ໂຄງການຍົກເວັ້ນການສໍາພາດ
ແຈ້ງການສຳຄັນ:
- ການຍື່ນຂໍວີຊາຜ່ານທາງໂຄງການຍົກເວັ້ນການສໍາພາດບໍ່ໄດ້ຮັບປະກັນວ່າ ວີຊາຂອງທ່ານຈະໄດ້ຮັບການອະນຸມັດ.
- ໃນບາງກໍລະນີ, ຜູ້ສະໝັກອາດຈະຍັງຖືກຮຽກຮ້ອງໃຫ້ມາປະກົດຕົວເພື່ອສຳພາດວີຊາຢູ່ສະຖານທູດ.
- ບໍ່ມີການຮ້ອງຂໍນັດໝາຍສຸກເສີນສໍາລັບໂຄງການຍົກເວັ້ນການສໍາພາດ.
ຢູ່ໃນໜ້ານີ້:
- ສະພາບລວມ
- ຄຸນສົມບັດ
- ວິທີການຍື່ນຂໍສະໝັກ
- ຂ້າພະເຈົ້າຈະຕ້ອງສົ່ງເອກະສານຫຍັງແດ່?
- ຄຳຖາມທີ່ພົບເລື້ອຍໆ (FAQs)ສໍາລັບໂຄງການຍົກເວັ້ນການສໍາພາດ
ສະພາບລວມ
ຖ້າທ່ານຕົກຢູ່ 1 ໃນບັນດາກໍລະນີຂ້າງລຸ່ມນີ້, ທ່ານສາມາດມີສິດໄດ້ຮັບໂຄງການຍົກເວັ້ນການສໍາພາດ:
- ຖ້າທ່ານເປັນຜູ້ສະໝັກຂໍວີຊາ B-1 (ນັກທຸລະກິດ), B-2 (ນັກທ່ອງທ່ຽວ) ຫຼື B1/B2 (ນັກທຸລະກິດ/ນັກທ່ອງທ່ຽວ) ແລະ ທ່ານມີອາຍຸຕໍ່າກວ່າ 14 ປີ, ຫຼື 79 ປີຂຶ້ນໄປ, ທ່ານມີສິດໄດ້ຮັບໂຄງການຍົກເວັ້ນການສໍາພາດ.
ຫຼື - ຖ້າຜ່ານມາທ່ານເຄີຍມີວີຊາ B-1 (ນັກທຸລະກິດ), B-2 (ນັກທ່ອງທ່ຽວ), B1/B2 (ນັກທຸລະກິດ/ນັກທ່ອງທ່ຽວ), C1/D (ເດີນທາງຜ່ານ/ລູກເຮືອ), F-1 (ນັກຮຽນ), ຫຼື ວີຊາ M-1 (ນັກສຶກສາວິຊາຊີບ ຫຼື ບໍ່ແມ່ນທາງວິຊາການ) ພາຍໃນ 48 ເດືອນທີ່ຜ່ານມາ, ທ່ານອາດຈະມີສິດໄດ້ຮັບໂຄງການຍົກເວັ້ນການສໍາພາດ ໂດຍທ່ານຕ້ອງມີເງື່ອນໄຂທັງໝົດຕາມທີ່ໄດ້ລະບຸໄວ້ຂ້າງລຸ່ມນີ້. ຖ້າຫາກວ່າທ່ານບໍ່ມີສິດຮັບໂຄງການຍົກເວັ້ນການສໍາພາດ, ກະລຸນາຄລິກ ທີ່ນີ້ ເພື່ອຈອງການນັດໝາຍມາສໍາພາດທີ່ສະຖານທູດອາເມລິກາ.
ຄຸນສົມບັດ
ຖ້າທ່ານເປັນຜູ້ສະໝັກທີ່ມີອາຍຸ 79 ປີຂຶ້ນໄປ ຫຼື ຜູ້ສະໝັກເປັນເດັກນ້ອຍທີ່ມີອາຍຸຕ່ໍາກວ່າ 14 ປີ ໃນເວລາສະໝັກຂໍວີຊາ, ທ່ານສາມາດມີສິດໄດ້ຮັບໂຄງການຍົກເວັ້ນການສໍາພາດ ຖ້າທ່ານຕອບວ່າ “ແມ່ນ” (Yes) ຕໍ່ທຸກຄຳຖາມລຸ່ມນີ້.
- ຂ້າພະເຈົ້າຕ້ອງການຍື່ນຂໍວີຊາ B1/B2 (ທຸລະກິດ/ທ່ອງທ່ຽວ).
- ຂ້າພະເຈົ້າຢູ່ປະເທດລາວໃນເວລາສະໝັກຂໍວີຊາ.
- ຂ້າພະເຈົ້າບໍ່ໄດ້ເກີດ ຫຼື ບໍ່ຖືໜັງສືຜ່ານແດນຂອງປະເທດຄິວບາ, ເກົາຫຼີເໜືອ, ຊີເຣຍ, ຊູດານ ຫຼື ອີຣັກ.
- ຂ້າພະເຈົ້າຕອບ “ບໍ່” (No) ຕໍ່ທຸກຄຳຖາມສຳລັບຄວາມປອດໄພ ແລະ ປະຫວັດຄວາມເປັນມາຢູ່ໃນແບບຟອມ DS-160.
- ຂ້າພະເຈົ້າບໍ່ເຄີຍຖືກປະຕິເສດການທີ່ຈະເຂົ້າສະຫະລັດອາເມລິກາ.
- ຂ້າພະເຈົ້າບໍ່ເຄີຍຖືກປະຕິເສດວີຊາສະຫະລັດ ຫຼື ຖ້າຂ້າພະເຈົ້າຖືກປະຕິເສດວີຊາສະຫະລັດມາກ່ອນ ຫຼັງຈາກນັ້ນຂ້າພະເຈົ້າກໍ່ໄດ້ຮັບການອະນຸມັດວີຊາປະເພດດຽວກັນ.
ຄວາມຕ້ອງການເພີ່ມເຕີມສໍາລັບເດັກນ້ອຍທີ່ມີອາຍຸຕ່ໍາກວ່າ 14 ປີ
- 1 ໃນພໍ່ແມ່ ຫຼື ຜູ້ປົກຄອງຖືກຕ້ອງຕາມກົດໝາຍຈະຕ້ອງມີວີຊາ B1/B2 (ທຸລະກິດ/ທ່ອງທ່ຽວ) ທີ່ຍັງບໍ່ໝົດອາຍຸໃນເວລາທີ່ເດັກນ້ອຍຍືນໃບສະໝັກຂໍວີຊາ.
- ພໍ່ແມ່ ຫຼື ຜູ້ປົກຄອງຖືກຕ້ອງຕາມກົດໝາຍບໍ່ແມ່ນຜູ້ທີ່ຢູ່ອາໄສຖາວອນໃນສະຫະລັດອາເມລິກາ (ບໍ່ໄດ້ຖືບັດຂຽວ) ຫຼື ບໍ່ເປັນພົນລະເມືອງຂອງສະຫະລັດອາເມລິກາ.
ຖ້າທ່ານຕ້ອງການຕໍ່ອາຍຸວີຊາທີ່ທ່ານເຄີຍໄດ້ຮັບການອະນຸມັດມາກ່ອນ ປະເພດ B-1 (ນັກທຸລະກິດ), B-2 (ນັກທ່ອງທ່ຽວ), B1/B2 (ທຸລະກິດ/ທ່ອງທ່ຽວ), C1/D (ເດີນທາງຜ່ານ/ລູກເຮືອ), F-1 (ນັກຮຽນ) ຫຼື M-1 (ນັກສຶກສາວິຊາຊີບ ຫຼື ນັກຮຽນໄລຍະສັ້ນ), ທ່ານອາດຈະມີສິດໄດ້ຮັບການຍົກເວັ້ນການສໍາພາດ.
ຖ້າທ່ານສາມາດຕອບ“ແມ່ນ” (Yes) ຕໍ່ທຸກຄໍຳຖາມຕໍ່ໄປນີ້, ທ່ານອາດຈະມີສິດໄດ້ຮັບໂຄງການຍົກເວັ້ນການສໍາພາດ.
- ຂ້າພະເຈົ້າຕ້ອງການຕໍ່ອາຍຸວີຊາ B-1 (ນັກທຸລະກິດ), B-2 (ນັກທ່ອງທ່ຽວ), B1/B2 (ນັກທຸລະກິດ/ນັກທ່ອງທ່ຽວ), C1/D (ເດີນທາງຜ່ານ/ລູກເຮືອ), F-1 (ນັກຮຽນ), ຫຼື ວີຊາ M-1 (ນັກສຶກສາວິຊາຊີບ ຫຼື ນັກຮຽນໄລຍະສັ້ນ) ທີ່ວີຊາຍັງບໍ່ໝົດອາຍຸ ຫຼື ໝົດອາຍຸພາຍໃນ 48 ເດືອນຜ່ານມາ (ສີ່ປີ). ນະໂຍບາຍນີ້ ມີຜົນສັກສິດນຳໃຊ້ຈົນເຖິງມີແຈ້ງການໃໝ່. ສ່ວນສຳລັບວີຊາປະເພດອື່ນ ກະລຸນາຈອງການນັດໝາຍເພື່ອມາສໍາພາດກທີ່ສະຖານທູດອາເມລິກາ.
- ຂ້າພະເຈົ້າຢູ່ປະເທດລາວໃນເວລາສະໝັກຂໍວີຊາ.
- ຂ້າພະເຈົ້າບໍ່ໄດ້ເກີດ ຫຼື ບໍ່ຖືໜັງສືຜ່ານແດນຂອງປະເທດຄິວບາ, ເກົາຫຼີເໜືອ, ຊີເຣຍ, ຊູດານ ຫຼື ອີຣັກ.
- ວີຊາທີ່ຂ້າພະເຈົ້າໄດ້ຮັບຜ່ານມາບໍ່ໄດ້ສູນເສຍ/ຖືກລັກ ຫຼື ຖືກຖອນຄືນ.
- ຖ້າສູນເສຍ/ຖືກລັກ ຫຼື ຖືກຖອນຄືນ ກະລຸນາຈອງການນັດໝາຍເພື່ອມາສໍາພາດທີສະຖານທູດອາເມລິກາ.
- ຊື່, ນາມສະກຸນ, ວັນ/ເດືອນ/ປີເກີດ ແລະ ສັນຊາດໃນໜັງສືຜ່ານແດນປັດຈຸບັນຂອງຂ້າພະເຈົ້າກົງກັບຂໍ້ມູນໃນວີຊາທີ່ຂ້າພະເຈົ້າໄດ້ຮັບມາກ່ອນ.
- ຖ້າຊື່ ແລະ/ຫຼື ນາມສະກຸນແຕກຕ່າງກັບວີຊາທີທ່ານໄດ້ຮັບມາກ່ອນ, ກະລຸນາຍືນສຳເນົາໃບຮັບຮອງການປ່ຽນຊື ແລະ/ຫຼື ນາມສະກຸນທີ່ໄດ້ອອກຈາກອົງການຂອງລັດຖະບານ ພ້ອມກັບສະບັບແປພາສາອັງກິດ.
- ຖ້າວັນເດືອນປີເກີດ ແລະ/ຫຼື ສັນຊາດບໍ່ກົງກັບວີຊາທີທ່ານໄດ້ຮັບມາກ່ອນ ກະລຸນາຈອງການນັດໝາຍເພື່ອມາສໍາພາດທີ່ສະຖານທູດອາເມລິກາ.
- ຂ້າພະເຈົ້າໄດ້ຮັບວີຊາໃນຄັ້ງກ່ອນເມື່ອອາຍຸ 14 ປີ ຫຼື ຫຼາຍກວ່າ 14 ປີຂຶ້ນໄປ ແລະ 10 ລາຍນິ້ວມືຂອງຂ້າພະເຈົ້າໄດ້ຖືກສະແກນໃນເວລາສໍາພາດຜ່ານມາແລ້ວ.
- ຂ້າພະເຈົ້າຕ້ອງການຕໍ່ອາຍຸວີຊາປະເພດດຽວກັນກັບວີຊາປັດຈຸບັນທີ່ຍັງບໍ່ໝົດອາຍຸ ຫຼື ວີຊາເກົ່າຂອງຕົນ.
- ສຳລັບການຕໍ່ອາຍຸວີຊາ C1/D (ເດີນທາງຜ່ານ/ລູກເຮືອ) ຜູ້ສະໝັກຈະຕ້ອງສົ່ງຈົດໝາຍຮັບຮອງການຈ້າງງານສະບັບຫຼ້າສຸດ.
- ສຳລັບວີຊານັກຮຽນ F-1 ແລະ M-1, ຜູ້ສະໝັກຕ້ອງສົ່ງຕົ້ນສະບັບ I-20 ແລະ ໃບຢືນຢັນຈ່າຍຄ່າທໍານຽມ SEVIS
- ສຳລັບຜູ້ສະໝັກທີ່ມີອາຍຸຕ່ຳກວ່າ 14 ປີ, ຜູ້ສະໝັກຕ້ອງມີສຳເນົາໃບຢັ້ງຢືນການເກີດ ແລະ ສຳເນົາໜ້າວີຊາປະເພດ B1/B2 (ທຸລະກິດ/ທ່ອງທ່ຽວ) ຍັງບໍ່ໄດ້ຫມົດອາຍຸ ຂອງໜຶ່ງໃນພໍ່ແມ່ ຫຼື ທັງສອງຄົນ ຫຼື ຜູ້ປົກຄອງຖືກຕ້ອງຕາມກົດໝາຍ.
- ຂ້າພະເຈົ້າຕ້ອງການຕໍ່ອາຍຸວີຊາຢູ່ສະຖານທູດສະຫະລັດໃນເຂດທີຢູ່ອາໄສຂອງຕົນ. ຂ້າພະເຈົ້າຮັບຮູ້ວ່າຕົນເອງອາດຈະຍັງຖືກຮຽກຮ້ອງໃຫ້ໄປປາກົດຕົວເພື່ອສໍາພາດວີຊາຢູ່ສະຖານທູດ.
- ວີຊາຫຼ້າສຸດທີ່ຂ້າພະເຈົ້າໄດ້ຮັບ ບໍ່ມີຄຳອະທິບາຍ ເຊັ່ນ: “ໄດ້ຮັບໃບອະນຸຍາດ”, “ໄດ້ຮັບການຍົກເວັ້ນ”, ຫຼື “ໄດ້ອະນຸຍາດລາຍນິ້ວມື”.
- ວີຊາຫຼ້າສຸດທີ່ຂ້າພະເຈົ້າໄດ້ຮັບຢູ່ໃນໜັງສືຜ່ານແດນປັດຈຸບັນ ຫຼື ໜັງສືຜ່ານແດນເກົ່າຂອງຂ້າພະເຈົ້າ ຈະສົ່ງພ້ອມກັບຄໍາຮ້ອງສະໝັກຂໍວີຊາ.
- ຂ້າພະເຈົ້າບໍ່ເຄີຍຖືກປະຕິເສດທີ່ຈະເຂົ້າສະຫະລັດອາເມລິກາ.
- ຂ້າພະເຈົ້າບໍ່ເຄີຍຖືກປະຕິເສດວີຊາສະຫະລັດ ຫຼື ຖ້າຂ້າພະເຈົ້າຖືກປະຕິເສດວີຊາສະຫະລັດມາກ່ອນ ຫຼັງຈາກນັ້ນຂ້າພະເຈົ້າກໍ່ໄດ້ຮັບການອະນຸມັດວີຊາ ປະເພດດຽວກັນ.
- ຂ້າພະເຈົ້າຕອບ“ບໍ່”(No) ຕໍ່ທຸກຄຳຖາມສຳລັບຄວາມປອດໄພ ແລະ ປະຫວັດຄວາມເປັນມາຢູ່ໃນແບບຟອມ DS-160.
ຖ້າຫາກວ່າທ່ານບໍ່ມີສິດໄດ້ຮັບໂຄງການຍົກເວັ້ນການສໍາພາດ, ກະລຸນາຄລິກ ທີ່ນີ້ ເພື່ອຈອງການນັດໝາຍ ແລະ ຂຶ້ນສຳພາດ.
ວິທີການຍື່ນຂໍສະໝັກ
ຖ້າຫາກວ່າທ່ານມີເງື່ອນໄຂຕາມທີ່ລະບຸໄວ້ຂ້າງເທິງ, ກະລຸນາປະຕິບັດຕາມຂັ້ນຕອນຕໍ່ໄປນີ້.
ຂັ້ນຕອນທີ 1:
ປະກອບ ແບບຟອມ DS-160. ທ່ານຕ້ອງປະກອບແບບຟອມ DS-160 ໃໝ່ສໍາລັບແຕ່ລະຄັ້ງທີ່ຮ້ອງຂໍສະຫມັກ. ຂໍ້ມູນທັງໝົດແມ່ນຂໍ້ມູນທີ່ຖືກຕ້ອງ ແລະ ເປັນຄວາມຈິງ. ເມື່ອແບບຟອມ DS-160 ຖືກສົ່ງໄປແລ້ວ, ທ່ານຈະບໍ່ສາມາດແກ້ໄຂ ຫຼື ປ່ຽນແປງຂໍ້ມູນຂອງທ່ານໄດ້ອີກ. ສູນສອບຖາມຈະບໍ່ສາມາດຊ່ວຍເຫຼືອທ່ານໃນການປະກອບໃບຄຳຮ້ອງ DS-160.
ໝາຍເຫດ: ທ່ານຈະຕ້ອງພິມໃບຢືນຢັນແບບຟອມ DS-160 ຂອງທ່ານສໍາລັບຂັ້ນຕອນນີ້.
ຂັ້ນຕອນທີ 2:
ສ້າງໂປຣໄຟລ໌ ແລະ ຊຳລະຄ່າທຳນຽມວີຊາ.
ກະລຸນາສຶກສາຂໍ້ມູນທີ່ ໜ້າເວັບໄຊ໌ກ່ຽວກັບຄ່າທໍານຽມວີຊາ ທີ່ສະແດງລາຍການປະເພດຂອງວີຊາ ແລະ ຄ່າທໍານຽມວີຊາທີ່ກ່ຽວຂ້ອງເປັນສະກຸນເງິນ ໂດລາ ສະຫະລັດອາເມລິກາ ແລະ ສະກຸນເງິນກີບ. ກະລຸນາຄລິກທີ່ນີ້ ສໍາລັບລາຍລະອຽດກ່ຽວກັບວິທີການຊຳລະຄ່າທຳນຽມວີຊາ. ຫຼັງຈາກຊໍາລະຄ່າທໍານຽມວີຊາແລ້ວ, ກະລຸນາເກັບຮັກສາໃບຮັບເງິນຄ່າທຳນຽມວີຊາໄວ້.
ຂັ້ນຕອນທີ 3:
ເຂົ້າສູ່ລະບົບໂປຣໄຟລ໌ຂອງທ່ານໂດຍການນໍາໃຊ້ຊື່ຜູ້ໃຊ້ (username) ແລະ ລະຫັດຜ່ານດຽວທີ່ທ່ານໄດ້ຕັ້ງໄວ້ໃນຂັ້ນຕອນຊໍາລະຄ່າທໍານຽມວີຊາ ເພື່ອຕອບຄໍາຖາມ ແລະ ພິມໃບຢັ້ງຢືນກຍົກເວັ້ນການສໍາພາດທີ່ມີໝາຍເລກ UID ແລະ ລະຫັດ QR.
ທ່ານຈະຕ້ອງປະຕິບັດຕາມຂັ້ນຕອນຕໍ່ໄປນີ້ ເພື່ອດຳເນີນການຕໍ່:
- ຕົວເລກໜັງສືຜ່ານແດນ,
- ຕົວເລກໃບຮັບເງິນຄ່າທຳນຽມວີຊາ. (ຄລິກ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກໃບຮັບເງິນຄ່າທຳນຽມວີຊາ)
- ເລກບາໂຄດ 10 ຕົວຈາກໃບຢັ້ງຢືນຂອງໃບຄຳຮ້ອງ DS-160 ຂອງທ່ານ.
ຂັ້ນຕອນທີ 4 (ຂັ້ນຕອນສຸດທ້າຍ):
ຮວບຮວມເອກະສານທັງໝົດຂອງທ່ານ ແລະ ຈອງການນັດໝາຍເພື່ອສົ່ງເອກະສານມາໃຫ້ສະຖານທູດສະຫະລັດນະຄອນຫຼວງວຽງຈັນ. ເມື່ອຍືນເອກະສານຂອງທ່ານແລ້ວ, ສະຖານທູດຈະໃຫ້ໃບບີນຮັບເອກະສານທີຊີ້ບອກເວລາໄປຮັບໜັງສືຜ່ານແດນ ແລະ ວີຊາຂອງທ່ານ.
ຂ້າພະເຈົ້າຈະຕ້ອງສົ່ງເອກະສານຫຍັງແດ່?
ກະລຸນາສົ່ງພຽງແຕ່ເອກະສານທີ່ຈໍາເປັນດັ່ງທີມີຢູ່ໃນລາຍການທີ່ລະບຸຕໍ່ໄປນີ້. ພວກເຮົາຈະພະຍາຍາມສົ່ງຄືນເອກະສານຕົ້ນສະບັບຕ່າງໆຂອງທ່ານທີ່ພວກເຮົາໄດ້ຮັບ, ເຖິງຢ່າງໃດກໍຕາມ, ສະຖານທູດຈະບໍ່ຮັບຜິດຊອບຕໍ່ການສູນເສຍເອກະສານເພີ່ມເຕີມທີ່ບໍ່ຈໍາເປັນ.
- ຈົດໝາຍຢັ້ງຢືນການຍົກເວັ້ນການສໍາພາດທີ່ມີໝາຍເລກ UID ແລະ ລະຫັດ QR.
- ໜັງສືຜ່ານແດນ: ໜັງສືຜ່ານແດນປັດຈຸບັນຂອງທ່ານຈະຕ້ອງມີຢ່າງໜ້ອຍສຸດສອງໜ້າເປົ່າເພື່ອການຕິດວີຊາໃໝ່ ແລະ ມີອາຍຸການໃຊ້ງານຢ່າງຕ່ຳຫົກເດືອນທີ່ຈະຕ້ອງເກີນໄລຍະເວລາທີ່ທ່ານຕັ້ງໃຈຈະພັກອາໃສຢູ່ໃນ ສະຫະລັດອາເມລິກາ.
- ຖ້າທ່ານມີໜັງສືຜ່ານແດນເກົ່າມີວີຊາສະຫະລັດທີ່ທ່ານໄດ້ຮັບຫຼ້າສຸດເຊິ່ງຍັງບໍ່ໝົດອາຍຸ ຫຼື ໝົດອາຍຸພາຍໃນ 48 ເດືອນຜ່ານມາ.
- ໃບຢືນຢັນແບບຟອມ DS-160 ທີ່ມີເລກບາໂຄດ ເຊິ່ງປະກອບຂໍ້ມູນສໍາເລັດ ແລະ ໄດ້ທຳການກົດຢືນຢັນອອນໄລນ໌ແລ້ວ.
- ຮູບ 2 ໃບ (ຂະໜາດ 5x5 ຊມ (5cmx5cm) ຫຼື 2x2 ນິ້ວ, ພື້ນຫຼັງສີຂາວທີ່ຖ່າຍບໍ່ເກີນຫົກເດືອນ ໂດຍບໍ່ມີການປັບປ່ຽນ ຫຼື ການດັດແປງທາງດິຈິຕອນ, ບໍ່ໃສ່ແວ່ນຕາ, ບໍ່ໃສ່ຄອນແທກເລນສີ ຫຼື ໝວກ), ການສົ່ງຮູບທີ່ບໍ່ມີເງື່ອນໄຂພຽງພໍອາດຈະເຮັດໃຫ້ຂະບວນການຕໍ່ອາຍຸວີຊາຂອງທ່ານຊັກຊ້າ
- ໃບຮັບເງິນຄ່າທຳນຽມວີຊາ.
- ຖ້າຫາກວ່າທ່ານເຄີຍປ່ຽນຊື່ ແລະ/ຫຼື ນາມສະກຸນ, ໃຫ້ທ່ານສຳເນົາໃບຮັບຮອງການປ່ຽນຊື ແລະ/ຫຼື ນາມສະກຸນທີ່ໄດ້ອອກຈາກອົງການລັດຖະບານ ພ້ອມກັບສະບັບແປພາສາອັງກິດ.
ເອກະສານເພີ່ມເຕີມສຳລັບການຕໍ່ອາຍຸວີຊາ C1/D (ເດີນທາງຜ່ານ/ລູກເຮືອ)
- ຈົດໝາຍຮັບຮອງການຈ້າງງານສະບັບຫຼ້າສຸດ
ເອກະສານເພີ່ມເຕີມສໍາລັບການຕໍ່ອາຍຸວີຊາ F ແລະ M
- ຕົ້ນສະບັບ I-20 ຫຼື DS-2019 ທີ່ໄດ້ຖືກເຊັນສັນຍາ
- ໃບຢືນຢັນຈ່າຍຄ່າທໍານຽມ SEVIS
- ໃບຄະແນນສໍາເລັດການສຶກສາຈາກໂຮງຮຽນສະຫະລັດອາເມລິກາ (ຖ້າມີ)
ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 14 ປີ
- ສໍາເນົາໃບຢັ້ງຢືນການເກີດ ຫຼື ເອກະສານການລ້ຽງດູເດັກທີຖືກຕ້ອງຕາມກົດຫມາຍພ້ອມກັບສະບັບແປພາສາອັງກິດ
- ສຳເນົາໜ້າຊີວະປະຫວັດໜັງສືຜ່ານແດນ ຫຼື ບັດປະຈຳຕົວຂອງພໍ່ແມ່
- ສຳເນົາໜ້າວີຊາປັດຈຸບັນ ແລະ/ຫຼື ວີຊາສະຫະລັດເກົ່າຂອງພໍ່ແມ່
ຄຳຖາມທີ່ພົບເລື້ອຍໆ (FAQs)ສໍາລັບໂຄງການຍົກເວັ້ນການສໍາພາດ
ໂຄງການຍົກເວັ້ນການສໍາພາດແມ່ນຫຍັງ?
- ໂຄງການຍົກເວັ້ນການສໍາພາດໃຫ້ໂອກາດທີ່ຈະໄດ້ຮັບວີຊາໂດຍບໍ່ຈຳເປັນເຂົ້າຮັບການສໍາພາດ. (ໝາຍເຫດ: ພະແນກກົງສຸນມີສິດທີ່ຈະຮຽກຮ້ອງໃຫ້ຜູ້ສະໝັກໃດໜຶ່ງເຂົ້າມາສໍາພາດເພື່ອຢືນຢັນວ່າຜູ້ສະໝັກມີສິດໄດ້ຮັບວີຊ່າເຂົ້າສະຫະລັດອາເມລິກາ).
- ຂະບວນການສະໝັກຂໍວີຊາສ່ວນຫຼາຍຈະຖືກສົ່ງຄືນພາຍໃນ 2 ອາທິດ.
ຮູບພາບປະເພດແນວໃດຈິງຖືກຕ້ອງ?
- ຮູບພາບມີຂະໜາດ 5cm x 5cm, ພື້ນຫຼັງສີຂາວ, ບໍ່ໃສ່ແວ່ນຕາ, ສະແດງເຫັນຫູທັງສອງຂ້າງ.
- ຮູບຖ່າຍຕ້ອງມີອາຍຸບໍ່ເກີນຫົກເດືອນ.
- ລາຍລະອຽດກ່ຽວກັບຮູບພາບທີ່ຕ້ອງການ ກະລຸນາເຂົ້າເວບໄຊທີ່: https://ustraveldocs.com/la_la/la-niv-photoinfo.asp.
ຖ້າຂ້ອຍບໍ່ມີໜັງສືຜ່ານແດນ ແລະ ວີຊ່າເກົ່າຈະເປັນແນວໃດ?
- ຖ້າທ່ານມີອາຍຸລະຫວ່າງ 15-78 ປີ ແລະ ບໍ່ມີວີຊາເກົ່າ, ທ່ານຈະບໍ່ມີສິດເຂົ້າຮ່ວມໂຄງການຍົກເວັ້ນການສໍາພາດ. ທ່ານຈຳເປັນຕ້ອງນັດໝາຍ ແລະ ເຂົ້າມາສຳພາດ.
ຂ້ອຍມີສິດໄດ້ຮັບໂຄງການຍົກເວັ້ນການສໍາພາດ, ແຕ່ລູກຂອງຂ້ອຍບໍ່ເຄີຍມີວີຊາມາກ່ອນ. ຂ້ອຍສາມາດຍື່ນໃບສະໝັກວີຊາຂອງລູກພ້ອມກັບຂ້ອຍໄດ້ບໍ?
- ຖ້າລູກຂອງທ່ານບໍ່ເຄີຍມີວີຊາມາກ່ອນ, ທ່ານຈະຕ້ອງນັດໝາຍໃຫ້ລູກ ແລະ ເຂົ້າມາສໍາພາດນຳລູກ.
- ຖ້າລູກຂອງທ່ານມີອາຍຸ 14 ປີ ຫຼື ຕໍ່າກວ່າ, ລູກຂອງທ່ານຈະມີສິດໄດ້ຮັບໂຄງການຍົກເວັ້ນການສໍາພາດ.
ຂ້ອຍຕ້ອງການສະໝັກເຂົ້າຮວມໂຄງການຍົກເວັ້ນການສໍາພາດ, ແຕ່ຕ້ອງການໜັງສືຜ່ານແດນດ່ວນເພື່ອເດີນທາງໄປປະເທດອື່ນ -ຂ້ອຍຄວນເຮັດແນວໃດ?
- ທ່ານຄວນລໍຖ້າຈົນກ່ວາ ທ່ານກັບຄືນມາຈາກການເດີນທາງ ຈຶ່ງສົ່ງເອກະສານສະໝັກຍືນຂໍວີຊາ.
ຂ້ອຍຄວນຍື່ນເອກະສານສະໜັບສະໜຸນອື່ນຄື: ປຶ້ມສຳມະໂນຄົວ, ໃບປະກາດສະນີຍະບັດ ແລະ ໃບຢັ້ງຢືນການເກີດບໍ?
- ບໍ່, ທ່ານບໍ່ຄວນ. ທ່ານຄວນສົ່ງພຽງແຕ່ເອກະສານທີ່ກໍານົດໄວ້ໃນເວັບໄຊທ໌ເທົ່ານັ້ນ.
ສິ່ງທີ່ສາມາດເລັ່ງເວລາການດໍາເນີນຕໍ່ອາຍຸວີຊາຂອງຂ້ອຍໄດ້ໄວຂຶ້ນ?
- ກວດສອບໃຫ້ແນ່ໃຈວ່າເອກະສານຕໍ່ອາຍຸວີຊາຂອງທ່ານໄດ້ສົມບູນແລ້ວ. ກວດເບິ່ງທີ່ນີ້ສໍາລັບເອກະສານທີ່ຈໍາເປັນ.
- ອັບໂຫຼດຮູບພາບເອເລັກໂຕຣນິກທີ່ມີຄຸນນະພາບດີຕາມຄວາມຕ້ອງການ.
- ພິມໃບຢືນຢັນແບບຟອມ DS-160 ດ້ວຍເຄື່ອງພິມເລເຊີເພື່ອຄຸນນະພາບບາໂຄດທີ່ຊັດເຈນກວ່າ.
- ຖ້າທ່ານມີວີຊາສະຫະລັດຫຼາຍຄັ້ງມາກ່ອນຢູ່ໃນໜັງສືຜ່ານແດນເກົ່າທີ່ແຕກຕ່າງກັນ, ກະລຸນາສົ່ງພຽງແຕ່ວີຊາຫຼ້າສຸດຂອງທ່ານເທົ່ານັ້ນ.
- ກະລຸນາສົ່ງຈົດໝາຍຢັ້ງຢືນຍົກເວັ້ນການສໍາພາດວີຊາຂອງທ່ານ ເຊິ່ງຈະເປັນຫຼັກຖານສະແດງວ່າທ່ານໄດ້ຊຳລະຄ່າທໍານຽມຍື່ນຂໍວີຊາແລ້ວ.