ຕິດຕໍ່ພວກເຮົາ
ຢູ່ໃນໜ້ານີ້:
- ໂມງເຮັດວຽກ
- ກວດສອບສະຖານະວີຊາຂອງທ່ານ
- ກວດສອບສະຖານະເອກະສານເດີນທາງຂອງທ່ານ
- ຂໍ້ມູນຕິດຕໍ່
- ແຈ້ງການ ການກະທຳສໍ້ໂກງ
ໂມງເຮັດວຽກ
ຜູ້ໃຫ້ບໍລິການລູກຄ້າທີ່ເວົ້າພາສາອັງກິດ, ລາວ ແລະ ມົ້ງ ພ້ອມທີ່ຈະຊ່ວຍທ່ານ ຕັ້ງ 8:00 ໂມງເຊົ້າ ຫາ 4:00 ໂມງແລງ ສຸນບໍລິການລູກຄ້າປິດໃຫ້ບໍລິການໃນວັນພັກທ້າຍອາທິດ ແລະ ວັນພັກແຫ່ງຊາດລາວ, ຕາມກົງສູນ ສະຫະລັດອາເມລິກາ.
- ສົນທະນາແບບໂດຍກົງ: ທ່ານຕ້ອງການນໍາໃຊ້ໂປຣແກຣມ Chrome, Firefox, Safari ຫຼື Opera. ເພື່ອສົນທະນາກັບຕົວແທນບໍລິການລູກຄ້າ, ທ່ານກະລຸນາຄລິກທີ່ "ສົນທະນາແບບໂດຍກົງ" ດັ່ງລຸ່ມນີ້, ຫຼັງຈາກນັ້ນ ທ່ານຕ້ອງການໃສ່ຂໍ້ມູນຕາມການແນະນໍາຈາກລະບົບ ແລະຄລິກໃສ່ໄອຄອນ “ການສົນທະນາ”. ຂໍ້ມູນດັ່ງກ່າວຈະຖືກລົບອອກຈາກລະບົບ ແລະຮັກສາເປັນຄວາມລັບ. ເພື່ອອໍານວຍການສະດວກໃຫ້ແກ່ການບໍລິການຂອງພວກເຮົາ, ພວກເຮົາຈະນໍາໃຊ້ session cookie. ພວກເຮົານໍາໃຊ້ session cookie (ວິທີເກັບກໍາຂໍ້ມູນແບບຊົ່ວຄາວ) ເປັນວິທີຊ່ວຍເຫຼືອໃນການດໍາເນີນການບໍລິຫານຂອງພວກເຮົາ. ທ່ານຕ້ອງຕົກລົງເຫັນດີກັບ session cookies ຈຶ່ງສາມາດນໍາໃຊ້ບໍລິການດັ່ງກ່າວ.
ກວດສອບສະຖານະວີຊາຂອງທ່ານ
ທ່ານສາມາດກວດສອບສະຖານະການຍື່ນຂໍວີຊາຂອງທ່ານໄດ້ຕະຫຼອດເວລາໃນເວັບໄຊ໌ນີ້.
ກວດສອບສະຖານະເອກະສານເດີນທາງຂອງທ່ານ
ໄດ້ຜົນທັນທີ: ປ້ອນໝາຍເລກໜັງສືເດີນທາງຂອງທ່ານເພື່ອຕິດຕາມສະຖານະ.
ອີເມວ: ສົ່ງອີເມວໄປທີ່ passportstatus@ustraveldocs.com ແລະ ໃນແຖວຫົວຂໍ້ ຫຼື ແຖວເນື້ອໃນ ແມ່ນໃຫ້ຕື່ມ ຕົວເລກໜັງສືເດີນທາງທີ່ນຳໃຊ້ໄດ້ ຕາມທີ່ໄດ້ຕື່ມໃນເວລາທີ່ກໍານົດນັດໝາຍສໍາພາດ.
ຂໍ້ມູນຕິດຕໍ່
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຍື່ນຂໍວີຊາຂອງທ່ານ ຫຼື ຂໍ້ມູນເພີ່ມເຕີມກ່ຽວກັບຂໍວີຊາ ເພື່ອເດີນທາງໄປ ສະຫະລັດອາເມລິກາ, ກະລຸນາຕິດຕໍ່ພວກເຮົາຜ່ານວິທີການຕໍ່ໄປນີ້: ຜູ້ຕາງໜ້າທີ່ສູນສອບຖາມສາມາດຊ່ວຍທ່ານທາງອີເມວ, ໂທລະສັບ ຫຼື ແຊັດ.
ອີເມວ: ເພື່ອຕິດຕໍ່ຜູ້ຕາງໜ້າທີ່ສູນບໍລິການລູກຄ້າທາງອີເມວ, ກະລຸນາຂຽນເຖິງ support-laos@ustraveldocs.com.
ໂທລະສັບ: ກະລູນາຕິດຕໍ່ຜູ້ຕາງໜ້າທີ່ສູນບໍລິການລູກຄ້າໂດຍໃຊ້ໜຶ່ງໃນເລກໂທລະສັບຂ້າງລຸ່ມນີ້:
- ໂທໃນປະເທດລາວ: ໂທ +85621255500.
- ໂທໃນ ສະຫະລັດອາເມລິກາ ໂທ +17036657347.
- ຄລິກເພື່ອສົນທະນາ: ທ່ານສາມາດຕິດຕໍ່ຫາພວກເຮົາໂດຍກົງຜ່ານໂປຣແກຣມທ່ອງເວັບຈາກອຸປະກອນໃດໜຶ່ງຂອງທ່ານ. ການບໍລິການນີ້ແມ່ນນໍາໃຊ້ອີນເຕີເນັດ ແລະທ່ານຈະບໍ່ຕ້ອງເສຍຄ່າທໍານຽມ.
ການປະຊຸມການເຊື່ອມຕໍ່ແມ່ນຮັກສາຄວາມປອດໄພ ແລະຖືກເຂົ້າເປັນລະຫັັດ. ທ່ານກະລຸນານໍາໃຊ້ໂປຣແກຣມ Chrome, Firefox, Safari ຫຼື Opera ເພື່ອເປັນໂປຣແກຣມທ່ອງເວັບຂອງທ່ານ. ເພື່ອເລີ່ມຕົ້ນການສົນທະນາ, ທ່ານກະລຸນາຄລິກໃສ່ໄອຄອນ "ຄລິກເພື່ອສົນທະນາ" ຄືດັ່ງລຸ່ມນີ້, ຫຼັງຈາກນັ້ນ ປ້ອນຂໍ້ມູນຕາມການແນະນໍາຈາກລະບົບ ແລະຄລິກໃສ່ໄອຄອນໂທລະສັບ. ທ່ານກະລຸນາກວດສອບໃຫ້ແນ່ໃຈວ່າ ເຄື່ອງສຽງໃນໂທລະສັບຂອງທ່ານໄດ້ຮັບການເຊື່ອມຕໍ່ເຂົ້າກັນຫຼື ສາມາດເຊື່ອມຕໍ່ເຂົ້າກັນກັບ ໄມໂຄຣໂຟນ ແລະລຳໂພງ.
ທ່ານສາມາດນໍາໃຊ້ພຽງແຕ່ ການບັທທຶກສຽງ ແລະສົ່ງຂໍ້ຄວາມເປັນສຽງເທົ່ານັ້ນ. ຂໍ້ມູນທີ່ທ່ານປຶກສາກັບພວກເຮົາຈະຖືກຮັກສາເປັນຄວາມລັບ. ຂໍ້ມູນດັ່ງກ່າວຈະຖືກລົບອອກຈາກລະບົບຢ່າງທັນທີ່ ຫຼັງຈາກທີ່ທ່ານປິດແອບ. ພວກເຮົາກໍ່ບໍ່ໄດ້ເຂົ້າຫາ Webcam ຂອງທ່ານ! ພວກເຮົານໍາໃຊ້ session cookie (ວິທີເກັບກໍາຂໍ້ມູນແບບຊົ່ວຄາວ)ເປັນວິທີຊ່ວຍເຫຼືອໃນການດໍາເນີນການບໍລິຫານຂອງພວກເຮົາ. ທ່ານຕ້ອງຕົກລົງເຫັນດີກັບ session cookies ຈຶ່ງສາມາດນໍາໃຊ້ບໍລິການດັ່ງກ່າວໄດ້.
ແຈ້ງການ ການກະທຳສໍ້ໂກງ
ກະລຸນາຕິດຕໍ່ພວກເຮົາດ່ວນຜ່ານອີເມວfraud@ustraveldocs.comຖ້າທ່ານຮູ້ກ່ຽວກັບການກະທຳໃດໜຶ່ງທີ່ເປັນໜ້າສົງໃສບັນດາກໍລະນີຈ່າຍຄ່າທຳນຽມທີ່ບໍ່ຈຳເປັນ,ຫຼືຖ້າຫາກທ່ານພົບກໍລະນີສໍ້ໂກງໃນໄລຍະທີ່ເຮັດວີຊາຂອງທ່ານບັນຫານີ້ອາດຈະປະກອບມີບັນດາກການກະທຳຄືການ ຊຳລະຄ່າທຳນຽມວີຊາຂອງທ່ານ,ການນັດສຳພາດຫຼືການຮັບໜັງສືຜ່ານແດນຂອງທ່ານຈາກກົງສຸນ