ວີຊາເຮັດວຽກ

ຢູ່ໃນໜ້ານີ້:


ຄໍາຖາມທີ່ຖາມເປັນປະຈຳ

ສະພາບລວມ

ພາຍໃຕ້ກົດໝາຍວ່າດ້ວຍການເຂົ້າເມືອງຂອງ ສະຫະລັດອາເມລິກາ, ຖ້າທ່ານຕ້ອງການເຮັດວຽກຊົ່ວຄາວຢູ່ ສະຫະລັດອາເມລິກາ ໃນຖານະຜູ້ເຂົ້າເມືອງຊົ່ວຄາວ, ທ່ານຕ້ອງມີວີຊາສະເພາະຕາມປະເພດວຽກທີ່ທ່ານຈະໄປເຮັດ. ປະເພດວີຊາຄົນເຮັດວຽກຊົ່ວຄາວສ່ວນາຍຮຽກຮ້ອງໃຫ້ນາຍຈ້າງ ຫຼື ຕົວແທນຍື່ນໃບຄຳຮ້ອງຄ້ຳປະກັນ, ເຊິ່ງຕ້ອງຖືກອະນຸມັດໂດຍ ຫ້ອງການບໍລິການກວດຄົນເຂົ້າເມືອງ ແລະ ສັນຊາດ ສະຫະລັດອາເມລິກາ (USCIS) ຢູ່ ສະຫະລັດອາເມລິກາ ກ່ອນທີ່ທ່ານຈະສາມາດຍື່ນຂໍວີຊາເຮັດວຽກໄດ້.

ຜູ້ຍື່ນຂໍວີຊາປະເພດ H, L, O, P ແລະ Q ທຸກຄົນຕ້ອງມີຄຳຮ້ອງຄ້ຳປະກັນທີ່ຖືກອະນຸມັດໂດຍ USCIS. ໃບຄຳຮ້ອງຄ້ຳປະກັນ, I-129 ຂອງທ່ານຕ້ອງຖືກອະນຸມັດກ່ອນ ທີ່ທ່ານຈະສາມາດຍື່ນຂໍວີຊາທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ. ເມື່ອໃບຄຳຮ້ອງຄ້ຳປະກັນຂອງທ່ານຖືກອະນຸມັດ, ນາຍຈ້າງ ຫຼື ຕົວແທນຂອງທ່ານຈະໄດ້ຮັບແຈ້ງການເພື່ອດຳເນີນການຍື່ນໃບຄຳຮ້ອງ I-797 ຕໍ່ໄປ, ຊຶ່ງທຽບເທົ່າການແຈ້ງການອະນຸມັດໃບຄຳຮ້ອງຄ້ຳປະກັນຂອງທ່ານ. ເຈົ້າໜ້າທີ່ກົງສຸນ ຈະກວດຄືນການອະນຸມັດໃບຄຳຮ້ອງຄ້ຳປະກັນຂອງທ່ານຜ່ານ ໜ່ວຍງານບໍລິການການຄຸ້ມຄອງໃບຄຳຮ້ອງຄ້ຳປະກັນຂອງ ກະຊວງການຕ່າງປະເທດ (PIMS) ໃນເວລາທ່ານສຳພາດ.

ທ່ານຕ້ອງນຳເອົາເລກທີໃບຄຳຮ້ອງຄ້ຳປະກັນ I-129 ຂອງທ່ານ ມາພ້ອມເວລາທ່ານມາສຳພາດ ທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ເພື່ອກວດຄືນການອະນຸມັດໃບຄຳຮ້ອງດັ່ງກ່າວ. ການອະນຸມັດໃບຄຳຮ້ອງຄ້ຳປະກັນຂອງທ່ານຈະບໍ່ຮັບປະກັນການອອກວີຊາ ຖ້າທ່ານບໍ່ມີຄຸນສົມບັດທີ່ເໝາະສົມພາຍໃຕ້ກົດໝາຍການເຂົ້າເມືອງຂອງ ສະຫະລັດອາເມລິກາ.

ລາຍລະອຽດກ່ຽວກັບວີຊາ ແລະ ຄຸນວຸດທິ

H-1B (ອາຊີບແບບຊໍານານງານພິເສດ)

ທ່ານຕ້ອງມີວີຊາປະເພດ H-1B ຖ້າທ່ານຈະເຂົ້າ ສະຫະລັດອາເມລິກາ ເພື່ອໃຫ້ບໍລິການຕາມອາຊີບວິຊາສະເພາະທີ່ໄດ້ກະກຽມໄວ້ລ່ວງໜ້າ. ເພື່ອໃຫ້ໄດ້ຕາມຄຸນສົມບັດທີ່ເໝາະສົມ, ທ່ານຕ້ອງມີໃບປະກາດສະນີຍາບັດປະລິນຍາຕີ ຫຼື ສູງກ່ວາ (ຫຼື ທຽບເທົ່າ) ໃນສາຂາວິຊາສະເພາະກັບວຽກທີ່ທ່ານກຳລັງຫາຢູ່. USCIS ຈະຕັດສິນວ່າການຈ້າງທ່ານນັ້ນ ແມ່ນອາຊີບແບບຊໍານານງານພິເສດ ຫຼື ບໍ່ ແລະ ທ່ານເໝາະສົມທີ່ຈະເຮັດວຽກນີ້ ຫຼື ບໍ່. ນາຍຈ້າງຂອງທ່ານຕ້ອງຍື່ນໃບຄຳຮ້ອງກ່ຽວກັບສະພາບການຈ້າງງານ ກັບ ກະຊວງແຮງງານ ຊຶ່ງຈະລະບຸ ເງື່ອນໄຂ ແລະ ສະພາບການຕ່າງໆ ພາຍໃຕ້ສັນຍາການຈ້າງງານກັບທ່ານ.

H-1B1 ວີຊາເຮັດວຽກຊົ່ວຄາວອີງຕາມສົນທິສັນຍາ

ອີງຕາມຂໍ້ຕົກລົງການຄ້າເສລີທີ່ໄດ້ເຊັນກັນລະຫວ່າງສະຫະລັດອະເມລິກາກັບປະເທດຊີລີ ແລະ ສິງກະໂປ ໄດ້ອະນຸຍາດໃຫ້ ຄົນຊີລີ ແລະ ຄົນສິງກະໂປ ຜູ້ທີ່ມີວິຊາສະເພາະ ເຮັດວຽກຊົ່ວຄາວຢູ່ໃນສະຫະລັດອະເມລິກາ ໃນບາງສະຖານະການສະເພາະ. ຄົນສັນຊາດຊີລີ ແລະ ສິງກະໂປມີສິດສະໝັກເປັນຜູ້ສະໝັກຕົ້ນຕໍໄດ້, ເຖິງແມ່ນວ່າຄູ່ສົມລົດ ແລະລູກຂອງເຂົາຈະມີສັນຊາດອື່ນກໍ່ຕາມ.

ຜູ້ສະໝັກທີ່ຂໍວີຊາ H-1B1 ຄວນຈະມີວຽກໃຫ້ເຮັດ ທີ່ນາຍຈ້າງຮັບຮອງເອົາແລ້ວ ໃນຂົງເຂດວຽກງານທີ່ຖືກມອບໝາຍໃຫ້ ໃນສະຫະລັດອະເມລິກາ, ແຕ່ວ່າ ນາຍຈ້າງບໍ່ຈຳເປັນຕ້ອງຍື່ນຄຳຮ້ອງສຳຫລັບຜູ້ເຮັດວຽກຊົ່ວຄາວ, ຟອມ I-129, ແລະຜູ້ສະໝັກບໍ່ຈໍາເປັນຕ້ອງ ໄດ້ຮັບໃບແຈ້ງການອະນຸມັດ, ຟອມ I-797 ກ່ອນການຍື່ນຄໍາຮ້ອງຂໍວີຊາ. ເຖິງຢ່າງໃດກໍຕາມ,  ນາຍຈ້າງ ຈໍາເປັນຕ້ອງຍື່ນຄໍາຮ້ອງຂໍໃບຢັ້ງຢືນແຮງງານຕ່າງປະເທດ ກັບກະຊວງແຮງງານ ກ່ອນການຂໍວີຊາ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວີຊາ H-1B1, ກະລຸນາເຂົ້າໄປເບິ່ງໄດ້ທີ່ ເວັບໄຊທ໌ https://travel.state.gov/content/travel/en/us-visas/employment/temporary-worker-visas.html

H-2A (ຄົນງານກະສິກໍາຕາມລະດູການ)

ວີຊາປະເພດ H-2A ອະນຸຍາດໃຫ້ນາຍຈ້າງ ສະຫະລັດອາເມລິກາ ນຳເອົາຄົນຕ່າງປະເທດເຂົ້າມາສະຫະລັດອາເມລິກາ ເພື່ອເຮັດວຽກກະສິກໍາຊົ່ວຄາວເພື່ອທົດແທນຜູ້ເຮັດວຽກອາເມລິກາ ທີ່ບໍ່ພຽງພໍ. ວີຊາໝວດ H-2A ສຳລັບການເຂົ້າເມືອງຊົ່ວຄາວ ແມ່ນສຳລັບທ່ານທີ່ຊອກຫາວຽກດ້ານກະສິກຳ ຫຼື ການບໍລິການ ຫຼື ວຽກງານຕາມຕາມລະດູການຢູ່ ສະຫະລັດອາເມລິກາ ເປັນເວລາຊົ່ວຄາວ. ນາຍຈ້າງຢູ່ ສະຫະລັດອາເມລິກາ (ຫຼື ສະມາຄົມຜູ້ຜະລິດກະສິກຳ ສະຫະລັດອາເມລິກາ ທີ່ມີສະຖານະ ເປັນນາຍຈ້າງຮ່ວມ) ຕ້ອງຍື່ນໃບຄຳຮ້ອງ I-129 ຄ້ຳປະກັນຜູ້ເຮັດວຽກເຂົ້າເມືອງຊົ່ວຄາວ, ໃນນາມຂອງທານ.

ວີຊາປະເພດ H-2B (ຄົນງານສີມືດີ ແລະ ກໍາມະກອນທົ່ວໄປ)

ທ່ານຕ້ອງມີວີຊາປະເພດນີ້ ຖ້າທ່ານຈະເຂົ້າ ສະຫະລັດອາເມລິກາ ເພື່ອເຮັດວຽກຊົ່ວຄາວ ຫຼື ຕາມລະດູການ ແລະ ເປັນວຽກທີ່ຂາດຄົນເຮັດວຽກຢູ່ ສະຫະລັດອາເມລິກາ. ນາຍຈ້າງຂອງທ່ານຕ້ອງຂໍໃບຢັ້ງຢືນຈາກ ກະຊວງແຮງງານ ວ່າບໍ່ມີຄົນເຮັດວຽກອາເມລິກາ ທີ່ເໝາະສົມກັບປະເພດວຽກທີ່ຕ້ອງການ ເພື່ອເປັນຂໍ້ອ້າງອີງໃນໃບຄຳຮ້ອງຄ້ຳປະກັນການເຮັດວຽກຂອງທ່ານ.

H-3 (ຄົນຝຶກງານ)

ທ່ານຕ້ອງມີວີຊາປະເພດ H-3 ຖ້າທ່ານຈະເຂົ້າ ສະຫະລັດອາເມລິກາ ເພື່ອຮັບການຝຶກອົບຮົມຈາກນາຍຈ້າງຂອງທ່ານ ໃນທຸກໆສາຂາ, ຍົກເວັ້ນການສຶກສາປະລິນຍາ ຫຼື ການເຝິກອົບຮົມເປັນເວລາຍາວເຖິງສອງປີ. ທ່ານສາມາດຮັບເງິນສຳລັບການຝຶກອົບຮົມ ແລະ ການຝຶກວຽກຕົວຈິງ. ການຝຶກອົບຮົມດັ່ງກ່າວບໍ່ສາມາດເປັນໃນຮູບແບບການເຮັດວຽກທີ່ເກິດປະສິດທິຜົນ ແລະ ບໍ່ມີການຝຶກອົບຮົມດັ່ງກ່າວຢູ່ປະເທດຂອງທ່ານ.

H-4 (ຜູ້ຕິດຕາມ)

ຖ້າທ່ານຖືວີຊາປະເພດ H ຫຼັກທີ່ມີອາຍຸການນຳໃຊ້, ຄູ່ສົມລົດ ຫຼື ລູກທີ່ຍັງໂສດ (ອາຍຸຕ່ຳກ່ວາ 21) ສາມາດຮັບວີຊາປະເພດ H-4 ເພື່ອຕິດຕາມທ່ານໄປຍັງ ສະຫະລັດອາເມລິກາ. ແນວໃດກໍຕາມ, ຄູ່ສົມລົດ/ລູກບໍ່ສາມາດເຮັດວຽກໃນຂະນະທີ່ຢູ່ໃນ ສະຫະລັດອາເມລິກາ.

L-1 (ພະນັກງານທີ່ຖືກຍົກຍ້າຍພາຍໃນບໍລິສັດ)

ທ່ານຕ້ອງມີວີຊາປະເພດ L-1 ຖ້າທ່ານເປັນພະນັກງານຂອງບໍລິສັດສາກົນທີ່ຈະຍົກຍ້າຍທ່ານຊົ່ວຄາວໄປຢູ່ສາຂາແມ່, ບໍລິສັດໃນເຄືອຄ່າຍ, ຫຼື ສາຂາຂອງບໍລິສັດດຽວກັນຢູ່ ສະຫະລັດອາເມລິກາ. ບໍລິສັດສາກົນດັ່ງກ່າວ ສາມາດເປັນອົງການຂອງ ສະຫະລັດອາເມລິກາ ຫຼື ຂອງຕ່າງປະເທດກໍໄດ້. ເງື່ອນໄຂທີເໝາະສົມເພື່ອໃຫ້ໄດ້ວີຊາປະເພດ L-1 ແມ່ນວ່າ ທ່ານຕ້ອງມີຕຳແໜ່ງຂັ້ນຜູ້ຈັດການ ຫຼື ຂັ້ນຜູ້ບໍລິຫານ ຫຼື ມີຄວາມຮູ້ຊ່ຽວຊານສະເພາະ ແລະ ຈະຖືກແຕ່ງຕັ້ງໃນງຕຳແໜ່ງຂັ້ນໃດໜຶ່ງທີ່ກ່າວມານັ້ນ, ເຖິງວ່າທ່ານບໍ່ໄດ້ຢູ່ໃນຕຳແໜ່ງດັ່ງກ່າວມາກ່ອນໜ້ານີ້ກໍຕາມ. ນອກຈາກນັ້ນ, ທ່ານຕ້ອງໄດ້ເຮັດວຽກກັບບໍລິສັດສາກົນຢູ່ນອກ ສະຫະລັດລັດ ຢ່າງຕໍ່ເນື່ອງເປັນເວລາໜຶ່ງໃນສາມປີ ກ່ອນທີ່ທ່ານຍື່ນຂໍວີຊາເຂົ້າ ສະຫະລັດອາເມລິກາ. ທ່ານສາມາດຍື່ນຂໍວີຊາປະເພດ L-1 ຫຼັງຈາກທີ່ບໍລິສັດ ສະຫະລັດອາເມລິກາ ຫຼື ບໍລິສັດໃນເຄືອຄ່າຍຢູ່ ສະຫະລັດອາເມລິກາ ໄດ້ຮັບການອະນຸຍາດສຳລັບໃບຄຳຮ້ອງຄ້ຳປະກັນຈາກ USCIS, ບໍ່ວ່າຈະເປັນຊຸດ ຫຼື ເປັນສ່ວນບຸກຄົນ.

L-2 (ຜູ້ຕິດຕາມ)

ຖ້າທ່ານເປັນຜູ້ຖືວີຊາປະເພດ L ຫຼັກທີ່ໃຊ້ໄດ້, ຄູ່ສົມລົດ ຫຼື ລູກທີ່ຍັງໂສດ (ອາຍຸຕ່ຳກ່ວາ 21) ກໍ່ສາມາດໄດ້ຮັບວີຊານີ້ເຊັ່ນກັນ. ເນື່ອງຈາກວ່າມີການປ່ຽນແປງທາງກົດໝາຍໃນບໍ່ດົນມານີ້, ຄູ່ສົມລົດຂອງທ່ານສາມາດຂໍອະນຸຍາດເຮັດວຽກ. ຄູ່ສົມລົດຂອງທ່ານຕ້ອງຍື່ນຂໍວີຊາປະເພດ L-2 ຂອງລາວເອງ ແລ້ວຍື່ນໃບຄຳຮ້ອງ I-765 ທີ່ປະກອບຄົບຖ້ວນ (ສາມາດເອົາໄດ້ຈາກ USCIS), ພ້ອມດ້ວຍຄ່າທຳນຽມການຍື່ນຂໍວີຊາ. ລູກຂອງທ່ານບໍ່ສາມາດເຮັດວຽກຢູ່ ສະຫະລັດອະເມລິກາ.

ປະເພດ O

ວີຊາປະເພດ O ແມ່ນອອກໃຫ້ບຸກຄົນທີ່ມີຄວາມສາມາດພິເສດໃນດ້ານ ວິທະຍາສາດ, ສິລະປະ, ການສຶກສາ, ທຸລະກິດ ແລະ ກິລາ ຫຼື ມີຄວາມສຳເລັດພິເສດດ້ານການຜະລິດໜັງ ແລະ ລາຍການໂທລະທັດ, ແລະ ຜູ້ຊ່ວຍສຳຄັນຂອງພວກເຂົາ.

P (ສິລະປິນ, ນັກບັນເທີງ)

ວີຊາປະເພດ P ແມ່ນອອກໃຫ້ນັກກິລາ, ນັກບັນເທີງ, ສິລະປິນ ແລະ ຜູ້ຊ່ວຍຈຳນວນໜຶ່ງ ທີ່ຈະມາສະແດງຢູ່ ສະຫະລັດອາເມລິກາ.

ປະເພດ Q

ທ່ານຕ້ອງມີວີຊາປະເພດ Q ຖ້າທ່ານຈະເດີນທາງເຂົ້າ ສະຫະລັດອາເມລິກາ ເພື່ອເຂົ້າຮ່ວມໂຄງການແລກປ່ຽນວັດທະນະທຳສາກົນ ດ້ວຍຈຸດປະສົງສະໜອງການຝຶກອົບຮົມພາກປະຕິບັດຕົວຈິງ, ການຈ້າງງານ, ແລະ ການເຜີຍແພ່ປະຫວັດສາດ, ວັດທະນະທຳ, ແລະ ປະເພນີຂອງປະເທດທ່ານ. ຜູ້ສະໜັບສະໜູນຂອງທ່ານຕ້ອງຍື່ນໃບຄຳຮ້ອງຄ້ຳປະກັນຕາງໜ້າທ່ານ ແລະ ຕ້ອງຖືກອະນຸມັດໂດຍ USCIS.

ຕ້ອງຍື່ນຂໍວີຊາເວລາໃດ

ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ສາມາດດຳເນີນໃບຄຳຮ້ອງຂໍວີຊາປະເພດ H, L, O, P ແລະ Q ຂອງທ່ານ ໃນໄລຍະບໍ່ເກີນ 90 ວັນ ກ່ອນວັນທີ່ທ່ານເລີ່ມຕົ້ນເຮັດວຽກ ຕາມທີ່ກຳນົດໃນໃບຄຳຮ້ອງ I-797 ຂອງທ່ານ. ແນວໃດກໍຕາມ, ເວລາທ່ານວາງແຜນການເດີນທາງ, ກະລຸນາຮັບຮູ້ວ່າກົດລະບຽບຂອງລັດຖະບານກາງ ອະນຸຍາດໃຫ້ທ່ານສາມາດນຳໃຊ້ວີຊາເພື່ອໄປຍື່ນຂໍເຂົ້າ ສະຫະລັດອາເມລິກາ ສິບວັນກ່ອນວັນທີ ທີ່ໄດ້ຖືກອະນຸມັດໃນໃບຄຳຮ້ອງ I-797 ຂອງທ່ານ.

ຂໍ້ມູນກ່ຽວກັບການຍື່ນຂໍວີຊາ

ໃນການຍື່ນຂໍວີຊາປະເພດ H, L, O, P, ແລະ Q, ທ່ານຕ້ອງຍື່ນເອກະສານດັ່ງຕໍ່ໄປນີ້:

  • ໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລັກໂຕຣນິກ (DS-160). ເຂົ້າໄປທີ່່ໜ້າເວັບໄຊ໌ DS-160 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໃບຄຳຮ້ອງ DS-160.
  • ໜັງສືເດີນທາງທີ່ຖືກຕ້ອງສຳລັບເດີນທາງໄປ ສະຫະລັດອາເມລິກາ ເຊິ່ງມີອາຍຸການໃຊ້ງານຢ່າງຕ່ຳຫົກເດືອນເກີນໄລຍະເວລາທີ່ທ່ານຕັ້ງໃຈຈະພັກອາໃສຢູ່ໃນ ສະຫະລັດອາເມລິກາ (ເວັ້ນເສຍແຕ່ມີຂໍ້ຕົກລົງສະເພາະລະຫວ່າງປະເທດທີ່ສະໜອງການຍົກເວັ້ນ). ຖ້າໜັງສືເດີນທາງຂອງທ່ານມີຜູ້ຕິດຕາມຫຼາຍກວ່າໜຶ່ງຄົນ, ແຕ່ລະຄົນນັ້ນຕ້ອງຍື່ນຂໍວີຊາຂອງຕົນເອງ.
  • ຮູບ 2"x2" (5cmx5cm) ໜຶ່ງ (1) ໃບ ທີ່ໄດ້ຖ່າຍພາຍໃນຫົກເດືອນ. ໜ້າເວັບໄຊ໌ນີ້ ມີຂໍ້ມູນກ່ຽວກັບຮູບແບບຂອງຮູບພາບທີ່ຖືກຕ້ອງ.
  • ໃບຮັບເງິນທີ່ສະແດງການຊຳລະຄ່າທຳນຽມການດຳເນີນວີຊາເຂົ້າເມືອງຊົ່ວຄາວຈຳນວນ 190 ໂດລາສະຫະລັດ ເປັນສະກຸນເງິນທ້ອງຖິ່ນ ຊຶ່ງຈະບໍ່ມີການສົ່ງເງິນຄືນ. ໜ້າເວັບໄຊ໌ນີ້ ມີຂໍ້ມູນເພີ່ມເຕີມກ່ຽວກັບການຊຳລະຄ່າທຳນຽມດັ່ງກ່າວ. ຖ້າມິການອອກວິຊາ, ອາດຈະມີການເກັບຄ່າທຳນຽມການອອກວີຊາຕາມ ຫຼັກຕອບສະໜອງຊຶ່ງກັນ ແລະ ກັນ ໂດຍອີງຕາມສັນຊາດຂອງທ່ານ. ເວັບໄຊ໌ຂອງ ກະຊວງການຕ່າງປະເທດສາມາດສະໜອງຂໍ້ມູນ ວ່າທ່ານຈະຕ້ອງຊຳລະຄ່າທຳນຽມອອກວີຊາຕາມ ຫຼັກຕອບສະໜອງຊຶ່ງກັນ ແລະ ກັນ ຫຼື ບໍ່ ແລະ ໃນຈຳນວນເທົ່າໃດ.
  • ຖ້າທ່ານຍື່ນໃບຄຳຮ້ອງຂໍວີຊາປະເພດ L-1 ພາຍໃຕ້ການຄ້ຳປະກັນເປັນຊຸດ, ທ່ານຕ້ອງຊຳລະຄ່າທຳນຽມປ້ອງກັນ ແລະ ກວດກາການຫຼອກລວງ (ມີຂໍ້ມູນເພີ່ມເຕີມໃນ ເວັບໄຊ໌ນີ້).
  • ເລກທີໃບຮັບເງິນໃນໃບຄຳຮ້ອງຄ້ຳປະກັນ I-129 ຂອງທ່ານທີ່ຖືກອະນຸມັດແລ້ວ. ໃບສຳເນົາຂອງແບບຟອມ I-797 ບໍ່ຈຳເປັນໃນເວລາສຳພາດ.

ນອກຈາກຂໍ້ມູນຂ້າງເທິງນັ້ນ,ທ່ານຍັງຕ້ອງສະແດງຈົດໝາຍນັດສຳພາດທີ່ຢັ້ງຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍເຈົ້າໜ້າກົງສຸນໃນການຕັດສິນກ່ຽວກັບໃບຄຳຮ້ອງຍື່ນຂໍວີຊາຂອງທ່ານ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ປະກອບໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລັກໂຕຣນິກ (DS-160).

ຂັ້ນຕອນທີ 2

ຊຳລະຄ່າທຳນຽມການຍື່ນຂໍວີຊາ.

ຂັ້ນຕອນທີ 3

ກໍານົດເວລານັດໝາຍສຳພາດໃນເວັບໄຊ໌ນີ້. ທ່ານຕ້ອງສະໜອງຂໍ້ມູນຕໍ່ໄປນີ້ເພື່ອນັດໝາຍສຳພາດຂອງທ່ານ:

  • ໝາຍເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກທີດັ່ງກ່າວ.)
  • ເລກບາໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບຄຳຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4

ໄປທີ່ສະຖານທູດ ຫຼື ກົງສຸນຂອງ ສະຫະລັດອາເມລິກາ ໃນວັນທີ ແລະ ເວລາ ທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.

ເອກະສານສະໜັບສະໜູນ

ນອກຈາກຂໍ້ມູນຂ້າງເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດສຳພາດທີ່ຢັ້ງຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍເຈົ້າໜ້າກົງສຸນໃນການຕັດສິນກ່ຽວກັບໃບຄຳຮ້ອງຍື່ນຂໍວີຊາຂອງທ່ານ.

ລະວັງ: ບໍ່ໃຫ້ຍື່ນເອກະສານປອມ. ການຫຼອກລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່ໃຫ້ທ່ານສາມາດຂໍວີຊາອີກໃນຕໍ່ໜ໊າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງທ່ານ, ທ່ານຄວາມນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລີກາ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.

ໃນການຕັດສິນໃຈກ່ຽວກັບການຍື່ນຂໍວີຊາຂອງທ່ານ, ເຈົ້າໜ້າທີ່ກົງສູນຈະເບິ່ງໃບຄຳຮ້ອງຂອງແຕ່ລະຄົນ ແລະ ພິຈາລະນາປັດໃຈດ້ານວິຊາຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິຈາລະນາວັດຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.

ຖ້າທ່ານຍື່ນຂໍວິຊາເປັນຄັ້ງທຳອິດ, ທ່ານສາມາດປະຢັດເວລາໂດຍການນຳເອົາເອກະສານຕໍ່ໄປນີ້ມານຳເວລາສຳພາດ:

  • ຫຼັກຖານທີ່ສະແດງເຖິງຄຸນວຸດທິຂອງວຽກທ່ານ, ລວມທັງໃບປະກາສະຍີຍະບັດຕ່າງໆ.
  • ຈົດໝາຍຕົ້ນສະບັບຈາກນາຍຈ້າງປະຈຸບັນ ແລະ ຜ່ານໆມາ ທີ່ລະບຸລະອຽດກ່ຽວກັບຕຳແໜ່ງ ແລະ ໂຄງການຕ່າງໆທີ່ທ່ານຮັບຜິດຊອບ ແລະ ໄລຍະເວລາທີ່ທ່ານໄດ້ເຮັດວຽກກັບນາຍຈ້າງເຫຼົ່ານີ້.
  • ຖ້າທ່ານກຳລັງເຮັດວຽກຢູ່ ແລະ ຖືວີຊາປະເພດ H-1B, ກະລຸນາຍື່ນໃບຢັ້ງຢືນເງິນເດືອນຂອງທ່ານໃນປີນີ້ ແລະ ໃບຢັ້ງຢືນການຊຳລະອາກອນລາຍໄດ້ໃຫ້ລັດ (ໃບຄຳຮ້ອງ IRS 1040 ແລະ W-2) ຂອງທຸກໆປີທ່ານເຮັດວຽກຢູ່ ສະຫະລັດອາເມລິກາ. ທ່ານຄວນນຳເອົາ:
    • ໃບຢັ້ງຢືນເງິນເດືອນຈາກບ່ອນເຮັດວຽກປະຈຸບັນ ຫຼື ຈາກບ່ອນຫຼ້າສຸດ.
    • ຊື່ ແລະ ເລກໂທລະສັບຂອງຜູ້ຈັດການຝ່າຍບຸກຄະລາກອນ ຢູ່ບ່ອນເຮັດວຽກປະຈຸບັນ ແລະ ບ່ອນຜ່ານໆມາ.
    • ຊີວະປະຫວັດຂອງທ່ານ

ຜູ້ຕິດຕາມ

ຜູ້ຕິດຕາມຂອງທ່ານຄວນນຳເອົາເອກະສານທີ່ຕ້ອງການທັງໝົດໄປນຳ ສຳລັບວີຊາຍື່ນຂໍວີຊາເຂົ້າເມືອງຊົ່ວຄາວຕ່າງໆ, ບວກກັບ:

  • ໃບຢັ້ງຢືນການແຕ່ງງານ (ສຳລັບຄູ່ສົມລົດຂອງທ່ານ) ສະບັບຕົ້ນ ແລະ/ຫຼື ໃບຢັ້ງຢືນລາຍເກີດ (ສຳລັບລູກອາຍຸຕ່ຳກ່ວາ 21 ປີ ທີ່ຍັງບໍ່ທັນແຕ່ງງານ ), ຕາມຄວາມເໝາະສົມ
  • ຈົດໝາຍຈາກນາຍຈ້າງຂອງທ່ານ ທີ່ຢັ້ງຢືນການສືບຕໍ່ເຮັດວຽກຂອງທ່ານ
  • ຖ້າຄູ່ສົມລົດຂອງທ່ານກຳລັງເຮັດວຽກຢູ່ ສະຫະລັດອາເມລິກາ ພາຍໃຕ້ວີຊາປະເພດ H1-B, ເອົາໃບຢັ້ງຢືນເງິນເດືອນຂອງລາວສຳລັບປີນີ້ ແລະ ໃບຢັ້ງຢືນການຊຳລະອາກອນໃຫ້ລັດ (ໃບຄຳຮ້ອງ IRS 1040 ແລະ W-2s) ຂອງທຸກໆປີທີ່ລາວໄດ້ເຮັດວຽກຢູ່ ສະຫະລັດອາເມລິກາ ພາຍໃຕ້ວີຊາປະເພດ H-1B.

ຂໍ້ມູນເພີ່ມເຕີມ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວີຊາປະເພດ H, L, O, P ແລະ Q, ເຂົ້າເບິ່ງໃນເວັບໄຊ໌ຂອງ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໜ້າເວັບໄຊ໌ກ່ຽວກັບຜູ້ເຮັດວຽກຊົ່ວຄາວ.