ເລືອກ ທີ່ນີ້ ເພື່ອສຶກສາເພີ່ມເຕີມການປັບປຸງທີ່ສໍາຄັນກ່ຽວກັບເງື່ອນໄຂຍົກເວັ້ນການສໍາພາດສໍາລັບຜູ້ຍື່ນຂໍວີຊາຢ້ຽມຢາມບາງຄົນ.


ໃບຮັບເງິນທັງໝົດສຳລັບການຈ່າຍຄ່າທຳນຽມວີຊາ (MRV) ທີ່ຈ່າຍກ່ອນໃນວັນທີ 1 ຕຸລາ 2022 ຈະໝົດອາຍຸການນຳໃຊ້ໃນວັນທີ 30 ກັນຍາ 2023 ແລະ ຈະບໍ່ມີການຕໍ່ອາຍຸ. ຜູ້ສະຫມັກຕ້ອງກໍານົດເວລານັດຫມາຍສຳພາດຫຼືຍື່ນຄໍາຮ້ອງໂຄງການຍົກເວັ້ນການສໍາພາດກ່ອນວັນທີ 30 ກັນຍາ 2023ເພື່ອຫຼີກເວັ້ນການຈ່າຍຄ່າໃຫມ່. ກະລຸນາຮັບຊາບວ່າການສໍາພາດຕົວມັນເອງບໍ່ຈໍາເປັນຕ້ອງມີຂຶ້ນກ່ອນວັນທີ 30 ກັນຍາ 2023, ແຕ່ຕ້ອງຖືກບັນທຶກໄວ້ໃນລະບົບເຖິງແມ່ນວ່າມັນຈະເກີດຂຶ້ນພາຍໃນຫຼາຍເດືອນຂ້າງຫນ້າ. ນອກຈາກນັ້ນ, ພວກເຮົາແນະນໍາໃຫ້ຜູ້ສະຫມັກທີ່ໄດ້ຈອງການນັດຫມາຍສໍາພາດທີ່ມີໃບຈ່າຍຄ່າທຳນຽມວີຊາ MRV ທີ່ໄດ້ຈ່າຍກ່ອນວັນທີ 1 ເດືອນຕຸລາປີ 2022, ບໍ່ຄວນພະຍາຍາມປ່ຽນນັດຫມາຍຄືນໃຫມ່ໃນລະບົບຕັ້ງແຕ່ວັນທີ 1 ເດືອນຕຸລາປີ 2023ຕໍ່ໄປ, ການເຮັດເຊັ່ນນັ້ນຈະສົ່ງຜົນໃຫ້ເສຍການນັດໝາຍສໍາພາດກ່ອນ ແລະ ຄ່າທຳນຽມວີຊາ MRV. ຜູ້ສະໝັກເຫຼົ່ານີ້ຈະຕ້ອງຈ່າຍຄ່າທຳນຽມວີຊາໃໝ່ ແລະ ຍື່ນຂໍວີຊາໃໝ່.


ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນຈະປ່ຽນອັດຕາແລກປ່ຽນກົງສຸນຈາກ 1USD=20,000LAK ເປັນ 1USD=22,000LAK ນັບແຕ່ວັນທີ 29 ກັນຍາ 2023 ເປັນຕົ້ນໄປ.

ຜູ້ຍື່ນຂໍວີຊາເຂົ້າເມືອງຊົ່ວຄາວທັງໝົດທີ່ຊຳລະຄ່າທຳນຽມການດຳເນີນວີຊາໃນຫຼືຫຼັງຈາກວັນທີ 29 ກັນຍາ 2023 ຈະຕ້ອງຊຳລະຄ່າທຳນຽມຕາມອັດຕາແລກປ່ຽນໃໝ່ແມ່ນ 1USD=22,000LAK.

ຜູ້ສະໝັກທີ່ຊຳລະຄ່າທຳນຽມການດຳເນີນວີຊາໃນອັດຕາແລກປ່ຽນເກົ່າ 1USD=20,000LAK ໃນຫຼືກ່ອນວັນທີ 28 ກັນຍາ 2023 ຍັງສາມາດນຳໃຊ້ໃບຮັບເງິນຈົນຮອດວັນໝົດອາຍຸ.


ຄ່າທຳນຽມການຍື່ນຂໍວີຊາເຂົ້າເມືອງຊົ່ວຄາວທັງໝົດ (ຄ່າທໍານຽມ MRV) ການຊຳລະເງິນໃນ ຫຼືຫຼັງຈາກວັນທີ 1 ຕຸລາ 2022, ໃຊ້ໄດ້ເປັນເວລາ 365 ວັນນັບຈາກວັນທີອອກໃບຮັບເງິນເພື່ອຊໍາລະຄ່າທໍານຽມ MRV. ຜູ້ສະຫມັກຕ້ອງກໍານົດເວລານັດສໍາພາດແລະ ຕໍ່ວີຊາຄືນໃໝ່ໃນລະຫວ່າງໄລຍະເວລາ 365 ວັນນີ້. ກະລຸນາຮັບຊາບວ່າຜູ້ສະໝັກຈະຕ້ອງກຳນົດເວລານັດສຳພາດ ແລະ ຕໍ່ວີຊາຄືນໃໝ່ພາຍໃນໄລຍະເວລາ 365 ວັນເທົ່ານັ້ນ. ບໍ່ມີຂໍ້ກໍານົດການສໍາພາດຕ້ອງເກີດຂຶ້ນໃນໄລຍະ 365 ວັນ. ໃບຮັບເງິນທັງໝົດສໍາລັບການຊຳລະຄ່າທຳນຽມ MRV ທີ່ອອກກ່ອນວັນທີ 1 ຕຸລາ 2022, ແມ່ນຈະໄດ້ຕໍ່ອາຍຸການນໍາໃຊ້ຈົນຮອດວັນທີ 30 ກັນຍາ 2023, ແລະຍັງຄົງໃຊ້ໄດ້ຈົນເຖິງວັນທີນີ້.


ເພື່ອຮັບຮູ້ບັນດາຂໍ້ມູນການຈຳກັດການຕ່າງໆດ້ານເດີ່ນທາງຂອງໂຄງການຍົກເວັ້ນວີຊາ, ລວມມີຄວາມຕ້ອງການກ່ຽວກັບປັດສະປອດເອເຫຼັກໂຕນິກ ກະລຸນາເຂົ້າເບີງໃນເວບ https://travel.state.gov/content/travel/en/us-visas/tourism-visit/visa-waiver-program.html.


Mount Rushmore - South Dakota

ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ໌ບໍລິການ ການຍື່ນຂໍວີຊາສໍາລັບ ປະເທດລາວ. ໃນເວັບໄຊ໌ນີ້, ທ່ານສາມາດຊອກຫາຂໍ້ມູນກ່ຽວກັບວີຊາເຂົ້າເມືອງຊົ່ວຄາວ ແລະ ວີຊາເຂົ້າເມືອງຖາວອນຂອງ ສະຫະລັດອາເມລິກາ ແລະ ເງື່ອນໄຂໃນການຍື່ນຂໍວີຊາສຳລັບວີຊາແຕ່ລະປະເພດ. ທ່ານຍັງສາມາດຮຽນຮູ້ວິທີຊຳລະຄ່າທຳນຽມຍື່ນຂໍວີຊາ ແລະ ຈອງການນັດສຳພາດທີ່ສະຖານທູດສະຫະລັດ ທີ່ວຽງຈັນ.

ເວັບໄຊ໌ນີ້ ແມ່ນເວັບໄຊ໌ທາງການທີ່ສະໜອງຂໍ້ມູນ ກ່ຽວກັບການຍື່ນຂໍວີຊາ ຂອງສຳນັກງານການທູດຂອງ ສະຫະລັດອາເມລິກາ ປະຈຳ ລາວ.

ຂໍ້ມູນ ກ່ຽວກັບ ວີຊາຄົນເຂົ້າເມືອງຊົ່ວຄາວ


ການຍື່ນ ໃບຄຳຮ້ອງຂໍ ວີຊາຄົນເຂົ້າເມືອງຊົ່ວຄາວ


ຂໍ້ມູນ ກ່ຽວກັບ ວີຊາຄົນເຂົ້າເມືອງຖາວອນ