ຈອງການນັດສຳພາດຂອງທ່ານ

ຢູ່ໃນໜ້ານີ້:


ສະພາບລວມ

ໂດຍທົ່ວໄປ, ພົນລະເມືອງຂອງຕ່າງປະເທດທີ່ປະສົງຈະເດີນທາງເຂົ້າປະເທດສະຫະລັດອາເມລິກາ ຈະຕ້ອງຂໍວີຊາກ່ອນລ່ວງໜ້າ, ບໍ່ວ່າຈະເປັນວີຊາຄົນເຂົ້າເມືອງຊົ່ວຄາວສຳລັບຢູ່ອາໄສຊົ່ວຄາວ ຫຼືວີຊາຄົນເຂົ້າເມືອງຖາວອນສຳລັບຢູ່ອາໄສຖາວອນ. ພົນລະເມືອງຂອງປະເທດພາຍໃຕ້ ໂຄງ​ການ​ຍົກເວັ້ນວີຊາສາມາດຢ້ຽມຢາມ ສະຫະລັດອາເມລິກາ ໄດ້ໂດຍບໍ່ຈໍາເປັນຕ້ອງມີວີຊາ. ຖ້າທ່ານບໍ່ໄດ້ຮັບການຮັບຮອງພາຍໃຕ້ໂຄງການຍົກເວັ້ນວີຊາ ຫຼືເດີນທາງເພື່ອໄປສຶກສາຕໍ່, ເຮັດວຽກ ຫຼື ເຂົ້າຮ່ວມໂຄງການແລກປ່ຽນ, ທ່ານຕ້ອງຍື່ນວີຊາຄົນເຂົ້າເມືອງຊົ່ວຄາວ.

ຜູ້ຍື່ນໃບຄຳຮ້ອງຂໍວີຊາຈະຕ້ອງໄປປະກົດຕົວເພື່ອການສຳພາດວີຊາທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາ​ເມ​ລິ​ກາ. ທ່ານຈະຕ້ອງກໍານົດນັດໝາຍສໍາພາດຂອງ​ທ່ານຜ່ານເວັບໄຊ໌ນີ້ ຫຼື ຜ່ານສູນສອບຖາມຂໍ້ມູນ.

sectionເອກະສານສະໜັບສະໜູນ

ໃນການນັດໝາຍສໍາພາດສຳລັບວີຊາເຂົ້າເມືອງຊົ່ວຄາວ, ທ່ານຈະຕ້ອງສະ​ໜອງຂໍ້ມູນ ແລະ ເອກະສານຕໍ່ໄປນີ້:

  • ຜູ້ທີ່ເດີນທາງເຂົ້າ ສະຫະລັດອາເມລິກາ ຕ້ອງມີໜັງສືເດີນທາງທີ່ມີອາຍຸການນຳໃຊ້ຫົກເດືອນຫຼັງຈາກໄລຍະເວ​ລາ​ທີ່​ຕົນ​ມີ​ແຜນອາໃສຢູ່ສະຫະລັດອາເມລິກາ ເວັ້ນ​ເສຍ​ແຕ່ ໄດ້ຮັບຂໍ້ຕົກລົງສະເພາະປະເທດ​ທີ່​ໃຫ້​ການ​ຍົກ​ເວັ້ນ​ຕໍ່​ເງື່ອນ​ໄຂ​ດັ່ງ​ກ່າວ. ຖ້າໜັງສືເດີນທາງຂອງທ່ານມີຜູ້ຕິດຕາມ, ຜູ້ຕິດຕາມແຕ່ລະຄົນທີ່ຕ້ອງການວີຊາຈະຕ້ອງຍື່ນໃບຄຳຮ້ອງຂໍວີຊາ;
  • ໃບຮັບເງິນຄ່າທຳນຽມໃບຄຳຮ້ອງຂໍວີຊາ(MRV);
  • ໃບຢັ້ງຢືນຂອງແບບຟອມ DS-160 ຂອງທ່ານ
  • ທີ່ຢູ່ອີເມລ໌; ແລະ
  • ຖ້າມີ, ເອກະສານທີ່ອີງຕາມ​ໝວດວີຊາ (ເຊັ່ນ ໃບອະນຸມັດຄໍາຮ້ອງສໍາລັບວີຊາ​ປະ​ເພດ​ຄ້ຳ​ປະ​ກັນ; ຂໍ້ມູນເພີ່ມເຕີມກ່ຽວກັບປະເພດວີຊາ ແລະ ຂໍ້ມູນກ່ຽວກັບແຕ່ລະປະເພດວີຊາແມ່ນສາມາດອ່ານໄດ້ໃນເວັບ​ໄຊ໌ນີ້).

ຂໍ້ຫ້າມໃນການປ່ຽນແປງການນັດສຳພາດ

ຜູ້ຍື່ນໃບຄຳຮ້ອງຂໍວີຊາຈະຖືກຈຳກັດຈຳນວນຄັ້ງທີ່ພວກເຂົາສາມາດປ່ຽນການນັດສຳພາດ ກະລຸນາວາງແຜນກ່ອນລ່ວງໜ້າເພື່ອທີ່ທ່ານຈະບໍ່ຈຳເປັນຕ້ອງຈ່າຍຄ່າທຳນຽມການຂໍວີຊາອີກເທື່ອໃໝ່.

ຜູ້ສະໝັກບໍ່ແມ່ນພົນລະເມືອງລາວ

ທ່ານສາມາດຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວໄດ້ໃນທຸກປະເທດທີ່ທ່ານຢູ່; ທ່ານບໍ່ຈໍາເປັນຕ້ອງເປັນພົນລະເມືອງຫຼືທີ່ຢູ່ອາໄສ. ຢ່າງໃດກໍຕາມ, ບໍ່ວ່າທ່ານຈະສະຫມັກຂໍວີຊາຢູ່ໃສ, ທ່ານຕ້ອງສະແດງໃຫ້ເຫັນວ່າທ່ານຕອບສະໜອງທຸກເງື່ອນໄຂຂອງປະເພດວີຊາທີ່ທ່ານສະໝັກ, ລວມທັງສະແດງໃຫ້ເຫັນເຖິງສາຍພົວພັນທີ່ພຽງພໍຢູ່ນອກສະຫະລັດ.

ກະລຸນາຮັບຊາບວ່າ:

  • ທ່ານຕ້ອງຈ່າຍຄ່າທໍານຽມການຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວໃນປະເທດທີ່ທ່ານສະໝັກ.
  • ທ່ານອາດຈະບໍ່ສາມາດພານາຍເປພາສາໄປນຳໄດ້ຖ້າທ່ານບໍ່ຮູ້ເວົ້າພາສາອັງກິດ ຫຼືພາສາທ້ອງຖິ່ນທີ່ປະເທດທ່ານສະໝັກ.
  • ຖ້າປະເພດວີຊາຂອງທ່ານຕ້ອງການການຍື່ນເອກະສານ, ທ່ານອາດຈະຖືກຮ້ອງຂໍໃຫ້ສະໜອງການແປທີ່ຮັບຮອງເປັນພາສາອັງກິດ ຫຼື ພາສາທ້ອງຖິ່ນທີ່ປະເທດທ່ານສະໝັກ.ບໍ່ມີການຮັບປະກັນວ່າວີຊາຈະໄດ້ຮັບການອະນຸມັດ. ຖ້າຖືກປະຕິເສດ, ຄ່າທໍານຽມວີຊາຈະບໍ່ສາມາດສົ່ງຄືນ.
  • ຫຼັງຈາກການສໍາພາດວີຊາ, ວີຊາຂອງທ່ານຈະຖືກອະນຸມັດຫຼື ປະຕິເສດ. ຖ້າທ່ານບໍ່ມີຫຼັກຖານພຽງພໍໄດ້ຮັບວີຊາ, ເຈົ້າຫນ້າທີ່ກົງສຸນອາດຈະກໍານົດວ່າຜູ້ສະຫມັກຄວນຈະໄດ້ຮັບການດໍາເນີນຕື່ມເອກະສານອີກເພື່ອໃຫ້ທ່ານສາມາດເພີ່ມຫຼັກຖານເພື່ອຊ່ວຍກໍານົດເງື່ອນໄຂຂອງທ່ານ. ບໍ່ມີການຮັບປະກັນກ່ຽວກັບຈໍານວນເວລາທີ່ມັນຈະໃຊ້ເວລາເພື່ອສໍາເລັດການປຸງແຕ່ງດັ່ງກ່າວ ແລະ ສົ່ງຫນັງສືຜ່ານແດນຂອງທ່ານຄືນ.
  • ຫຼັງຈາກສົ່ງແລ້ວ, ໃບຄຳຮ້ອງວີຊາເຂົ້າເມືອງ ແລະຄ່າທໍານຽມວີຊາບໍ່ສາມາດໂອນໄປໃຫ້ສະຖານທູດ ຫຼື ກົງສຸນອື່ນໄດ້.
  • ສະຖານທູດ ແລະ ກົງສຸນຫຼາຍແຫ່ງໃຫ້ບຸລິມະສິດການນັດໝາຍສຳພາດສຳລັບພົນລະເມືອງ ແລະ ຜູ້ທີ່ຢູ່ອາໄສທີ່ຖືກຕ້ອງຕາມກົດໝາຍຂອງປະເທດທີ່ທ່ານຢູ່. ອາດມີເວລາລໍຖ້ານັດໝາຍສຳພາດທີ່ດົນກວ່າສຳລັບຄົນທີ່ບໍ່ແມ່ນຜູ້ຢູ່ອາໄສ.

ການດຳເນີນການເພີ່ມເຕີມ

ກຳ​ນົດ​ເວ​ລາ​ນັດ​ໝາຍ​ສຳ​ພາດ
ປ່ຽນ​ເວ​ລາ​ນັດ​ໝາຍ​ສຳ​ພາດ​ຂອງ​ທ່ານ