ປະເພດວີຊາ
ຢູ່ໃນໜ້ານີ້:
ສະພາບລວມ
ໂດຍທົ່ວໄປ, ພົນລະເມືອງຂອງຕ່າງປະເທດທີ່ປະສົງຈະເດີນທາງເຂົ້າປະເທດສະຫະລັດອາເມລິກາ ຈະຕ້ອງຂໍວີຊາກ່ອນລ່ວງໜ້າ, ບໍ່ວ່າຈະເປັນວີຊາຄົນເຂົ້າເມືອງຊົ່ວຄາວສຳລັບຢູ່ອາໄສຊົ່ວຄາວ ຫຼື ວີຊາຄົນເຂົ້າເມືອງຖາວອນສຳລັບຢູ່ອາໄສຖາວອນ. ພົນລະເມືອງຂອງປະເທດພາຍໃຕ້ໂຄງການຍົກເວັ້ນວີຊາ ແມ່ນສາມາດຢ້ຽມຢາມ ສະຫະລັດອາເມລິກາ ໄດ້ໂດຍບໍ່ຈໍາເປັນຕ້ອງມີວີຊາ. ຜູ້ເດີນທາງທຸກທ່ານທີ່ຈະເຂົ້າ ສະຫະລັດອາເມລິກາ ພາຍໃຕ້ໂຄງການຍົກເວັ້ນວີຊານັ້ນ ຕ້ອງໄດ້ຍື່ນຂໍອະນຸຍາດຜ່ານ ລະບົບອະນຸຍາດການເດີນທາງແບບເອເລັກໂຕຣນິກ (ESTA) ກ່ອນເດີນທາງເຂົ້າສະຫະລັດອາເມລິກາ.
ຖ້າຫາກທ່ານບໍ່ໄດ້ຮັບການຮັບຮອງພາຍໃຕ້ໂຄງການຍົກເວັ້ນວີຊາ ຫຼື ມີຈຸດປະສົງໃນການເດີນທາງ ເພື່ອໄປສຶກສາ, ເຮັດວຽກ, ເຂົ້າຮ່ວມໂຄງການແລກປ່ຽນ ຫຼື ຈຸດປະສົງອື່ນໆທີ່ບໍ່ໄດ້ຖືກລະບຸຢູ່ໃນ ວີຊາຢ້ຽມຢາມປະເພດ B; ທ່ານຈະຕ້ອງໄດ້ຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວ.
ວີຊາບໍ່ໄດ້ຮັບປະກັນການເຂົ້າປະເທດສະຫະລັດອາເມລິກາ. ວີຊາເປັນພຽງເອກະສານທີ່ຊີ້ບອກວ່າເຈົ້າໜ້າທີ່ກົງສຸນສະຫະລັດໄດ້ຮັບຮອງວ່າທ່ານມີສິດຍື່ນໃບຄຳຮ້ອງ ຂໍເຂົ້າປະເທດສະຫະລັດອາເມລິກາເພື່ອຈຸດປະສົງສະເພາະ.
ວີຊາຄົນເຂົ້າເມືອງຊົ່ວຄາວ
ວີຊາຄົນເຂົ້າເມືອງຊົ່ວຄາວຖືກນຳໃຊ້ໂດຍນັກທ່ອງທ່ຽວ, ນັກທຸລະກິດ, ນັກຮຽນ ຫຼື ຄົນງານທີ່ມີຄວາມຊໍານານງານພິເສດຜູ້ທີ່ມີປະສົງຈະອາໄສຢູ່ໃນປະເທດສະຫະລັດອາເມລິກາຕາມໄລຍະເວລາທີ່ກຳນົດໃຫ້ ເພື່ອບັນລຸຈຸດປະສົງໃດໜຶ່ງ. ອີງຕາມກົດໝາຍ ແລະ ລະບຽບການວ່າດ້ວຍວີຊາສະຫະລັດ, ຜູ້ຍື່ນໃບຄຳຮ້ອງຂໍວີຊາສ່ວນຫຼາຍຈະ ຕ້ອງສະແດງໃຫ້ເຈົ້າໜ້າທີ່ກົງສຸນເຫັນວ່າ ພວກເຂົາມີສາຍພົວພັນອັນແໜ້ນແຟ້ນກັບປະເທດທີ່ພວກ ເຂົາອາໄສຢູ່ໃນປັດຈຸບັນ ແລະ ປະສົງທີ່ຈະເດີນທາງອອກຈາກປະເທດສະຫະລັດອາເມລິກາພາຍຫຼັງ ໄລຍະການພັກເຊົາຊົ່ວຄາວຂອງພວກເຂົາ.