ຕິດຕາມໜັງສືຜ່ານແດນຂອງຂ້ອຍ/ຈຸດຮັບໜັງສືຜ່ານແດນວີຊາ

ຢູ່ໃນໜ້ານີ້:


ສະພາບລວມ

ຫຼັງຈາກການສຳພາດຂໍວີຊາຂອງທ່ານ, ທ່ານຈະໄດ້ຮັບການແຈ້ງບອກວ່າ ການຂໍວີຊາຂອງທ່ານໄດ້ຮັບອະນຸມັດ, ຖືກປະຕິເສດ ຫຼື ຕ້ອງການມີການດຳເນີນການດ້ານການບໍລິຫານ. ຖ້າວີຊາຂອງທ່ານໄດ້ຮັບອະນຸມັດ, ທ່ານກໍ່ສາມາດໄປຮັບເອົາວີຊາ ແລະ ໜັງສືຜ່ານແດນຂອງທ່ານໃນວັນເຮັດວຽກຖັດໄປ ແຕ່ເວລາ 3:00 ໂມງ ຫາ 3:30 ໂມງແລງເທົ່ານັ້ນ. ຖ້າການຂໍວີຊາຕ້ອງການມີການດຳເນີນການດ້ານການບໍລິຫານ, ທ່ານຈະຖືກບອກໃຫ້ກວດເບິ່ງສະຖານະວີຊາຂອງທ່ານຈາກເວັບໄຊຂອງພວກເຮົາ. ຖ້າການຂໍວີຊາຂອງທ່ານຖືກປະຕິເສດ, ໜັງສືຜ່ານແດນຈະຖືກສົ່ງຄືນໃຫ້ທ່ານຫຼັງຈາກການສໍາພາດຂໍວີຊາ.

ກວດເບິ່ງສະຖານະວີຊາຂອງທ່ານ

ທ່ານສາມາດກວດເບິ່ງສະຖານະຄໍາຮ້ອງຂໍວີຊາຂອງທ່ານໄດ້ທຸກເວລາຢູ່ເວັບໄຊນີ້: https://ceac.state.gov/ceac/  ກະລຸນາລໍຖ້າ ຢ່າງນ້ອຍສາມວັນເຮັດວຽກຫຼັງຈາກການສຳພາດຂໍວີຊາຂອງທ່ານ ເພື່ອກວດເບິ່ງສະຖານະຄໍາຮ້ອງຂໍວີຊາຂອງທ່ານ. ບາໂຄດຄໍາຮ້ອງຂໍວີຊາທີ່ປະກົດຢູ່ເທິງເວັບໄຊນີ້ ໝາຍຄວາມວ່າຄຳຮ້ອງຂໍວີຊາໄດ້ສໍາເລັດສົມບູນແລ້ວ ແລະ ພວກເຮົາພ້ອມຮັບເອົາໜັງສືຜ່ານແດນເພື່ອດຳເນີນການອອກວີຊາ. ເວລາສົ່ງໜັງສືຜ່ານແດນແມ່ນວັນອາທິດຫາວັນພະຫັດ ແຕ່ 8:00 ໂມງ ຫາ 10:00 ໂມງເຊົ້າເທົ່ານັ້ນ. ບາໂຄດຄຳຮ້ອງຂໍວີຊາທີ່ບໍ່ປະກົດເທົິງເວັບໄຊນີ້ ໝາຍຄວາມວ່າ ຄຳຮ້ອງນັ້ນຍັງບໍ່ທັນສຳເລັດເທື່ອ ແລະ ຍັງຕ້ອງການເວລາເພື່ອເຮັດໃຫ້ສຳເລັດ.

ເວັບໄຊນີ້ມີການອັບເດດຂໍ້ມູນໃນທຸກໆວັນເຮັດວຽກ ເມື່ອພວກເຮົາໄດ້ຮັບຂໍ້ມູນ.

ເອກະສານທີ່ຈໍາເປັນສຳລັບການມາຮັບເອົາໜັງສືຜ່ານແດນ

ເພື່ອມາຮັບເອົາໜັງສືຜ່ານແດນຂອງທ່ານ ທ່ານຕ້ອງສະແດງປີ້ສີຂາວສະບັບຕົ້ນຂອງທ່ານ ທີ່ທ່ານໄດ້ຮັບໃນມື້ເຮັດການສຳພາດຕາມການນັດໝາຍຂອງທ່ານ. ປີ້ນີ້ສາມາດສະແດງໂດຍຜູ້ຂໍວີຊາເອງ ຫຼື ຜູ້ຕາງໜ້າໃດໜຶ່ງ ໃນວັນເຮັດວຽກຖັດໄປເພື່ອຮັບເອົາໜັງສືຜ່ານແດນ. ຖ້າປີ້ນີ້ເສຍ, ຜູ້ຂໍວີຊາເອງຈະມາຮັບເອົາໜັງສືຜ່ານແດນຂອງຕົນ ຫຼື ອາດຈະສົ່ງໃຜຜູ້ໜຶ່ງມາຮັບແທນພ້ອມກັບບັດປະຈໍາຕົວທີ່ມີຮູບຂອງຜູ້ຂໍວີຊາທີ່ລັດຖະບານອອກໃຫ້.