພິຈາລະນາປັດໃຈດ້ານວິຊາຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິຈາລະນາວັດຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.

ລະວັງ: ບໍ່ໃຫ້ຍື່ນເອກະສານປອມ. ການຫຼອກລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່ໃຫ້ທ່ານສາມາດຂໍວີຊາອີກໃນຕໍ່ໜ໊າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງທ່ານ, ທ່ານຄວາມນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລີກາ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.

ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ:

  • ເອກະສານທາງການເງິນ, ສັງຄົມ ແລະ ຄອບຄົວທີ່ສະແດງຄວາມສຳພັນແໜ້ນແຟ້ນກັບປະເທດຊາດຂອງທ່ານ ຊຶ່ງຈະດຶງດູດໃຫ້ທ່ານກັບຄືນສູ່ປະເທດພາຍຫຼັງໂຄງການການສຶກສາຢູ່ ສະຫະລັດອາເມລິກາ ສິ້ນສຸດລົງ.
  • ເອກະສານດ້ານການເງິນ ແລະ ເອກະສານອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍໃນການຂໍວີຊາຂອງທ່ານ ແລະ ເປັນຫຼັກຖານທີ່ໜ້າເຊື່ອຖືໄດ້ວ່າທ່ານມີເງິນພຽງສຳລັບຄ່າໃຊ້ຈ່າຍທັງໝົດພາຍໃນປີທຳອິດຂອງການສຶກສາ ແລະ ທ່ານມີເງິນພຽງພໍ່ສຳລັບຄ່າໃຊ້ຈ່າຍທັງໝົດໃນໄລຍະທີ່ທ່ານອາໄສຢູ່ ສະຫະລັດອາເມລິກາ. ຜູ້ຍື່ນຂໍວີຊາປະເພດ M-1 ຕ້ອງສະແດງໃຫ້ເຫັນເຖິງຄວາມສາມາດຈ່າຍຄ່າຮຽນ ແລະ ຄ່າຄອງຊີບ ຕະຫຼອດໄລຍະເວລາທີ່ຮຽນຢູ່.
  • ສຳເນົາເອກະສານບັນຊີເງິນຝາກທະນາຄານຈະຖືກປະຕິເສດ ເວັ້ນເສຍແຕ່ ທ່ານສາມາດສະແດງ ເອກະສານບັນຊີເງິນຝາກທະນາຄານ ຫຼື ປື້ມບັນຊືທະນາຄານສະບັບຕົ້ນ.
  • ຖ້າທ່ານໄດ້ຮັບການສະໜັບດ້ານການເງິນຈາກຜູ້ອື່ນ, ຈົ່ງນຳເອົາຫຼັກຖານກ່ຽວກັບສາຍພົວພັນຂອງທ່ານກັບຜູ້ສະໜັບສະໜູນ (ເຊັ່ນ ໃບລາຍເກີດ), ເອກະສານແຈ້ງພາສີຫຼ້າສຸດສະບັບຕົ້ນ ແລະ ປື້ມບັນຊີທະນາຄານ ແລະ/ຫຼື ໃບຢັ້ງຢືນເງິນຝາກມີກໍານົດຂອງຜູ້ສະໜັບສະໜູນ.
  • ເອກະສານດ້ານການສຶກສາທີ່ສະແດງວ່າທ່ານມີການກະກຽມດ້ານການສຶກສາ. ເອກະສານທີ່ເປັນຂໍ້ມູນປະກອບລວມທັງໃບຄະແນນຈາກໂຮງຮຽນ (ສະບັບຕົ້ນຈະດີກ່ວາ) ພ້ອມດ້ວຍຄະແນນ, ໃບຮັບຮອງການສອບເສັງ (ລະດັບ A, ອື່ນໆ), ຄະແນນການສອບເສັງມາດຕະຖານ (SAT, TOEFL, ອື່ນໆ) ແລະ ໃບປະກາດຕ່າງໆ.

ຜູ້ຕິດຕາມ

ຄູ່ສົມລົດ ແລະ/ຫຼື ລູກອາຍຸຕ່ຳກ່ວາ 21 ປີ ຊຶ່ງຍັງບໍ່ແຕ່ງງານ ທີ່ປະສົງທີ່ຈະຕິດຕາມ ຫຼື ໄປນຳຜູ້ຖືວີຊາຫຼັກ ຕະຫຼອດໄລຍະເວລາການຢູ່ ສະຫະລັດອາເມລິນັ້ນ ຕ້ອງຍືນຂໍວີຊາທີ່ກ່ຽວຂ້ອງປະເພດ F ຫຼື M. ສຳລັບຜູ້ປົກຄອງຂອງຜູ້ທີ່ຖືກວີຊາປະເພດ F ຫຼື M ແມ່ນບໍ່ມີວີຊາທີ່ກ່ຽວຂ້ອງໃຫ້.

ສະມາຊິກຄອບຄົວທີ່ບໍ່ປະສົງຢູ່ ສະຫະລັດອາເມລິການຳຜູ້ຖືວີຊາຫຼັກ ແຕ່ປະສົງໄປຢ້ຽມຢາມຍໃນເວລາພັກເທົ່ານັ້ນ ສາມາດຍື່ນຂໍວີຊາຜູ້ຢ້ຽມຢາມ (B-2).

ຄູ່ສົມລົດ ແລະ ຜູ້ຕິດຕາມບໍ່ສາມາດເຮັດວຽກຢູ່ ສະຫະລັດອາເມລິກາ ພາຍໃຕ້ວີຊາແຍກປະເພດ F ຫຼື M. ຖ້າຄູ່ສົມລົດ/ລູກຂອງທ່ານຊອກຫາວຽກເຮັດ, ຄູ່ສົມລົດຕ້ອງຂໍວີຊາທີ່ເໝາະສົມ.

ເອກະສານປະກອບສຳລັບຜູ້ຕິດຕາມ

ຜູ້ຍື່ນຂໍວີຊາທີ່ມີຜູ້ຕິດຕາມຕ້ອງສະໜອງຂໍ້ມູນຕໍ່ໄປນີ້:

  • ຫຼັກຖານຢັ້ງຢືນສາຍສຳພັນຂອງນັກຮຽນກັບຄູ່ສົມລົດ ແລະ/ຫຼື ລູກ (ຕົວຢ່າງ ໃບຢັ້ງຢືນການແຕ່ງງານ ແລະ ໃບຢັ້ງຢືນລາຍເກີດ)
  • ຈະເປັນການດີຖ້າຄອບຄົວຍື່ນຂໍວີຊາໃນເວລາດຽວກັນ, ແຕ່ຖ້າວ່າຄູ່ສົມລົດ ແລະ/ຫຼື ລູກຕ້ອງຍື່ນໃນພາຍຫຼັງ, ພວກເຂົາຄວນນຳເອົາສຳເນົາໜັງສືເດີນທາງ ແລະ ວີຊາຂອງຜູ້ທີ່ຖືວີຊານັກຮຽນນັ້ນໄປນຳ ພ້ອມກັບເອກະສານອື່ນໆທີ່ຈຳເປັນທັງໝົດ.

ຂໍ້ມູນອື່ນໆ

ການຝຶກອົບຮົມພາກປະຕິບັດຕົວຈິງທີ່ເລືອກໄດ້ (OPT)

ຜູ້ຖືວີຊາປະເພດ F-1 ສາມາດຮ່ວມການຝຶກອົບຮົມພາກປະຕິບັດຕົວຈິງທີ່ເລືອກໄດ້ເປັນເວລາເຖິງ 12 ເດືອນ ພາຍຫຼັງທີ່ສຳເລັດຫຼັກສູດການຮຽນທັງໝົດ (ບໍ່ລວມເຖິງການຂຽນວິທະຍານິພົນ ຫຼື ທຽບເທົ່າ), ຫຼື ພາຍຫຼັງສຳເລັດເງື່ອນໄຂຂອງການຮຽນຈົບທັງໝົດ. OPT ແມ່ນແຍກອອກຈາກການສືກສາໃນລະບົບຂອງນັກຮຽນ, ແລະ ເວລາໃນການເຂົ້າຮ່ວມ OPT ຈະບໍ່ໄດ້ບັນທຶກ ຫຼື ນັບເຂົ້າກັບຫຼັກສູດການສືກສາໃນລະບົບຂອງນັກຮຽນ ຫຼື ໃນວັນທີ່ສຳເລັດການສືກສາ. ນັກຮຽນທີ່ຍື່ນຂໍວີຊາປະເພດ F ເພື່ອເຂົ້າຮ່ວມ OPT ສາມາດສະແດງໃບຄຳຮ້ອງ I-20 ກັບວັນທີ່ສິ້ນສຸດການຮຽນເດີມທີ່ຖືກຮັບຮອງແລ້ວ. ເຖິງແນວໃດກໍ່ຕາມ, ເຈົ້າໜ້າທີ່ໂຮງຮຽນຕ້ອງອະທິບາຍໃນ ໃບຄຳຮ້ອງ I-20 ໂດຍສະທ້ອນໃຫ້ເຫັນເຖິງການອະນຸມັດຫຼັກສູດ OPT ຊຶ່ງ ເປັນຫຼັກສູດການຮຽນເພີ່ມເຕີມພາຍຫຼັງສຳເລັດຫຼັກສູດການຮຽນປົກກະຕິ. ນອກຈາກນັ້ນ, ນັກຮຽນຕ້ອງມີຫຼັກຖານວ່າ USCIS ໄດ້ອະນຸມັດຫຼັກສູດການຝຶກອົບຮົມພາກປະຕິບັດຕົວຈິງຂອງພວກເຂົາ ຫຼື ມີໃບຄຳຮ້ອງຍື່ນທີ່ຍັງຄ້າງເພື່ອການອະນຸມັດຢູ່, , ບໍ່ວ່າຈະເປັນໃນຮູບແບບ ຂອງບັດອະນຸຍາດເຮັດວຽກ ຫຼື ໃບຄຳຮ້ອງ I-797 ທີ່ສະແດງໃຫ້ເຫັນວ່າຜູ່ກ່ຽວໄດ້ຍື່ນໃບຄຳຮ້ອງເພື່ອຮ່ວມ OPT ທີ່ຍັງຄ້າງເພື່ອການອະນຸມັດຢູ່.

ອາຍຸການນຳໃຊ້ວີຊານັກສຶກສາພາຍຫຼັງຢຸດພັກການສຶກສາ

ນັກສຶກສາທີ່ບໍ່ໄດ້ເຂົ້າຮຽນເປັນເວລາຫຼາຍກ່ວາຫ້າເດືອນສາມາດຍື່ນຂໍວີຊານັກສຶກສາ F-1 ຫຼື M-1 ໃໝ່ເພື່ອກັບໄປສຶກສາຕໍ່ພາຍຫຼັງເດີນທາງມາຈາກ/ຕ່າງປະເທດ, ຕາມຄຳອະທິບາຍຂ້າງລຸ່ມນີ້.

ນັກສຶກສາທີ່ເດີນທາງພາຍໃນ ສາຫະລັດອາເມລິກາ

ພາຍໃຕ້ກົດໝາຍວ່າດ້ວຍຄົນເຂົ້າເມືອງ, ນັກສຶກສາ (F-1 or M-1) ສາມາດສູນເສຍສະຖານະວີຊາຂອງຕົນຖ້າພວກເຂົາບໍ່ກັບໄປຮຽນພາຍໃນຫ້າເດືອນນັບຈາກວັນ ທີ່ໄດ້ຍົກຍ້າຍໂຮງຮຽນ ຫຼື ຄະນະຮຽນ. ຖ້ານັກສຶກສູນເສຍສະຖານະວີຊາດັ່ງກ່າວ, ເວັ້ນເສຍແຕ່ USCIS ຈະຄືນສະຖານະດັ່ງກ່າວໃຫ້, ວີຊາປະເພດ F ຫຼື M ຈະບໍ່ສາມາດນຳໃຊ້ໄດ້ອີກສຳລັບເດີນທາງກັບຄືນເຂົ້າ ສະຫາລັດອາເມລິກາ ໃນອະນາຄົດ. ສຳລັບຂໍ້ມູນເພີ່ມເຕີມ, ເບິ່ງທີ່ເວັບໄຊ໌ຂອງ USCIS ແລະ ຄໍາແນະນໍາກ່ຽວກັບການຂໍຕໍ່ ອາຍຸ/ປ່ຽນສະຖານະໃບຄຳຮ້ອງຂໍວີຊາຄົຍເຂົ້າເມືອງຊົ່ວຄາວ I-539 ເພື່ອຮຽກຮ້ອງສະຖານະຄືນ.

ນັັກສຶກສາ - ເດີນທາງຈາກຕ່າງປະເທດກັບຄືນສູ່ ສະຫາລັດອາເມລິກາ.

ນັກສຶກສາທີ່ເດີນທາງອອກຈາກ ສະຫາລັດອາເມລິກາ ເພື່ອຢຸດພັກການສຶກສາ ຫ້າເດືອນ ຫຼື ດົນກ່ວານັ້ນ ສາມາດເສຍສະຖານະວີຊາປະເພດ F-1 ຫຼື M-1 ຂອງຕົນ ເວັ້ນເສຍແຕ່ ກິດຈະກຳຢູ່ຕ່າງປະເທດນັ້ນກ່ຽວຂອງກັບຫຼັກສູດການສຶກສາຂອງພວກເຂົາ. ຖ້າມີຂໍ້ຂ້ອງໃຈ, ກ່ອນການເດີນທາງ, ນັກສຶກສາອາດຈະສອບຖາມກັບພະນັກງານທີ່ໂຮງຮຽນ ວ່າກິດຈະກຳດັ່ງກ່າວກ່ຽວຂ້ອງກັບຫຼັກສູດການສຶກສາຂອງຕົນ ຫຼື ບໍ່.

ເມື່ອເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງໜ່ວຍງານພາສີ ແລະ ຮັກສາຄວາມປອດໄພຊາຍແດນ (CBP) ຢູ່ດ່ານຂາເຂົ້າໄດ້ຮັບການແຈ້ງວີຊາປະເພດ F-1 ຫຼື M-1 ທີ່ໃຊ້ແລ້ວ ແລະ ຍັງບໍ່ໝົດອາຍຸເທື່ອ ຈາກນັກສຶກສາທີ່ໄດ້ເດີນທາງອອກຈາກ ສະຫາລັດອາເມລິກາ ແລະ ຫລຸດພົ້ນຈາກສະຖານະນັກສຶກສາດົນກ່ວາຫ້າເດືອນ, ເຈົ້າໜ້າທີ່ກວດກາຄົນເຂົ້າເມືອງ CBP ສາມາດປະຕິເສດການ ບໍ່ໃຫ້ນັກສຶກສາຂົ້າປະເທດ ຍ້ອນຜູ້ກ່ຽວບໍ່ມີວີຊາຄົນເຂົ້າເມືອງຊົ່ວຄາວທີ່ໃຊ້ບໍ່ໄດ້. CBP ສາມາດຍົກເລີກວີຊາຫຼັງຈາກອະນຸຍາດໃຫ້ນັກສຶກສາຖອນໃບສະໝັກຂໍເຂົ້າຮຽນ. ສະນັ້ນ, ນັກສຶກສາຕ້ອງເອົາໃຈໃສ່ຍື່ນຂໍວີຊາໃໝ່ຈາກສະຖານທູດ ສະຫາລັດອາເມລິກາ ຫຼື ກົງສຸນຢູ່ຕ່າງປະເທດກ່ອນເດີນທາງມາ ສະຫາລັດອາເມລິກາ ເພື່ອກັບໄປຮຽນຄືນ, ຫຼັງຈາກທີ່ພັກການຮຽນດ້ວຍເຫດຜົນທີ່ບໍ່ກ່ຽວຂ້ອງກັບຫຼັກສູດການຮຽນຂອງຕົນ ເປັນເວລາດົນກ່ວາຫ້າເດືອນ.