ວີຊາພະນັກງານຮັບໃຊ້
ຢູ່ໃນໜ້ານີ້:
- ສະພາບລວມ
- ຄຸນວຸດທິ
- ຕິດຕາມຜູ້ຖືວີຊາຄົນເຂົ້າເມືອງຊົ່ວຄາວ
- ຕິດຕາມພົນລະເມືອງ ສະຫະລັດອາເມລິກາ
- ຕິດຕາມຜູ້ຢູ່ອາໄສຖາວອນໃນ ສະຫະລັດອາເມລິກາ ຢ່າງຖືກຕ້ອງຕາມກົດໝາຍ
- ຂໍ້ກຳນົດຕາມສັນຍາຂອງຜູ້ຖືວີຊາປະເພດ B-1
- ຕິດຕາມຜູ້ຖືວີຊາປະເພດ A-1, A-2, ຫຼື G-1 - G-4 ວີຊາ (ວີຊາປະເພດ A-3 ຫຼື G-5)
- ຂໍ້ກຳນົດຕາມສັນຍາຂອງຜູ້ຖືວີຊາປະເພດ A-3/G-5
- ຂໍ້ມູນກ່ຽວກັບການຍື່ນຂໍວີຊາ
- ວິທີການຍື່ນຂໍສະໝັກ
- ເອກະສານສະໜັບສະໜູນ
- ຂໍ້ມູນເພີ່ມເຕີມ
ສະພາບລວມ
ພະນັກງານຮັບໃຊ້ສ່ວນຕົວ ຫຼື ພະນັກງານຮັບໃຊ້ທີ່ໄປກັບ ຫຼື ຕິດຕາມນາຍຈ້າງໄປຍັ່ງ ສະຫະລັດອາເມລິກາ ມີສິດໄດ້ຮັບວີຊາປະເພດ B-1. ໝວດພະນັກງານຮັບໃຊ້ນີ້ປະກອບດ້ວຍ, ແຕ່ບໍ່ຈຳກັດ, ຜູ້ແຕ່ງອາຫານ, ຜູ້ກຳກັບຄົນຮັບໃຊ້, ຄົນຂັບລົດ, ແມ່ບ້ານ, ຜູ້ຊ່ວຍນາຍຜູ້ຊາຍ, ຄົນຍາມປະຕູ, ເອື້ອຍລ້ຽງເດັກ, ຜູ້ຊ່ວຍແມ່, ຄົນສວນ ແລະ ສະຫາຍທີ່ໄດ້ຮັບຄ່າຈ້າງ.
ຜູ້ທີ່ໄປພ້ອມກັບ ຫຼື ຕິດຕາມນາຍຈ້າງຜູ້ທີ່ເປັນນັກການທູດ ຫຼື ລັດຖະກອນຢູ່ຕ່າງປະເທດ ອາດມີສິດໄດ້ຮັບວີຊາປະເພດ A-3 ຫຼື G-5, ໂດຍຂຶ້ນກັບສະຖານະພາບວີຊາຂອງນາຍຈ້າງຕົນ.
ຄຸນວຸດທິ
ຖ້າທ່ານເປັນພະນັກງານຮັບໃຊ້ ແລະ ປະສົງຍື່ນຂໍວີຊາປະເພດ B-1, ທ່ານຕ້ອງສະແດງໃຫ້ເຫັນວ່າ:
- ຈຸດປະສົງທີ່ທ່ານເດີນທາງເຂົ້າ ສະຫະລັດອາເມລິກາ ແມ່ນເພື່ອເຮັດວຽກເປັນພະນັກງານຮັບໃຊ້
- ທ່ານມີແຜນອາໃສຢູ່ ສະຫະລັດອາເມລິກາ ໃນໄລຍະເວລາສະເພາະ ແລະ ຈຳກັດ.
- ນາຍຈ້າງຂອງທ່ານມີຄຸນນະສົມບັດທີ່ເໝາະສົມ
- ທ່ານມີຫຼັກຖານສະແດງຄວາມຜູກມັດທາງເສດຖະກິດ ແລະ ສັງຄົມທີ່ຕ່າງປະເທດ
- ທ່ານມີທີ່ຢູ່ອາໄສຢູ່ນອກ ສະຫະລັດອາເມລິກາ ແລະ ມີຂໍ້ຜູກມັດອື່ນໆທີ່ຈະຮັບປະກັນວ່າທ່ານຈະເດີນທາງກັບຕ່າງປະເທດພາຍຫຼັງ ສັນຍາຈ້າງຂອງທ່ານໄດ້ສິ້ນສຸດລົງ.
ຕິດຕາມຜູ້ຖືວີຊາຄົນເຂົ້າເມືອງຊົ່ວຄາວ
ຖ້າທ່ານເປັນພະນັກງານຮັບໃຊ້ ແລະ ປະສົງໄປພ້ອມກັບ ຫຼື ຕິດຕາມນາຍຈ້າງທີ່່ບໍ່ໄດ້ຖືສັນ ຊາດ ອາເມລິກາ ຫຼື ເປັນພົນລະເມືອງຖາວອນຕາມກົດໝາຍ, ແລະ ກຳລັງຂໍ ຫຼື ອາໃສຢູ່ ສະຫະລັດອາເມລິກາ ແລ້ວໂດຍຖືວີຊາປະເພດ B, E, F, H, I, J, L, M, O, P, Q, ຫຼື R ນັ້ນ, ທ່ານອາດມີສິດໄດ້ຮັບວີຊາປະເພດ B-1 ຖ້າວ່າ:
- ອີງຕາມການຢັ້ງຢືນໂດຍຜູ້ຈ້າງງານທີ່ຜ່ານມາຂອງທ່ານ, ທ່ານມີປະສົບການໃນການເປັນພະນັກງານຮັບໃຊ້ສ່ວນຕົວ ຫຼື ພະນັກງານຮັບໃຊ້ຢ່າງຕ່ຳໜຶ່ງປີ.
- ທ່ານຖືກຈ້າງໂດຍນາຍຈ້າງຂອງທ່ານຢູ່ນອກ ສະຫະລັດອາເມລິກາ ຢ່າງຕ່ຳໜຶ່ງປີກ່ອນວັນທີ່ນາຍຈ້າງຂອງທ່ານເດີນທາງເຂົ້າສູ່ ສະຫະລັດອາເມລິກາ, ຫຼື
- ຄວາມສຳພັນແບບນາຍຈ້າງ-ລູກຈ້າງໄດ້ເລີ່ມຕົ້ນກ່ອນທີ່ນາຍຈ້າງຂອງທ່ານໄດ້ຍື່ນຂໍວີຊາ, ແລະ ນາຍຈ້າງຂອງທ່ານ ສາມາດສະແດງໃຫ້ເຫັນວ່າຜູ້ກ່ຽວໄດ້ຈ້າງພະນັກງານຮັບໃຊ້ (ບໍ່ວ່າຕະຫຼອດປີ ຫຼື ບາງຄັ້ງຄາວ) ເປັນເວລາຫຼາຍປີກ່ອນທີ່ໄດ້ຍື່ນໃບຄຳຮ້ອງຂໍວີຊາ.
- ທ່ານຈະບໍ່ເຮັດວຽກອື່ນ, ແລະ ຈະມີຫ້ອງນອນ, ບ່ອນຢູ່ໂດຍບໍ່ເສຍຄ່າ ແລະ ປີ້ຍົນໄປກັບ ຈາກນາຍຈ້າງຂອງທ່ານ ຕາມທີ່ກຳນົດໃນເງື່ອນໄຂຂອງສັນຍາວ່າຈ້າງ
ຕິດຕາມພົນລະເມືອງ ສະຫະລັດອາເມລິກາ
ຖ້າທ່ານເປັນພະນັກງານຮັບໃຊ້ ແລະ ປະສົງທີ່ຈະຕິດຕາມ ຫຼື ເດີນທາງໄປພ້ອມກັບນາຍຈ້າງທີ່ຖືສັນຊາດ ອາເມລິກາທີ່ອາໃສຢູ່ ສະຫະລັດອາເມລິກາ ນັ້ນ, ທ່ານອາດມີສິດໄດ້ຮັບວີຊາປະເພດ B-1 ຖ້າຕາມປົກກະຕິນາຍຈ້າງຂອງທ່ານອາໃສຢູ່ນອກ ສະຫະລັດອາເມລິກາ ແລະ ເດີນທາງເຂົ້າປະເທດຊົ່ວຄາວ ຫຼື ນາຍຈ້າງຂອງທ່ານຕ້ອງປ່ຽນບ່ອນເຮັດວຽກຢູ່ຕ່າງປະເທດເລື້ອຍໆ ຢ່າງຕ່ຳບ່ອນລະສອງປີ ຫຼື ຫຼາຍກ່ວານັ້ນ ແລະ ຕາມເງື່ອນໄຂການວ່າຈ້າງ, ທ່ານຈະຕ້ອງອາໃສໃນ ສະຫະລັດອາເມລິກາ ບໍ່ເກີນສີ່ປີ.
ນອກຈາກນັ້ນ:
- ທ່ານຕ້ອງມີຄວາມສຳພັນແບບນາຍຈ້າງ-ລູກຈ້າງ ເປັນເວລາຢ່າງຕ່ຳ 6 ເດືອນກ່ອນທີ່ນາຍຈ້າງຂອງທ່ານເດີນທາງເຂົ້າສູ່ ສະຫະລັດອາເມລິກາ ຫຼື ອີກທາງເລືອກໜຶ່ງ ແມ່ນວ່ານາຍຈ້າງຂອງທ່ານໄດ້ມີການວ່າຈ້າງພະນັກງານຮັບໃຊ້ໃນລັກສະນະດຽວກັນນີ້ໃນໄລຍະເວລາທີ່ຕົນອາໃສຢູ່ຕ່າງປະເທດ.
- ອີງຕາມການຢັ້ງຢືນໂດຍຜູ້ຈ້າງງານທີ່ຜ່ານມາຂອງທ່ານ, ທ່ານມີປະສົບການໃນການເປັນພະນັກງານຮັບໃຊ້ສ່ວນຕົວ ຫຼື ພະນັກງານຮັບໃຊ້ຢ່າງຕ່ຳໜຶ່ງປີ.
- ທ່ານຈະບໍ່ເຮັດວຽກອື່ນ, ແລະ ຈະມີຫ້ອງນອນ, ບ່ອນຢູ່ໂດຍບໍ່ເສຍຄ່າ ແລະ ປີ້ຍົນໄປກັບ ຈາກນາຍຈ້າງຂອງທ່ານ ຕາມທີ່ກຳນົດໃນເງື່ອນໄຂຂອງສັນຍາວ່າຈ້າງ
ໝາຍເຫດ: ທ່ານບໍ່ມີິສິດ້ຮັບວີຊາປະເພດ B-1 ຖ້ານາຍຈ້າງທີ່ຖືສັນຊາດອາເມລິກາ ຂອງທ່ານຈະອາໃສຢູ່ ອາເມລິກາ ຢ່າງຖາວອນ, ເຖິງແມ່ນວ່າທ່ານໄດ້ຖືກວ່າຈ້າງໂດຍຜູ້ກ່ຽວຢູ່ຕ່າງປະເທດມາກ່ອນໜ່ານີ້ກໍຕາມ.
ຕິດຕາມຜູ້ຢູ່ອາໄສຖາວອນໃນ ສະຫະລັດອາເມລິກາ ຢ່າງຖືກຕ້ອງຕາມກົດໝາຍ
ຜູ້ອາໄສຖາວອນໃນ ສະຫະລັດອາເມລິກາ ຢ່າງຖືກຕ້ອງຕາມກົດໝາຍ (ຜູ້ຖືບັດຂຽວ) ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳພະນັກງານຮັບໃຊ້ເຂົ້າ ສະຫະລັດອາເມລິກາ ພາຍໃຕ້ ວີຊາປະເພດ B-1 ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ.
ຂໍ້ກຳນົດຕາມສັນຍາຂອງຜູ້ຖືວີຊາປະເພດ B-1
ໃນນາມພະນັກງານຮັບໃຊ້ທີ່ຍື່ນຂໍວີຊາປະເພດ B-1, ທ່ານຕ້ອງສະເໜີສັນຍາວ່າຈ້າງ ທີ່ເຊັນຮັບຮອງໂດຍທ່ານ ແລະ ນາຍຈ້າງ ລວມທັງ:
- ລາຍລະອຽດກ່ຽວກັບໜ້າທີ່ຮັບຜິດຊອລຂອງທ່ານຢູ່ ສະຫະລັດອາເມລິກາ
- ຈຳນວນຊົ່ວໂມງທີ່ທ່ານຈະເຮັດວຽກຕໍ່ອາທິດ
- ຈຳນວນວັນພັກເທດສະການ, ພັກຜ່ອນ ແລະ ພັກເຈັບປ່ວຍຕໍ່ປີ
- ວັນພັກປົກກະຕິຕໍ່ອາທິດ
- ອັດຕາຄ່າແຮງງານ ເຊິ່ງຕ້ອງເປັນອັດຕາທີ່ສູງກວ່າ ຫຼື ອັດຕາຄ່າແຮງຂັ້ນຕ່ຳສຸດ ພາຍໃຕ້ກົດໝາຍຂອງລັດຖະບານກາງ (ແລ້ວແຕ່ອັດຕາໃດທີ່ສູງກວ່າກັນ) ໃນລັດທີ່ທ່ານຖືກວ່າຈ້າງ ຕະຫຼອດການເຮັດວຽກຂອງທ່ານ. ທ່ານສາມາດເບິ່ງອັດຕາຄ່າແຮງຂັ້ນຕ່ຳສຸດໃນ ສະຫະລັດອາເມລິກາ ໃນເວັບໄຊ໌ນີ້ ແລະ ອັດຕາຄ່າແຮງງານທີ່ເປັນມາດຕະຖານໃນເວັບໄຊ໌ນີ້.
- ໃບຢັ້ງຢືນວ່າທ່ານຈະມີຫ້ອງນອນ ແລະ ບ່ອນຢູ່ໂດຍບໍ່ເສຍຄ່າໃດໆ
- ໃບຢັ້ງຢືນວ່ານາຍຈ້າງຂອງທ່ານບຈະບໍ່ປ່ອຍໃຫ້ທ່ານກາຍເປັນພາລະຂອງລັດຖະບານໃນໄລຍະການເຮັດວຽກໃຫ້ກັບນາຍຈ້າງຂອງທ່ານ
- ໃບຢັ້ງຢືນວ່າທ່ານຈະບໍ່ຮັບເຮັດວຽກອື່ນໃນໄລຍະການຮັດວຽກໃຫ້ກັບນາຍຈ້າງຂອງທ່ານ
- ໃບຢັ້ງຢືນວ່ານາຍຈ້າງຂອງທ່ານຈະບໍ່ກັກໜັງສືເດີນທາງຂອງທ່ານ
- ໃບຢັ້ງຢືນວ່າທັງສອງຝ່າຍເຂົ້າໃຈວ່າທ່ານບໍ່ສາມາດຖືກບັງຄັບໃຫ້ຢູ່ທີ່ສະຖານທີ່ເຮັດວຽກເກີນໂມງໂດຍບໍ່ມີຄ່າຕອບແທນ
- ໃບຢັ້ງຢືນວ່ານາຍຈ້າງຂອງທ່ານຈະຈ່າຍຄ່າເດີນທາງເບື້ອງຕົ້ນ ມາຍັ່ງ ສະຫະລັດອາເມລິກາ ແລະ ຄ່າເດີນທາງຕິດຕາມນາຍຈ້າງຂອງທ່ານໄປຍັງປະເທດອື່ນໆ ຫຼື ຄ່າເດີນທາງກັບຄືນສູ່ປະເທດຂອງທ່ານພາຍຫຼັງການສິ້ນສຸດສັນຍາວ່າຈ້າງ.
ຕິດຕາມຜູ້ຖືວີຊາປະເພດ A-1, A-2, ຫຼື G-1 - G-4 ວີຊາ (ວີຊາປະເພດ A-3 ຫຼື G-5)
ຖ້າທ່ານເປັນຜູ້ເບິ່ງແຍງ, ຮັບໃຊ້ ຫຼື ພະນັກງານສ່ວນຕົວຂອງຜູ້ທີ່ຖືວີຊາໝວດ A-1 ຫຼື A-2 ຫຼື G-1 ເຖິງ G-4, ທ່ານມີສິດໄດ້ຮັບ ວີຊາໝວດ A-3 ຫຼື G-5. ທ່ານຕ້ອງສະແດງວ່າທ່ານເໝາະສົມໄດ້ຮັບວີຊາໝວດ A-3 ຫຼື G-5 (ເຊັ່ນ ຈົດໝາຍອ້າງອີງຈາກນາຍຈ້າງທີ່ຜ່ານມາຂອງທ່ານ, ຫຼັກຖານການວ່າຈ້າງງານໃນຂະແໜງການນັ້ນໃນໄລຍະຜ່ານມາ ແລະ ອື່ນໆ). ເຈົ້າໜ້າທີ່ກົງສຸນຕ້ອງເຫັນ ແລະ ຍອມຮັບ ສະຖານະທາງການຂອງນາຍຈ້າງ ແລະ ວັດຖຸປະສົງຂອງທັງສອງຝ່າຍທີ່ຈະເຂົ້າຮ່ວມ (ແລະ ຮັກສາ) ຄວາມສຳພັນແບບນາຍຈ້າງ-ລູກຈ້າງ. ນອກຈາກນີ້, ພະນັກງານຮັບໃຊ້ຂອງນັກການທູດ (A3) ແລະ ພະນັກງານຂອງອົງການຈັດຕັ້ງສາກົນ (G5) ຕ້ອງໄດ້ລົງທະບຽນກັບ ກັບກະຊວງການຕ່າງປະເທດ ຜ່ານລະບົບຄຸ້ມຄອງຂໍ້ມູນຂອງພະນັກງານຕ່າງປະເທດ (TOMIS) ກ່ອນທີ່ຕົນຈະຍື່ນຂໍວີຊາ. ສຳລັບຂໍ້ມູນກ່ຽວກັບການລົງທະບຽນຜ່ານ TOMIS ກະລຸນາຕິດຕໍ່ກະຊວງການຕ່າງປະເທດທີ່ຫ້ອງການວຽກງານພະນັກງານຕ່າງປະເທດ.
ຜູ້ຍື່ນຂໍວີຊາປະເພດ A-3 ແລະ G-5 ຕ້ອງຖືກສຳພາດໂດຍເຈົ້າໜ້າທີ່ກົງສຸນ. ພວກເຂົາຕ້ອງດຳເນີນຕາມຂັ້ນຕອນການຍື່ນຂໍວີຊາທົ່ວໄປໂດຍຍົກເວັ້ນໜຶ່ງຂໍ້: ຜູ້ຍື່ນຂໍວີຊາປະເພດ A-3 ແລະ G-5 ບໍ່ຕ້ອງຈ່າຍຄ່າທຳນຽມຍື່ນຂໍວີຊາ.
ເຈົ້າໜ້າທີ່ກົງສຸນຈະຕ້ອງພໍໃຈກັບອັດຕາຄ່າແຮງງານຂອງຜູ້ຍື່ນຂໍວີຊາປະເພດ A-3 ແລະ G-5 ວ່າມັນຢູ່ໃນລະດັບທີ່ຍຸດຕິທຳສຳລັບຂະແໜງການທີ່ກ່ຽວຂ້ອງ ແລະ ພຽງພໍສຳລັບຄ່າໃຊ້ຈ່າຍໆຕ່າງໆເພື່ອຫຼີກເວັ້ນ ການເປັນພາລະໃຫ້ກັບລັດຖະບານ ຊຶ່ງເປັນຄວາມກັງວົນຂອງຄົນສ່ວນໃຫຍ່. ຜູ້ຍື່ນຂໍວີຊາແຕ່ລະປະເພດຕ້ອງຄັດຕິດສັນຍາວ່າຈ້າງທີ່ເຊັນຮັບຮອງໂດຍນາຍຈ້າງ ແລະ ລູກຈ້າງ.
ຂໍ້ກຳນົດຕາມສັນຍາຂອງຜູ້ຖືວີຊາປະເພດ A-3/G-5
ໃນນາມພະນັກງານຮັບໃຊ້ທີ່ຍື່ນຂໍວີຊາປະເພດ A-3 ຫຼື G-5, ທ່ານຕ້ອງສະເໜີສັນຍາວ່າຈ້າງ ທີ່ເຊັນຮັບຮອງໂດຍທ່ານ ແລະ ນາຍຈ້າງ ລວມທັງ:
- ໃບຄ້ຳປະກັນວ່າທ່ານຈະໄດ້ຮັບຄ່າແຮງງານເທົ່າກັບຄ່າແຮງຂັ້ນຕ່ຳຂອງລັດ ຫຼື ລັດຖະບານກາງ ຫຼື ສູງກວ່ານັ້ນ, ແລ້ວແຕ່ວ່າອັດຕາໃດທີ່ສູງກ່ວາກັນ. ທ່ານສາມາດເບິ່ງອັດຕາຄ່າແຮງຂັ້ນຕ່ຳສຸດໃນ ສະຫະລັດອາເມລິກາ ໃນເວັບໄຊ໌ນີ້ ແລະ ອັດຕາຄ່າແຮງງານທີ່ເປັນມາດຕະຖານໃນເວັບໄຊ໌ນີ້.
- ໃບຢັ້ງຢືນວ່າຫຼັງຈາກ 90 ວັນທຳອິດຂອງການວ່າຈ້າງ, ຄ່າແຮງທັງໝົດແມ່ນຕ້ອງຈ່າຍທາງແຊັກ ຫຼື ໂອນຜ່ານບັນຊີທະນາຄານ. ນາຍຈ້າງ ຫຼື ສະມາຊິກຄອບຄົວຂອງນາຍຈ້າງ ບໍ່ສາມາດເຂົ້າເຖິງບັນຊີທະນາຄານຂອງທ່ານໄດ້.
- ອີງຕາມການປະຕິບັດສ່ວນໃຫຍ່, ເມື່ອນາຍຈ້າງຂອງທ່ານເປັນນັກການທູດຕ່າງປະເທດ, ພະນັກງານຮັບໃຊ້ທີ່ອາໃສຢູ່ນຳ ຈະໄດ້ເພີ່ມເຕີມຈາກເງິນເດືອນແມ່ນຫ້ອງນອນ ແລະ ບ່ອນຢູ່ໂດຍບໍ່ເສຍຄ່າໃດໆ.
- ຄຳໝັ້ນສັນຍາຈາກທ່ານວ່າຈະບໍ່ຮັບເຮັດວຽກອື່ນໆ ໃນໄລຍະການເຮັດວຽກໃຫ້ກັບນາຍຈ້າງຂອງທ່ານ
- ຄຳໝັ້ນສັນຍາຈາກນາຍຈ້າງຂອງທ່ານ ວ່າຈະບໍ່ກັກໜັງສືເດີນທາງຂອງທ່ານ ແລະ ໃບຢັ້ງຢືນວ່າທັງສອງຝ່າຍເຂົ້າໃຈວ່າທ່ານບໍ່ສາມາດຖືກບັງຄັບໃຫ້ຢຢູ່ທີ່ສະຖານທີ່ເຮັດວຽກເກີນໂມງໂດຍບໍ່ມີຄ່າຕອບແທນ.
- ສັນຍານີ້ມີຄວາມສຳຄັນຍິ່ງ ເພາະມັນວາງຂອບຊຶ່ງທ່ານສາມາດຮຽກຮ້ອງ ສິດດ້ານການວ່າຈ້າງງານ ຫຼື ໃນການປົກປ້ອງສິດທິມະນຸດໃຫ້ແກ່ຕົນເອງໄດ້. ໃບຢັ້ງຢືນວ່ານາຍຈ້າງຂອງທ່ານຈະຈ່າຍຄ່າເດີນທາງເບື້ອງຕົ້ນ ມາຍັ່ງ ສະຫະລັດອາເມລິກາ ແລະ ຄ່າເດີນທາງຕິດຕາມນາຍຈ້າງຂອງທ່ານໄປຍັງປະເທດອື່ນໆ ຫຼື ຄ່າເດີນທາງກັບຄືນສູ່ປະເທດຂອງທ່ານພາຍຫຼັງການສິ້ນສຸດສັນຍາວ່າຈ້າງ.
ຂໍ້ມູນກ່ຽວກັບການຍື່ນຂໍວີຊາ
ໃນການຍື່ນຂໍວີຊາປະເພດ B-1, A-3 ຫຼື G-5, ທ່ານຕ້ອງຍື່ນເອກະສານດັ່ງຕໍ່ໄປນີ້:
- ໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລັກໂຕຣນິກ (DS-160). ເຂົ້າໄປທີ່່ໜ້າເວັບໄຊ໌ DS-160 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໃບຄຳຮ້ອງ DS-160.
- ໜັງສືເດີນທາງທີ່ຖືກຕ້ອງສຳລັບເດີນທາງໄປ ສະຫະລັດອາເມລິກາ ເຊິ່ງມີອາຍຸການໃຊ້ງານຢ່າງຕ່ຳຫົກເດືອນເກີນໄລຍະເວລາທີ່ທ່ານຕັ້ງໃຈຈະພັກອາໃສຢູ່ໃນ ສະຫະລັດອາເມລິກາ (ເວັ້ນເສຍແຕ່ມີຂໍ້ຕົກລົງສະເພາະລະຫວ່າງປະເທດທີ່ສະໜອງການຍົກເວັ້ນ). ຖ້າໜັງສືເດີນທາງຂອງທ່ານມີຜູ້ຕິດຕາມຫຼາຍກວ່າໜຶ່ງຄົນ, ແຕ່ລະຄົນນັ້ນຕ້ອງຍື່ນຂໍວີຊາຂອງຕົນເອງ.
- ຮູບ 2"x2" (5cmx5cm) ໜຶ່ງ (1) ໃບ ທີ່ໄດ້ຖ່າຍພາຍໃນຫົກເດືອນ. ໜ້າເວັບໄຊ໌ນີ້ ມີຂໍ້ມູນກ່ຽວກັບຮູບແບບຂອງຮູບພາບທີ່ຖືກຕ້ອງ.
- ສຳລັບຜູ້ຍື່ນຂໍວີຊາປະເພດ B-1 ເທົ່ານັ້ນ: ໃບຮັບເງິນທີ່ສະແດງການຊຳລະຄ່າທຳນຽມການດຳເນີນວີຊາ ຈຳນວນ 160 ໂດລາສະຫະລັດ ເປັນສະກຸນເງິນທ້ອງຖິ່ນ ຊຶ່ງຈະບໍ່ມີການສົ່ງເງິນຄືນ. ໜ້າເວັບໄຊ໌ນີ້ ມີຂໍ້ມູນເພີ່ມເຕີມກ່ຽວກັບການຊຳລະຄ່າທຳນຽມດັ່ງກ່າວ. ຖ້າມິການອອກວິຊາ, ອາດຈະມີການເກັບຄ່າທຳນຽມການອອກວີຊາຕາມ ຫຼັກຕອບສະໜອງຊຶ່ງກັນ ແລະ ກັນ ໂດຍອີງຕາມສັນຊາດຂອງທ່ານ. ເວັບໄຊ໌ຂອງ ກະຊວງການຕ່າງປະເທດສາມາດສະໜອງຂໍ້ມູນ ວ່າທ່ານຈະຕ້ອງຊຳລະຄ່າທຳນຽມອອກວີຊາຕາມ ຫຼັກຕອບສະໜອງຊຶ່ງກັນ ແລະ ກັນ ຫຼື ບໍ່ ແລະ ໃນຈຳນວນເທົ່າໃດ.
- ສຳເນົາວີຊາຂອງນາຍຈ້າງ ຫຼື ວິທີການອື່ນໆທີ່ພວກເຂົາໃຊ້ໃນການເດີນທາງເຂົ້າສູ່ ສະຫະລັດອາເມລິກາ (ເຊັ່ນໜັງສືເດີນທາງທີ່ໄດ້ຮັບການຍົກເວັ້ນວີຊາ ຫຼື ໜັງສືເດີນທາງ ສະຫະລັດອາເມລິກາ)
- ສັນຍາຈ້າງງານ, ເຊັນຮັບຮອງໂດຍທ່ານ ແລະ ນາຍຈ້າງຂອງທ່ານ, ເຊິ່ງສອດຄ່ອງກັບຂໍ້ກຳນົດທັງໝົດທີ່ລະບຸຂ້າງເທິງ
- ສຳລັບຜູ້ຍື່ນຂໍວີຊາປະເພດ A-3 ແລະ G-5 ເທົ່ານັ້ນ: ໜັງສືລັດຖະການ ທີ່ຢັ້ງຢືນສະຖານະ ການຈ້າງງານຂອງຜູ້ຖືກຈ້າງ, ວັນທີເດີນທາງ, ຈຸດປະສົງຂອງການເດີນທາງ ແລະ ໄລຍະການອາໃສຢູ່ ສະຫະລັດອາເມລິກາ. ໜັງສືລັດຖະການ ຕ້ອງລະບຸຊື່ພະນັກງານ ແລະ ຕຳແໜ່ງ ຫຼື ສະຖານະທາງການຂອງນາຍຈ້າງ. ໜັງສືດັ່ງກ່າວຍັງຕ້ອງລະບຸ ວັນທີເດີນທາງ, ຈຸດປະສົງຂອງການເດີນທາງ ແລະ ໄລຍະອາໃສຢູ່ ສະຫະລັດອາເມລິກາ. ຜູ້ຍື່ນຂໍວີຊາປະເພດ A-3 ແລະ G-5 ບໍ່ຈຳເປັນຕ້ອງຈ່າຍຄ່າທຳນຽມການຍື່ນຂໍວີຊາ.
ນອກຈາກຂໍ້ມູນຂ້າງເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດສຳພາດທີ່ຢັ້ງຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍເຈົ້າໜ້າກົງສຸນໃນການຕັດສິນກ່ຽວກັບໃບຄຳຮ້ອງຍື່ນຂໍວີຊາຂອງທ່ານ.
ວິທີການຍື່ນຂໍສະໝັກ
ຂັ້ນຕອນທີ 1
ປະກອບໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລັກໂຕຣນິກ (DS-160).
ຂັ້ນຕອນທີ 2
ຂັ້ນຕອນທີ 3
ກໍານົດເວລານັດໝາຍສຳພາດໃນເວັບໄຊ໌ນີ້. ທ່ານຕ້ອງສະໜອງຂໍ້ມູນຕໍ່ໄປນີ້ເພື່ອນັດໝາຍສຳພາດຂອງທ່ານ:
- ໝາຍເລກໜັງສືເດີນທາງ
- ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກທີດັ່ງກ່າວ.)
- ເລກບາໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບຄຳຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4
ໄປທີ່ສະຖານທູດ ຫຼື ກົງສຸນສະຫະລັດອາເມລິກາໃນວັນທີ ແລະ ເວລາທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.
ເອກະສານສະໜັບສະໜູນ
ເອກະສານປະກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່ກົງສຸນຈະພິຈາລະນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວກັບການຍື່ນຂໍວີຊາຂອງທ່ານ, ເຈົ້າໜ້າທີ່ກົງສູນຈະເບິ່ງໃບຄຳຮ້ອງຂອງແຕ່ລະຄົນ ແລະ ພິຈາລະນາປັດໃຈດ້ານວິຊາຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິຈາລະນາວັດຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.
ລະວັງ: ບໍ່ໃຫ້ຍື່ນເອກະສານປອມ. ການຫຼອກລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່ໃຫ້ທ່ານສາມາດຂໍວີຊາອີກໃນຕໍ່ໜ໊າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງທ່ານ, ທ່ານຄວາມນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລີກາ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.
ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ:
- ຫຼັກຖານສະແດງຄວາມສາມາດໃນການຈ່າຍຄ່າແຮງຕາມທີ່ໄດ້ສັນຍາໄວ້ຂອງນາຍຈ້າງທ່ານ. ໝາຍເຫດ: ຖ້າທ່ານຍື່ນຂໍວີຊາປະເພດ A-3 ຫຼື G-5, ເງື່ອນໄຂດັ່ງກ່າວແມ່ນປະຕິບັດສະເພາະກໍລະນີ ທີ່ນາຍຈ້າງມີຕຳແໜ່ງທາງການທູດ ເປັນທີ່ປຶກສາ ຫຼື ຕຳແໜ່ງທີ່ຕ່ຳກ່ວານັ້ນ.
- ຫຼັກຖານສະແດງວ່າທ່ານຈະຢູ່ ສະຫະລັດອາເມລິກາຊົ່ວຄາວ.
- ໄປທີ່ເວັບໄຊ໌ຂອງ ຂອງກະຊວງການຕ່າງປະເທດສຳລັບຂໍ້ມູນເພີ່ມເຕີມ.
ຂໍ້ມູນເພີ່ມເຕີມ
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວີຊາປະເພດA-3, B-1, ແລະ G-5, ເຂົ້າໄປທີ່ເວັບໄຊ໌ຂອງກະຊວງການຕ່າງປະເທດ.