ນັກການທູດ ແລະ ເຈົ້າໜ້າທີ່ລັດຖະບານ – ຂໍ້ມູນເພີ່ມເຕີມ

ຢູ່ໃນໜ້ານີ້:

ສະພາບລວມ

ໂດຍທົ່ວໄປແລ້ວ ວີຊາປະເພດ A ຈະອອກໃຫ້ຫຼັງຈາກມີການສະແດງໜັງສືແຈ້ງການທາງການທູດຈາກສຳນັກງານທີ່ ເໝາະສົມຂອງປະເທດເຈົ້າພາບ ຫຼື ສະຖານທູດ. ຖ້າຜູ້ຍື່ນຂໍວີຊາປະເພດ A-1 ຫຼື A-2 ກໍາລັງເດີນທາງເຂົ້າສະຫະລັດອາເມລິກາເພື່ອເຮັດວຽກງານໃດໜຶ່ງ, ເຊິ່ງຈະໃຊ້ເວລາໜ້ອຍກ່ວາ 90 ວັນ, ວີຊາຂະຂຽນວ່າ "TDY." ຕາມປົກກະຕິແລ້ວ, ຂໍ້ກຳນົດດ້ານການສຳພາດສ່ວນບຸກຄົນສຳລັບຜູ້ຍື່ນຂໍວີຊາປະເພດ A-1 ແລະ A-2 ທີ່ເປັນພົນລະເມືອງຂອງປະເທດ ຫຼື ໄດ້ຮັບການຮັບຮອງໂດຍປະເທດເຈົ້າພາບຈະໄດ້ຮັບ ການຍົກເວັ້ນ. ຢ່າງໃດກໍ່ຕາມ, ມັນອາດຈະມີບາງກໍລະນີທີ່ເຈົ້າໜ້າທີ່ກົງສຸນຮ້ອງຂໍໃຫ້ມີການສຳພາດ.

ລາຍການນີ້ລະບຸຂໍ້ມູນເພີ່ມເຕີມກ່ຽວກັບວີຊາປະເພດສະເພາະໃນຊັ້ນວີຊານີ້:

ວີຊາປະເພດ A-3

ອອກໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ພະນັກງານສ່ວນຕົວຂອງບຸກຄົນທີ່ຢູ່ໃນວີຊາປະເພດ A-1 ເຖິງ A-2.

ວີຊາປະເພດ G-1

ອອກໃຫ້ແກ່ສະມາຊິກຂອງຄະນະທູດຖາວອນຂອງປະເທດທີ່ໄດ້ຮັບການຮັບຮອງ, ອົງການລະຫວ່າງປະເທດ ໂດຍບໍ່ຄຳນຶງເຖິງຊັ້ນຕຳແໜ່ງ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ. ວີຊາປະເພດ G-1 ອອກໃຫ້ແກ່ກອງເລຂາຂອງຄະນະທູດ, ຄົນຂັບລົດ ແລະ ພະນັກງານຄຸ້ມຄອງດູແລ, ຍົກເວັ້ນພະນັກງານພາຍໃນປະເທດຜູ້ທີ່ໄດ້ຮັບວີຊາປະເພດ G-5

ວີຊາປະເພດ G-2

ອອກໃຫ້ແກ່ຕາງໜ້າລັດຖະບານທີ່ໄດ້ຜ່ານຮັບຮອງ ແລະ ສະມາຊິກຂອງຄອບຄົວຂອງເຂົາເຈົ້າ ທີ່ຈະເດີນທາງໄປປະເທດສະຫະລັດອາເມລິກາຊົ່ວຄາວເພື່ອເຂົ້າຮ່ວມກອງປະຊຸມຂອງອົງການລະຫວ່າງປະເທດ. ເຈົ້າໜ້າທີ່ G-2 ອາດຈະເປັນຕົວແທນໃຫ້ແກ່ລັດຖະບານຂອງພວກເຂົາ ທີ່ກອງປະຊຸມສະມັດຊາໃຫ່ຍອົງການສະຫະປະຊາຊາດ(UN) ຫຼືໃນນາມເຈົ້າໜ້າທີ່ TDY ຕໍ່ກັບຄະນະຜູ້ແທນຂອງປະເທດນັ້ນຕໍ່ກັບອົງການລະຫວ່າງປະເທດ. ວີຊາປະເພດ G-2 ອາດຈະອອກໃຫ້ເຈົ້າໜ້າທີ່ທະຫານຜູ້ທີ່ກຳລັງຊ່ວຍເຫຼືອກອງເລຂາທິການຂອງ ອົງການສະຫະປະຊາຊາດໃນພາລະກິດຮັກສາສັນຕິພາບ. ສະມາຊິກໃນຄອບຄົວອາດຈະໄດ້ວີຊາປະເພດ G-2 ເຊັ່ນດຽວກັນ.

ວີຊາປະເພດ G-3

ອອກໃຫ້ແກ່ຕາງໜ້າລັດຖະບານທີ່ບໍ່ໄດ້ຮັບການຍອມຮັບ ຫຼື ບໍ່ໄດ້ເປັນສະມາຊິກ, ໂດຍບໍ່ຄຳນຶງເຖິງຕຳແໜ່ງ, ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ. ວີຊາປະເພດ G-3 ຄວນອອກໃຫ້ແກ່ຕາງໜ້າລັດຖະບານດັ່ງກ່າວເພື່ອເຂົ້າຮ່ວມກອງປະຊຸມ ຊົ່ວຄາວທີ່ຈັດຂຶ້ນໂດຍອົງການລະຫວ່າງປະເທດ(ເຊັ່ນ: ກອງປະຊຸມສະມັດຊາໃຫຍ່ແຫ່ງອົງ ການສະຫະປະຊາຊາດ ແລະ ສະພາຄວາມໝັ້ນຄົງ).

ວີຊາປະເພດ G-4

ອອກໃຫ້ແກ່ພະນັກງານທຸກຊັ້ນຕຳແໜ່ງຜູ້ທີ່ຈະເດີນທາງໄປຍັງປະເທດສະຫະ ລັດອາເມລິກາຕາມການນັດໝາຍຢູ່ອົງການລະຫວ່າງປະເທດທີ່ກຳນົດໄວ້(ລວມທັງອົງການສະຫະປະຊາຊາດ). ສະມາຊິກຄອບຄົວຂອງເຂົາເຈົ້າອາດຈະໄດ້ຮັບວີຊາປະເພດ G-4 ເຊັ່ນດຽວກັນ, ຍົກເວັ້ນພະນັກງານພາຍໃນປະເທດທີ່ ໄດ້ຮັບວີຊາ G-5. ເຈົ້າໜ້າທີ່ ແລະພະນັກງານຂອງອົງການລະຫວ່າງປະເທດທີ່ກຳນົດໄວ້, ຜູ້ທີ່ບໍ່ໄດ້ຮັບການມອບໝາຍໃຫ້ເຮັດວຽກຢູ່ໃນສະຫະລັດອາເມລິກາອາດຈະໄດ້ຮັບວີຊາປະເພດ G-4 ຖ້າຫາກພວກເຂົາປະສົງທີ່ຈະເດີນທາງຜ່ານປະເທດສະຫະລັດອາເມລິກາ. ຈຳນວນຄັ້ງເຂົ້າ-ອອກປະເທດຈະຖືກຈຳກັດຕາມຄຳຮ້ອງຂໍຢ່າງເປັນທາງການ. ວີຊາ G-4 ຍັງອາດຈະອອກໃຫ້ແກ່ພະນັກງານທຸກຊັ້ນຕຳແໜ່ງທີ່ຢູ່ໃນບັນຊີເງິນເດືອນຂອງອົງການລະຫວ່າງປະເທດທີ່ຈະເດີນທາງໄປຍັງປະເທດສະຫະລັດອາເມລິກາໃນນາມຂອງອົງການນັ້ນ.

ວີຊາປະເພດ G-5

ອອກໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ພະນັກງານສ່ວນຕົວຂອງບຸກຄົນທີ່ຢູ່ໃນວີຊາປະເພດ G-1 ເຖິງ G-4.

ໝາຍເຫດ: ຖ້າຫາກຜູ້ຢູ່ອາໄສຖາວອນທີ່ຖືກກົດໝາຍ(LPR) ຈະຖືກຈ້າງງານໂດຍ ສະຖານທູດຕ່າງປະເທດພາຍໃນປະເທດສະຫະລັດອາເມລິກາ, ລາວຈະມີສິດ ໄດ້ຮັບວີຊາປະເພດ A ຖ້າລາວຍິນຍອມສົ່ງຄືນບັດຢູ່ອາໄສຖາວອນ.