ຄ່າທຳນຽມວີຊາ

ຢູ່ໃນໜ້ານີ້:


ສະພາບລວມ

ຜູ້ຍື່ນໃບຄຳຮ້ອງຂໍວີຊາ, ລວມທັງເດັກນ້ອຍ, ຈະຕ້ອງຈ່າຍຄ່າທຳນຽມທີ່ບໍ່ສາມາດຂໍຮັບເງິນຄືນ ຫຼື ໂອນໃຫ້ບຸກຄົນອື່ນໄດ້, ບາງຄັ້ງເອີ້ນວ່າຄ່າທຳນຽມ MRV, ກ່ອນຍື່ນໃບຄຳຮ້ອງຂໍຮັບວີຊາຄົນເຂົ້າເມືອງຊົ່ວຄາວ. ຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາຈະຕ້ອງໄດ້ຊຳລະບໍ່ວ່າຈະອອກວີຊາໃຫ້ຫຼືບໍ່ກໍ່ຕາມ. ຈຳນວນຄ່າທຳນຽມຈະຂຶ້ນກັບປະເພດວີຊາທີ່ທ່ານຍື່ນຂໍເອົາ. ອີງຕາມສັນຊາດ ແລະ ປະເພດວີຊາທີ່ທ່ານຍື່ນຂໍ, ທ່ານອາດຈະຕ້ອງໄດ້ຊໍາລະຄ່າທຳນຽມອອກວີຊາ ຫຼື ຄ່າທຳນຽມ “ຫຼັກຕອບສະໜອງຊຶ່ງກັນ ແລະ ກັນ”. ໜ້າເວັບນີ້ໄດ້ລະບຸຄ່າທຳນຽມຍື່ນຂໍວີຊາສຳລັບວີຊາຄົນເຂົ້າເມືອງຊົ່ວຄາວແຕ່ລະປະເພດ.

ກະລຸນາຮັບຊາບວ່າໜ້າເວັບນີ້ລະບຸພຽງແຕ່ຄ່າທຳນຽມຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວເທົ່ານັ້ນ.

ຂໍ້ມູນການຊຳລະເງິນ

ເຖິງແມ່ນວ່າຄ່າທຳນຽມທັງໝົດຈະລະບຸເປັນສະກຸນເງິນໂດລາ, ແຕ່ການຊຳລະເງິນຈະຕ້ອງເປັນສະກຸນເງິນທ້ອງຖິ່ນເທົ່ານັ້ນ. ທ່ານສາມາດຊໍາລະຄ່າທໍານຽມໄດ້ທີ່ ທະນາຄານ ເອຊີລິດາ ທຸກສາຂາ. ຂໍ້ມູນເພີ່ມເຕີມກ່ຽວກັບທາງເລືອກຕ່າງໆໃນການຊໍາລະເງິນແມ່ນຢູ່ໃນເວັບໄຊ໌ນີ້. ເພື່ອຊອກຫາສາຂາຕ່າງໆຂອງທະນາຄານ ເອຊີລິດາ, ກົດ ເວັບໄຊ໌ນີ້.

ຂໍ້ຫ້າມ

ຄ່າທຳນຽມວີຊາທີ່ໄດ້ຊໍາລະໄປແລ້ວແມ່ນບໍ່ສາມາດຖອນຄືນໄດ້  ແລະ ທ່ານບໍ່ສາມາດໂອນໄປໃຫ້ບຸກຄົນອື່ນໄດ້. ທ່ານຈະໄດ້ຮັບໃບບິນຫຼັງຈາກໄດ້ຊໍາລະຄ່າວີຊາ. ເນື່ອງຈາກການຢຸດຕິການບໍລິການແບບປົກກະຕິຂອງທາງກົງສຸນຍ້ອນພະຍາດໂຄວິດ-19 ແຕ່ຕົ້ນປີ 2020 ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ ເພື່ອຟື້ນຟູການດຳເນີນງານວີຊາທັງໝົດໃຫ້ປົກກະຕິ ແລະ ປອດໄພເທົ່າທີ່ຈະເປັນໄປໄດ້, ກະຊວງການຕ່າງປະເທດຈຶ່ງໄດ້ຕໍ່ອາຍຸການນໍາໃຊ້ຂອງໃບບິນຊໍາລະຄ່າວີຊາ ຈົນຮອດວັນທີ 30 ກັນຍາ 2023. ຖ້າທ່ານບໍ່ຈອງການນັດໝາຍສຳພາດຂອງທ່ານກ່ອນມື້ທີ່ກ່າວໄປນັ້ນ, ໃບບິນຂອງທ່ານຈະໝົດອາຍຸ ແລະ ທ່ານຈະເສຍສິດໃນການນຳໃຊ້ໃບບິນເສຍຄ່າທຳນຽມດັ່ງກ່າວໃນການຂໍວີຊາ.

ປະເພດວີຊາ ແລະ ຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາ

ຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາໄດ້ຖືກລະບຸໄວ້ຂ້າງລຸ່ມນີ້ ແລະ ນຳໃຊ້ໄດ້ກັບໃບຄຳຮ້ອງຂໍວີຊາໜຶ່ງສະບັບເທົ່ານັ້ນ. ຄ່າທໍານຽມຍື່ນຂໍວີຊາສໍາລັບ ວີຊາເຂົ້າເມືອງຊົ່ວຄາວທົ່ວໄປແມ່ນ US$185. ປະເພດວີຊາດັ່ງກ່າວລວມມີ ວີຊານັກທ່ອງທ່ຽວ, ນັກທຸລະກິດ, ນັກສຶກສາ, ແລະ ຜູ້ເຂົ້າຮ່ວມໂຄງການແລກປ່ຽນຕ່າງໆ. ຄ່າທໍານຽມວີຊາປະເພດຄ້ຳປະກັນເຊັ່ນ ວີຊາເຮັດວຽກ ຫຼື ວີຊາຜູ້ເຮັດວຽກທາງສາສະໜາ ແມ່ນ US$205. ຄ່າທໍານຽມວີຊາປະເພດ K ແມ່ນ US$265 ແລະ ວີຊາປະເພດ E ແມ່ນ US$315. ຕາຕະລາງລຸ່ມນີ້ ລະບຸປະເພດວີຊາ ແລະ ຄ່າທໍານຽມຕ່າງໆຢ່າງລະອຽດ.

ປະເພດວີຊາ ແລະ ຈຳນວນເງິນຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາ - ຈັດຮຽງຕາມປະເພດຄ່າທຳນຽມ

ຈຳນວນເງິນຄ່າທຳນຽມ (ໂດລາສະຫະລັດ)

ຈຳນວນເງິນຄ່າທຳນຽມ(ກີບ) ປະເພດວີຊາ ລາຍລະອຽດ
$185 N/A ປະເພດ B ທຸລະກິດ/ທ່ອງທ່ຽວ
$185  N/A ປະເພດ C-1 ການເດີນທາງຜ່ານ
$185  N/A ປະເພດ D ລູກເຮືອ/ເຮືອບິນ
$185  N/A ປະເພດ F ນັກຮຽນ (ການສຶກສາ)
$185  N/A ປະເພດ I ນັກຂ່າວ/ສື່ມວນຊົນ
$185  N/A ປະເພດ J ຜູ້ຢ້ຽມຢາມແລກປ່ຽນ
$185  N/A ປະເພດ M ນັກຮຽນ(ວິຊາຊີບ)
$185  N/A ປະເພດ T ຜູ້ເຄາະຮ້າຍຂອງການຄ້າມະນຸດ
$185  N/A ປະເພດ TN/TD ຜູ້ຊ່ຽວຊານ NAFTA
$185  N/A ປະເພດ U ຜູ້ເຄາະຮ້າຍຂອງອາຊະຍາກຳ
$205 N/A ປະເພດ H ຄົນງານຊົ່ວຄາວ/ຕາມລະດູການ ແລະ ການວ່າຈ້າງ, ຄົນເຝິກງານ
$205 N/A ປະເພດ L ພະນັກງານທີ່ຖືກຍົກຍ້າຍສາຂາພາຍໃນບໍລິສັດ
$205 N/A ປະເພດ O ບຸກຄົນທີ່ມີຄວາມສາມາດພິເສດ
$205  N/A ປະເພດ P ນັກກິລາ. ສິນລະປິນ ແລະ ຜູ້ໃຫ້ຄວາມບັນເທີງ
$205 N/A ປະເພດ Q ການແລກປ່ຽນວັດທະນະທຳລະຫວ່າງປະເທດ
$205  N/A ປະເພດ R ຄົນງານທາງສາສະໜາ
$265  N/A ປະເພດ K ຄູ່ໝັ້ນ ຫຼື ຄູ່ສົມລົດຂອງຜູ້ທີ່ຖືສັນຊາດອາເມລິກາ
$315  N/A ປະເພດ E ນັກທຸລະກິດຕາມສົນທິສັນຍາ/ນັກລົງທຶນ, ຊ່ຽວຊານພິເສດຂອງອົດສະຕາລີ
ປະເພດວີຊາ ແລະ ຈຳນວນເງິນຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາ - ຈັດຮຽງຕາມປະເພດວີຊາ
ປະເພດວີຊາ ລາຍລະອຽດ ຈຳນວນເງິນຄ່າທຳນຽມ( ໂດລາສະຫະລັດ) ຈຳນວນເງິນຄ່າທຳນຽມ(ກີບ)
ປະເພດ B ທຸລະກິດ/ທ່ອງທ່ຽວ $185 N/A
ປະເພດ C-1 ການເດີນທາງຜ່ານ $185  N/A
ປະເພດ D ລູກເຮືອ/ເຮືອບິນ $185  N/A
ປະເພດ E ນັກທຸລະກິດຕາມສົນທິສັນຍາ/ນັກລົງທຶນ, ຊ່ຽວຊານພິເສດຂອງອົດສະຕາລີ $315  N/A
ປະເພດ F ນັກຮຽນ (ການສຶກສາ) $185  N/A
ປະເພດ H ຄົນງານຊົ່ວຄາວ/ຕາມລະດູການ ແລະ ການວ່າຈ້າງ, ຄົນເຝິກງານ $205  N/A
ປະເພດ I ນັກຂ່າວ/ສື່ມວນຊົນ $185  N/A
ປະເພດ J ຜູ້ຢ້ຽມຢາມແລກປ່ຽນ $185  N/A
ປະເພດ K ຄູ່ໝັ້ນ ຫຼື ຄູ່ສົມລົດຂອງຜູ້ທີ່ຖືສັນຊາດອາເມລິກາ $265  N/A
ປະເພດ L ພະນັກງານທີ່ຖືກຍົກຍ້າຍສາຂາພາຍໃນບໍລິສັດ $205 N/A
ປະເພດ M ນັກຮຽນ(ວິຊາຊີບ) $185 N/A
ປະເພດ O ບຸກຄົນທີ່ມີຄວາມສາມາດພິເສດ $205 N/A
ປະເພດ P ນັກກິລາ. ສິນລະປິນ ແລະ ຜູ້ໃຫ້ຄວາມບັນເທີງ $205  N/A
ປະເພດ Q ການແລກປ່ຽນວັດທະນະທຳລະຫວ່າງປະເທດ $205 N/A
ປະເພດ R ຄົນງານທາງສາສະໜາ $205 N/A
ປະເພດ T ຜູ້ເຄາະຮ້າຍຂອງການຄ້າມະນຸດ $185 N/A
ປະເພດ U ຜູ້ເຄາະຮ້າຍຂອງອາຊະຍາກຳ $185  N/A
ປະເພດ TN/TD ຜູ້ຊ່ຽວຊານ NAFTA $185  N/A

ປະເພດວີຊາ ແລະ ເງື່ອນໄຂທີ່ບໍ່ຈຳເປັນຕ້ອງເສຍຄ່າທຳນຽມ

  • ຜູ້ຍື່ນໃບຄຳຮ້ອງຂໍວີຊາປະເພດ A, G, C-2, C-3, NATO, ແລະ ວີຊາທາງການທູດ (ຕາມທີ່ໄດ້ກຳນົດໄວ້ໃນ 22 CFR 41.26);
  • ຜູ້ຍື່ນໃບຄຳຮ້ອງຂໍວີຊາປະເພດ J ແລະ ບຸກຄົນທີ່ເຂົ້າຮ່ວມໂຄງການແລກປ່ຽນດ້ານການສຶກສາ ແລະ ວັດທະນະທຳທີ່ໄດ້ຮັບການສະໜັບສະໜູນໂດຍລັດຖະບານສະຫະລັດ
  • ການປ່ຽນວີຊາທີ່ສາມາດອ່ານໄດ້ດ້ວຍເຄື່ອງຈັກພາຍໃນກຳນົດໜຶ່ງປີຂອງການອອກວີຊາ, ເມື່ອວີຊາຕົ້ນສະບັບບໍ່ໄດ້ຮັບການປະທັບຢ່າງຖືກຕ້ອງ ຫຼື ວີຊາຈຳເປັນຕ້ອງໄດ້ອອກໃຫ້ໃໝ່ໂດຍບໍ່ແມ່ນຄວາມຜິດຂອງຜູ້ຍື່ນໃບຄຳຮ້ອງ.
  • ຜູ້ຍື່ນໃບຄຳຮ້ອງທີ່ໄດ້ຮັບການຍົກເວັ້ນຕາມຂໍ້ົກລົງລະຫວ່າງປະເທດ, ລວມທັງສະມາຊິກ ແລະ ພະນັກງານຂອງພາລະກິດສັງເກດການຂອງສຳນັກງານໃຫ່ຍຂອງອົງການສະຫະປະຊາຊາດທີ່ໄດ້ຮັບການຮັບຮອງ ໂດຍສະມັດຊາໃຫ່ຍແຫ່ງສະຫະປະຊາຊາດ ແລະ ຄອບຄົວໃກ້ຊິດຂອງພວກເຂົາ;
  • ຜູ້ຍື່ນໃບຄຳຮ້ອງທີ່ເດີນທາງເພື່ອໃຫ້ການບໍລິການດ້ານການກຸສົນສະເພາະ;
  • ພະນັກງານລັດຖະບານສະຫະລັດທີ່ເດີນທາງໄປເຮັດວຽກທາງລັດຖະການ; ແລະ,
  • ຜູ້ປົກຄອງ, ອ້າຍເອື້ອຍນ້ອງ, ຄູ່ສົມລົດ ຫຼື ລູກຫຼານຂອງພະນັກງານລັດຖະບານສະຫະລັດທີ່ໄດ້ເສຍຊີວິດໃນໜ້າທີ່ ຜູ້ທີ່ຈະເດີນທາງເພື່ອເຂົ້າຮ່ວມງານສົບ ແລະ/ຫຼື ພິທີຊາປະນາກິດຂອງພະນັກງານດັ່ງກ່າວ; ຫຼື ຜູ້ປົກຄອງ, ອ້າຍເອື້ອຍນ້ອງ, ຄູ່ສົມລົດ ຫຼື ລູກຫຼານຂອງພະນັກງານລັດຖະບານສະຫະລັດທີ່ໄດ້ຮັບບາດເຈັບໜັກໃນໜ້າທີ່ ເພື່ອຢ້ຽມຢາມໃນໄລຍະການປິ່ນປົວສຸກເສີນ ແລະ ການພັກຟື້ນ.

ຄ່າທຳນຽມອື່ນໆ

ໃນບາງກໍລະນີ, ຄ່າທຳນຽມວີຊາເພີ່ມຈະຕ້ອງໄດ້ຈ່າຍໂດຍກົງໃຫ້ກັບສູນອອກວີຊາແຫ່ງຊາດ, ສະຖານທູດສະຫະລັດ ຫຼື ສະຖານກົງສຸນ ຫຼື ກະຊວງຄວາມໝັ້ນຄົງແຫ່ງຊາດສະຫະລັດ.

ຄ່າທຳນຽມການອອກວີຊາຄົນເຂົ້າເມືອງຊົ່ວຄາວ("ຫຼັກປະຕິບັດຕ່າງຕອບແທນ")

ຜູ້ຍື່ນໃບຄຳຮ້ອງຈາກບາງປະເທດອາດຈະຕ້ອງໄດ້ຈ່າຍຄ່າທຳນຽມອອກວີຊາ ຫຼັງຈາກໃບຄຳຮ້ອງຂອງພວກເຂົາໄດ້ຮັບການອະນຸມັດ. ຄ່າທຳນຽມເຫຼົ່ານີ້ແມ່ນອີງໃສ່ "ຫຼັກປະຕິບັດຕ່າງຕອບແທນ" (ຄ່າທຳນຽມທີ່ປະເທດອື່ນເກັບກັບພົນລະເມືອງສະຫະລັດສຳລັບປະເພດວີຊາທີ່ຄ້າຍຄືກັນ). ສະຫະລັດອາເມລິກາພະຍາຍາມລົບລ້າງຄ່າທຳນຽມອອກວີຊາທຸກຄັ້ງທີ່ເປັນໄປໄດ້ , ແຕ່ຢ່າງໃດກໍ່ຕາມ, ເມື່ອ ລັດຖະບານຂອງປະເທດອື່ນຮຽກເກັບຄ່າທຳນຽມເຫຼົ່ານີ້ກັບພົນລະເມືອງສະຫະລັດ ສຳລັບວີຊາບາງປະເພດ, ສະຫະລັດອາເມລິກາຈະຮຽກເກັບຄ່າທຳນຽມຕາມ "ຫຼັກປະຕິບັດຕ່າງຕອບແທນ" ກັບ ພົນລະເມືອງຂອງປະເທດເຫຼົ່ານີ້ສຳລັບປະເພດວີຊາທີ່ຄ້າຍຄືກັນ. ເວັບໄຊ໌ຂອງກະຊວງການຕ່າງປະເທດ ມີຂໍ້ມູນເພິ່ມເຕີມກ່ຽວກັບຄ່າທໍານຽມການອອກວີຊາ ແລະ ສາມາດຊ່ວຍທ່ານໃນການລະບຸຄ່າທໍານຽມການອອກວີຊາທີ່ຖືກຕ້ອງ ໂດຍສອດຄ່ອງກັບສັນຊາດຂອງທ່ານ.

ຄ່າທຳນຽມການຈັດການຂໍ້ມູນຂອງນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ(SEVIS)

ລະບົບບັນທຶກຂໍ້ມູນຂອງນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ(SEVIS) ແມ່ນລະບົບອິນເຕີເນັດທີ່ຕິດຕາມຜູ້ຍື່ນໃບຄຳຮ້ອງຂໍວີຊາປະເພດ F, M ແລະ J (ແລະ ສະມາຊິກໃນຄອບຄົວຂອງພວກເຂົາ) ນັບຈາກເວລາທີ່ພວກເຂົາໄດ້ຮັບເອກະສານເບື້ອງຕົ້ນ (ບໍ່ວ່າຈະເປັນເອກະສານ I-20 ຫຼື DS-2019) ຈົນກ່ວາພວກເຂົາຈົບການສຶກສາ/ອອກຈາກໂຮງຮຽນ ຫຼື ສິ້ນສຸດ/ອອກຈາກໂຄງການ.

ຜູ້ຍື່ນໃບຄຳຮ້ອງຫຼັກສຳລັບວີຊາປະເພດ F, M ແລະ J: ກວດສອບກັບໂຮງຮຽນສະຫະລັດຂອງທ່ານເພື່ອໃຫ້ແນ່ໃຈວ່າຂໍ້ມູນ ຂອງທ່ານໄດ້ຖືກປ້ອນເຂົ້າສູ່ລະບົບບັນທຶກຂໍ້ມູນຂອງນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ(SEVIS). ທ່ານຈະຕ້ອງຈ່າຍຄ່າທຳນຽມ SEVIS ຕ່າງຫາກນອກເໜືອຈາກຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາ. ສຳລັບນັກສຶກສາທີ່ເຂົ້າເມືອງຊົ່ວຄາວທີ່ນຳໃຊ້ໃບຄຳຮ້ອງ I-20, ຄ່າທໍານຽມ SEVIS ແມ່ນ 350 ໂດລາ ສະຫະລັດອາເມລິກາ. ສໍາລັບຜູ້ຢ້ຽມຢາມພາຍໃຕ້ໂຄງການແລກປ່ຽນທີ່ນໍາໃຊ້ໃບຄຳຮ້ອງ DS-2019, ຄ່າທໍານຽມ SEVIS ແມ່ນ 220 ໂດລາ ສະຫະລັດ. ນັກສຶກສາ ແລະ ຜູ້ຢ້ຽມຢາມພາຍໃຕ້ໂຄງການແລກປ່ຽນຕ້ອງສະແດງຫຼັກຖານການຊໍາລະຄ່າທໍານຽມກ່ອນທີ່ຈະໄດ້ຮັບວີຊາຂອງທ່ານ. ການຊຳລະເງິນບໍ່ສາມາດເຮັດໄດ້ທີ່ສະຖານທູດສະຫະລັດ ຫຼື ສະຖານກົງສຸນ. ຄໍາແນະນໍາກ່ຽວກັບການຊຳລະຄ່າທໍານຽມ SEVIS ແມ່ນສາມາດອ່ານໄດ້ໃນ ເວັບໄຊ໌ນີ້.

ການຍົກເວັ້ນຄ່າທຳນຽມການຈັດການຂໍ້ມູນຂອງນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ(SEVIS)

ຜູ້ຍື່ນໃບຄຳຮ້ອງທີ່່ເຂົ້າຮ່ວມໂຄງການທີ່ສະໜັບສະໜູນໂດຍລັດຖະບານສະຫະລັດ(ໂຄງການທີ່ມີລະຫັດຂຶ້ນຕົ້ນດ້ວຍ G-1, G-2, G-3, G-7) ບໍ່ຈຳເປັນຕ້ອງຈ່າຍຄ່າທຳນຽມ SEVIS.

ຄ່າທຳນຽມວີຊາ Blanket L (ຄ່າທຳນຽມການປ້ອງກັນ ແລະ ຄົ້ນຫາການສໍ້ໂກງ ແລະ)

ຜູ້ຍື່ນຂໍວີຊາຫລັກທີ່ຍື່ນຂໍວີຊາປະເພດ L  (blanket) ຈະຕ້ອງຈ່າຍຄ່າທຳນຽມການປ້ອງກັນ ແລະ ຄົ້ນຫາການສໍ້ໂກງຈຳນວນ 500 ໂດລາ. ຄ່າທຳນຽມດັ່ງກ່າວແມ່ນຈ່າຍທີ່ເຄົ້າເຕີ້ຂອງພະແນກກົງສູນໃນວັນເຂົ້າສຳພາດ. ຖ້າຫາກວ່າ ຜູ້ສະຫມັກຍື່ນຂໍຂໍວີຊາ ປະເພດ L  (blanket) ອີກຄັ້ງ ແລະ ນຳໃຊ້ແບບຟອມ I-129S ໃຫມ່ ແມ່ນຕ້ອງໄດ້ຈ່າຍຄ່າທຳນຽມການປ້ອງກັນ ແລະ ຄົ້ນຫາການສໍ້ໂກງໃຫມ່. ນອກຈາກນັ້ນ, ໃນບາງກໍລະນີ ຜູ້ຍື່ນຂໍວີຊາຫລັກທີ່ຍື່ນຂໍວີຊາປະເພດ L (blanket) ຄັ້ງດັ່ງກ່າວ ຍັງຕ້ອງຈ່າຍຄ່າປ້ອງກັນຊາຍແດນ (Border Security Act) ອີກຈຳນວນ  2,250 ໂດລາ. ສຳລັບການຍື່ນຂໍວີຊາປະເພດ L(ສະເພາະບຸກຄົນ) , ປະເພດ H-1B ແລະ ປະເພດ H-2B. ຜູ້ຄ້ຳປະກັນທີ່ຢູ່ສະຫະລັດອາເມລິກາຕ້ອງຈ່າຍຄ່າທຳນຽມການປ້ອງກັນຊາຍແດນເວລາຍື່ນຄຳຮ້ອງກັບຫ້ອງການບໍລິການກວດຄົນເຂົ້າເມືອງ ແລະ ສັນຊາດ ສະຫະລັດອາເມລິກາ (USCIS)