ຂໍ້ມູນ ກ່ຽວກັບ ວີຊາຄົນເຂົ້າເມືອງຖາວອນ

ຢູ່ໃນໜ້ານີ້:


ສະພາບລວມ

ໂດຍທົ່ວໄປ, ບຸກຄົນທີ່ປະສົງຈະຍົກຍ້າຍຖິ່ນຖານໄປອາໄສຢູ່ໃນ ປະເທດສະຫະລັດອາເມລິກາ ຈະຕ້ອງມີໃບຄຳຮ້ອງທີ່ໄດ້ຮັບການອະນຸມັດໂດຍຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ(USCIS) ກ່ອນຍື່ນໃບຄຳຮ້ອງຂໍວີຊາຄົນເຂົ້າເມືອງຖາວອນ. ໃບຄຳຮ້ອງຈະຕ້ອງໄດ້ຍື່ນຂໍໂດຍຍາດພີ່ນ້ອງທີ່ມີຄຸນສົມບັດເໝາະສົມ ຫຼື ນາຍຈ້າງໃນອະນາຄົດ ຢູ່ທີ່ີ່ຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ(USCIS) ຢູ່ໃນປະເທດສະຫະລັດອາເມລິກາ. ຂໍ້ມູນສະເພາະກ່ຽວກັບການຍື່ນຂໍວີຊາເຂົ້າເມືອງຖາວອນມີຢູ່ໃນເວັບໄຊ໌ຂອງ USCIS. ບຸກຄົນທີ່ມີໃບຄຳຮ້ອງທີ່ໄດ້ຮັບການອະນຸມັດ ແລະ ວັນທີຍື່ນຄຳຂໍພິເສດທີ່ພ້ອມສຳລັບການດຳເນີນການ (ເມື່ອເໝາະສົມ) ຈະມີສິດຍື່ນໃບຄຳຮ້ອງຂໍວີຊາຄົນເຂົ້າເມືອງຖາວອນ ຫຼື ວີຊາຄົນເຂົ້າເມືອງຊົ່ວຄາວປະເພດ K.

ຄຳຮ້ອງ

ພົນລະເມືອງສະຫະລັດ ແລະຜູ້ຢູ່ອາໄສຖາວອນທີ່ຕ້ອງການຍື່ນຄໍາຮ້ອງການເຂົ້າເມືອງຖາວອນສໍາລັບພໍ່ແມ່, ຄູ່ສົມລົດ ຫຼືເດັກນ້ອຍຕ້ອງຍື່ນແບບຟອມ I-130 ກັບຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ(USCIS). ກົດທີ່ນີ້ເພື່ອກໍານົດສະຖານທີ່ທີ່ແນ່ນອນເພື່ອສົ່ງຄໍາຮ້ອງຂໍການເປັນສະຫນັບສະຫນູນຄອບຄົວຂອງທ່ານ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີການຍື່ນໃບຄຳຮ້ອງ I-130 ໂດຍນໍາໃຊ້ຕູ້ໄປສະນີຂອງ USCIS, ແມ່ນເບິ່ງໄດ້ໃນເວັບໄຊ໌ຂອງ USCIS ທີ່ www.uscis.gov ຫຼື ຕິດຕໍ່ USCIS ທາງໂທລະສັບຂອງ ສະຫະລັດອາເມລິກາ ທີ່ 1-800-375-5283.

ຄ່າທຳນຽມວີຊາຄົນເຂົ້າເມືອງຖາວອນຂອງ USCIS

ຖ້າທ່ານເຂົ້າໄປສະຫະລັດອາເມລິກາໃນຖານະຜູ້ຢູ່ອາໄສຖາວອນ, ທ່ານຕ້ອງຈ່າຍຄ່າທຳນຽມຄົນເຂົ້າເມືອງຖາວອນ USCIS ອອນໄລ ແຕ່ວ່າທ່ານບັນລຸໄດ້ຂໍ້ຍົກເວັ້ນອັນໃດອັນໜຶ່ງ. ຄ່າທໍານຽມນີ້ບໍ່ກ່ຽວຂ້ອງກັບຄ່າທໍານຽມການຍື່ນຂໍວີຊາຄົນເຂົ້າເມືອງຖາວອນຂອງກະຊວງການຕ່າງປະເທດ.

ເລືອກ ຄ່າທຳນຽມຄົນເຂົ້າເມືອງຂອງ USCIS ເພື່ອຊອກຫາຂໍ້ມູນເພີ່ມເຕີມຢູ່ໃນເວັບໄຊ USCIS.

ການຍື່ນໃນກໍລະນີພິເສດ

ໂດຍເລີ່ມຕົ້ນແຕ່ວັນທີ 15 ສິງຫາ 2011, ຜູ້ຮ້ອງຂໍຄຳຮ້ອງທີ່ເຊື່ອວ່າສະພາບຂອງຕົນສົມຄວນໄດ້ຮັບການຍົກເວັ້ນ ສາມາດຮ້ອງຂໍໃຫ້່ຫ້ອງການກົງສຸນ ຮັບເອົາການຍື່ນແບບຟອມ. ຄຳຮ້ອງຂໍແຕ່ລະສະບັບຈະໄດ້ຮັບການພິຈາລະນາເປັນລາຍບຸກຄົນ.

ຜູ້ຍື່ນຄຳຮ້ອງທີ່ຕ້ອງການຍື່ນແບບຟອມ I-130 ຄວນຕິດຕໍ່ຫ້ອງການກົງສຸນ ເພື່ອຮ້ອງຂໍການພິຈາລະນາຍົກເວັ້ນ ແລະ ອະທິບາຍສະຖານະການຂອງທ່ານຢ່າງລະອຽດ. ຫ້ອງການກົງສຸນຈະສົ່ງຕໍ່ຄຳຮ້ອງຂໍການຍົກເວັ້ນໄປຫາຫ້ອງການຂອງ USCIS ທີ່ມີເຂດຮັບຜິດຊອບກວມເອົາສະຖານທູດ ຫຼື ໜ່ວຍງານກົງສຸນນັ້ນ. USCIS ຈະເປັນຜູ້ຕັດສິນວ່າກໍລະນີນີ້ແມ່ນສະພາບການພິເສດ ທີ່ສົມຄວນໄດ້ຮັບການຍົກເວັ້ນຕໍ່ກັບຂະບວນການຍື່ນຄຳຮ້ອງແບບທົ່ວໄປຫຼືບໍ່. USCIS ຈະເຜີຍແຜ່ຄໍາແນະນໍາກ່ຽວກັບກໍລະນີຍົກເວັ້ນສະເພາະໃນ ເວັບໄຊ໌ນີ້.

ການກະກຽມສໍາລັບການສໍາພາດຂໍວີຊ່າ

ຫຼັງຈາກທີ່ທ່ານໄດ້ຮັບການນັດໝາຍສໍາພາດຈາກຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດຫຼື ສະຖານທູດສະຫະລັດອາເມຣິກາ, ກະລຸນາອ່ານ ແລະເຊັກຄືນໃຫ້ລະອຽດລາຍການເພື່ອກະກຽມກ່ອນການສຳພາດ,ແລະປະຕິບັດຕາມຄຳແນະນຳທັງໝົດທີ່ໄດ້ແນະນຳ,ເພື່ອກຽມຄວາມພ້ອມໃນມື້້ນັດສຳພາດຢູ່ສະຖານທູດສະຫະລັດອາເມຣິກາ. ທ່ານຕ້ອງແນ່ໃຈວ່າ ທ່ານນຳເອົາເອກະສານຢັ້ງຢືນການນັດສຳພາດ ທີ່ມີລະຫັດບາໂຄດ DS-160 ທີ່ຖືກຕ້ອງ ແລະລ້າທີ່ສຸດ ແລະ ບັນດາເອກະສານທີ່ຕ້ອງການອື່ນໆທີ່ລະບຸໄວ້ຢູ່ໃນເຈ້ຍລາຍການ.ເມື່ອທ່ານໄປໜ່ວຍກວດສຸຂະພາບທີ່ສະຖານທູດກຳນົດໄວ້ເພື່ອກວດສຸຂະພາບ. ທ່ານຄວນນຳເອົາໜ້າການຢັ້ງຢືນການນັດໝາຍສຳພາດ ແລະໃບໜັງສືແນະນຳທີ່ທ່ານໄດ້ຮັບຈາກຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ,ໃນຈົດໝາຍຈະມີເລກທີ່ເອກະສານ,ພ້ອມດ້ວຍເລກໜັງສືຜ່ານແດນ ແລະ ຄ່າທໍານຽມ ການກວດສຸຂະພາບຂອງທ່ານ

ການນັດໝາຍສໍາພາດກັບສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ

ຖ້າທ່ານມີວັນນັດສໍາພາດແລ້ວ, ທ່ານຕ້ອງໄປທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ຕາມວັນທີ ແລະ ເວລານັດສໍາພາດຂອງທ່ານ. ກະລຸນາອ່ານກ່ຽວກັບ ຂໍ້ຫ້າມດ້ານຄວາມປອດໄພ ທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ຊຶ່ງລະບຸວັດຖຸທີ່ທ່ານສາມາດ ແລະ ບໍ່ສາມາດນໍາຕິດຕົວໃນເວລາທ່ານເຂົ້າມາສໍາພາດ. ທ່ານຄວນຖືໜັງສືນັດສໍາພາດ ແລະ ເອກະສານທີ່ຈໍາເປັນສຳລັບ ປະເພດວີຊາຂອງທ່ານເຂົ້າມານຳ.