ການປ່ຽນວັນນັດສຳພາດວີຊາຖາວອນ

ຢູ່ໃນໜ້ານີ້:

ແຈ້ງການສຳຄັນ:ສຳລັບວີຊາຄອບຄົວ(Employment preference visa)ແລະວີຊາເຮັດວຽກ(Family-based visa) ບາງປະເພດ,ກະລຸນາເບິ່ງຄຳແນະນຳທີ່ Visa Bulletin ຢ່າງລະອຽດ ກ່ອນທີ່ທ່ານຈະເລື່ອນວັນນັດສຳພາດເນື່ອງຈາກບໍ່ມີການຮັບປະກັນວ່າທາງພະແນກວີຊາຖາວອນຈະສາມາດອອກວີຊາປະເພດນີ້ໄດ້ ໃນວັນເວລາທີ່ທ່ານໄດ້ປ່ຽນ.


ຂໍ້ມູນທົ່ວໄປ

ຂໍ້ມູນໃນໜ້ານີ້ແມ່ນມີສຳລັບຜູ້ຍື່ນຂໍວີຊາຖາວອນທີ່ມີຄຸນະສົມບັດ(ບໍ່ລວມວີຊາປະເພດ K-1s) ທີ່ຕ້ອງການປ່ຽນວັນເວລາການນັດສຳພາດວີຊາຖາວອນ ເນື່ອງຈາກຜູ້ຍື່ນຂໍບໍ່ສາມາດມາສຳພາດຕາມວັນເວລານັດເກົ່າໄດ້. ຖ້າທ່ານຕ້ອງການປ່ຽນວັນເວລາການນັດສຳພາດຂໍວີຊາ K-1, ກະລຸນາເຂົ້າເບິ່ງ Fiancé(e) Visas (K1 & K2).

ບຸກຄົນທີ່ມີເງື່ອນໄຂຄຸນະສົມບັດໃນການປ່ຽນວັນນັດສຳພາດວີຊາຖາວອນ

ທ່ານອາດເຮັດການນັດສຳພາດວີຊາໃໝ່ ຖ້າທ່ານມີຄຸນະສົມບັດຢູ່ໃນຂໍ້ໃດໜຶ່ງຕໍ່ໄປນີ້:

  • ສະຖານທູດປະຈຳນະຄອນຫຼວງວຽງຈັນໄດ້ຍົກເລີກການນັດສຳພາດວີຊາຖາວອນຕາມວັນເວລາເກົ່າຂອງຂ້າພະເຈົ້າ ເນື່ອງຈາກ COVID-19 ແລະຕອນນີ້ຂ້າພະເຈົ້າກຳລັງເຮັດການນັດໝາຍໃໝ່.
  • ຂ້າພະເຈົ້າບໍ່ໄດ້ເຂົ້າສຳພາດຕາມວັນເວລາເກົ່າ ແລະຕອນນີ້ຂ້າພະເຈົ້າຕ້ອງນັດໝາຍ ການສຳພາດວີຊາຖາວອນໃໝ່.
  • ຂ້າພະເຈົ້າແມ່ນເປັນຜູ້ຂໍວີຊາຖາວອນແບບເປັນຜູ້ຕິດຕາມ (Follow-to-join).ໂດຍຜູ້ຂໍວີຊາຫຼັກໄດ້ສະໝັກຂໍວີຊາແລະໄດ້ຮັບວີຊາຖາວອນແລ້ວ. ແລະພະແນກວີຊາຖາວອນຢູ່ໃນສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວໄດ້ແຈ້ງໃຫ້ຂ້າພະເຈົ້າເຮັດການນັດໝາຍສຳລັບການສຳພາດວີຊາ.

ຖ້າທ່ານມິຄຸນະສົມບັດກົງຕາມຂໍ້ໃດຂໍ້ໜຶ່ງຂ້າງລຸ່ມນີ້,ກະລຸນາຢ່າເຮັດການນັດສຳພາດ. ແຕ່ກະລຸນາສົ່ງອີເມວຫາ conslao@state.gov ແທນ.

  • ທ່ານເຄີຍໄດ້ຮັບການສຳພາດແລ້ວ.
  • ທ່ານແມ່ນເປັນຜູ້ສະໝັກຫຼັກແລະບໍ່ໄດ້ຕິດຕໍ່ສະຖານກົງສຸນມາເປັນໄລຍະຫຼາຍກວ່າໜຶ່ງປີ.
  • ຄຳຮ້ອງຂໍວີຊາຂອງທ່ານບໍ່ຖືກດຳເນີນການຕາມວັນຕັດປັດຈຸບັນ(current cut-off dates). ກໍລະນີນີ້ລວມເຖິງຄຳຮ້ອງຂໍທີ່ມື້ວັນຕັດຖືກນັບຖອຍຫຼັງນຳ (Retrogressed case) ແລະຄຳຂໍທີ່ມີການປ່ຽນແປງປະເພດວີຊາ (Visa class).
  • ປະເພດວີຊາຂອງທ່ານຖືກປ່ຽນ,

ເລື່ອນການນັດໝາຍຂໍວີຊາຖາວອນຂອງຂ້າພະເຈົ້າ

ກະລຸນາປະຕິບັດຕາມຄຳແນະນຳທີລະຂັ້ນຕອນ ຕາມຂ້າງລຸ່ມນີ້:

ຂັ້ນຕອນທີ່ 1 – ສ້າງບັນຊີ ບ່ອນນີ້ຖ້າທ່ານສ້າງບັນຊີແລ້ວ ໃຫ້ໄປຫາຂັ້ນຕອນທີ່ 2.

ຂັ້ນຕອນທີ່ 2 – ເຂົ້າສູ່ລະບົບເພື່ອເຂົ້າສູ່ບັນຊີຂອງທ່ານ

ຂັ້ນຕອນທີ່ 3 – ຫຼັງຈາກເຂົ້າສູ່ລະບົບແລ້ວ, ທ່ານຈະຖືກພາໄປທີ່ໜ້າ Dashboard, ກະລຸນາເບິ່ງທາງດ້ານຊ້າຍຂອງ Dashboard, ຄລິກໃສ່ ການຂໍວີຊາໃໝ່/ ນັດສຳພາດວີຊາແລະດຳເນີນການຕາມຄຳແນະນຳຂ້າງລຸ່ມນີ້:

  • ເລືອກວີຊາຖາວອນ, ແລ້ວຄລິກໃສ່ ຕໍ່ໄປ.
  • ເລືອກວີຊາຖາວອນ - ການປ່ຽນວັນນັດສຳພາດໃນເບື້ອງຕົ້ນ, ແລ້ວຄລິກໃສ່ ຕໍ່ໄປ.
  • ເລືອກປະເພດວີຊາຂອງທ່ານ ແລ້ວຄລິກໃສ່ຕໍ່ໄປ.
  • ຕື່ມຂໍ້ມູນໃສ່ໃຫ້ຄົບທຸກຊ່ອງວ່າງທີ່ກຳນົດ, ແລ້ວຄລິກໃສ່ຕໍ່ໄປ.
  • ຖ້າທ່ານມີຜູ້ຮ່ວມເດີນທາງທີ່ໄດ້ຮັບການອະນຸມັດແລະລະບຸລາຍຊື່ຢູ່ໃນ Packet 4 Appointment Letter ທີ່ທ່ານໄດ້ຮັບຈາກສະຖານທູດສະຫະລັດອາເມລິກາ, ທ່ານຈະສາມາດເພີ່ມພວກເຂົາລົງໃນຊ່ອງຜູ້ຕິດຕາມ ແລ້ວຄລິກໃສ່ຕໍ່ໄປ.
  • ຕອບຄຳຖາມວ່າ “ແມ່ນ” ຫຼື “ບໍ່ແມ່ນ” ເພື່ອດຳເນີນການຕໍ່ໄປ
  • ຕື່ມເລກ Case ID ຂອງທ່ານ, ແລ້ວຄລິກໄປ
  • ເລືອກວັນທີ່ແລະເວລາທີ່ທ່ານຕ້ອງການຈາກປະຕິທິນ, ແລ້ວຄລິກໃສ່ນັດສຳພາດວີຊາ. ຖ້າໄມ່ມີວັນນັດສຳພາດວ່າງໃຫ້ເລືອກ, ກະລຸນາກັບມານັດໝາຍກັບລະບົບອີກຄັ້ງໃນເວລາອື່ນ. ປົກກະຕິແລ້ວພະແນກວີຊາຖາວອນຈະກຳນົດຈຳນວນ/ເວລານັດໝາຍເພີ່ມເຕີມຕາມເກນມາກ່ອນໄດ້ຮັບການພິຈາລະນາກ່ອນ ໂດຍອີງໃສ່ຄວາມຕ້ອງການໃນການນັດໝາຍ. ດັ່ງນັ້ນຂໍແນະນຳ ໃຫ້ທ່ານເຂົ້າກວດເບິ່ງການນັດໝາຍທີ່ຍັງວ່າງຢູ່ເປັນໄລຍະ.
  • ຄລິກໃສ່ເວີຊັ່ນທີ່ສາມາດພຶມໄດ້ແລະພິມໜ້າໃບຍືນຍັນການນັດສຳພາດວີຊາອອກມາ.

ໝາຍເຫດ:

  • ຖ້າທ່ານບໍ່ເຄີຍນັດສຳພາດຢູ່ໃນhttp://www.ustraveldocs.com/la_la ທ່ານຈະຕ້ອງເລືອກ“ການຂໍວີຊາໃໝ່/ ນັດສຳພາດວີຊາທີ່ຢູ່ບ່ອນແຖບທາງຊ້າຍຂອງໜ້າຈໍເພື່ອປ່ຽນວັນວັດສຳພາດຫລັງຈາກເຂົ້າສູ່ລະບົບແລ້ວ.

ຖ້າທ່ານເຄີຍນັດສຳພາດຢູ່ໃນ http://www.ustraveldocs.com/la_la ແລະຕ້ອງການນັດສຳພາດອີກຄັ້ງ.ທ່ານຕ້ອງການເຂົ້າສູ່ລະບົບໄປຫາບັນຊີຂອງທ່ານ, ແລ້ວເລືອກ “ປ່ຽນວັນນັດສຳພາດວີຊາຖາວອນ”ໂປດຊາບວ່າເວລາປິດຮັບການນັດໝາຍແມ່ນ 11:00 ໂມງ ຂອງວັນເຮັດການກ່ອນວັດນັດສຳພາດວີຊາ. ຖ້າທ່ານບໍ່ສາມາດມາສຳພາດວີຊາຕາມວັນນັດໝາຍໃໝ່ກະລຸນາຍົກເລີກຫຼືປ່ຽນວັນສຳພາດວີຊາຂອງທ່ານຢ່າງໜ້ອຍ 3 ວັນເຮັດວຽກກ່ອນວັນນັດສຳພາດຂອງທ່ານ.ຖ້າບໍ່ດັ່ງນັ້ນທ່ານຈະຕ້ອງລໍຖ້າຈົນກ່ວາວັນນັດສຳພາດນັ້ນໄດ້ສິ້ນສຸດລົງ ຈຶ່ງຈະເຮັດການນັດສຳພາດວີຊາໄດ້ໃໝ່ອີກຄັ້ງ.

.