ວີຊາຜູ້ຢ້ຽມຢາມແລກປ່ຽນ

ຢູ່ໃນໜ້ານີ້:


ຄຳຖາມທີ່ຖາມເປັນປະຈຳ

ສະພາບລວມ

ສະຫາລັດອາເມລິກາ ຍິນດີຕ້ອນຮັບຊາວຕ່າງປະເທດທີ່ເດີນທາງມາຍັ່ງ ສະຫາລັດອາເມລິກາ ເພື່ອເຂົ້າຮ່ວມໂຄງການແລກປ່ຽນ. ກ່ອນຍື່ນຂໍວີຊາ, ຜູ້ຢ້ຽມຢາມແລກປ່ຽນທຸກຄົນຕ້ອງຖືກຮັບ ແລະ ອະນຸມັດໂດຍຜູ້ສະໜັບສະໜູນໂຄງການທີ່ໄດ້ຮັບອະນຸຍາດ. ເມື່ອຖືກຮັບ, ຜູ້ຍື່ນຂໍວີຊາຈະໄດ້ຮັບເອກະສານອະນຸມັດທີ່ຈຳເປັນ ຈາກສະຖາບັນການສຶກສາ ຫຼື ຜູ້ສະໜັບສະໜູນໂຄງການ ເພື່ອໃຊ້ປະກອບເອກະສານການຍື່ນຂໍວີຊາ.

ວີຊາປະເພດ J ຂອງໂຄງການຜູ້ຢ້ຽມຢາມແລກປ່ຽນ ໄດ້ຖືກອອກແບບເພື່ອສົ່ງເສີມການແລກປ່ຽນດ້ານບຸກຄະລາກອນ, ຄວາມຮູ້, ແລະ ຄວາມສາມາດໃນຂະແໜງການສຶກສາ, ສິລະປະ ແລະ ວິທະຍາສາດ. ຜູ້ເຂົ້າຮ່ວມດັ່ງກ່າວລວມດ້ວຍ ນັກສຶກສາທຸກລະດັບຊັ້ນ; ຜູ້ຝຶກງານຕົວຈິງກັບບໍລິສັດ, ສະຖາບັນ, ແລະ ອົງການຕ່າງໆ; ຄູອາຈານໂຮງຮຽນປະຖົມ, ມັດຖະຍົມ ແລະ ໂຮງຮຽນສະເພາະດ້ານ; ອາຈານທີ່ມາສອນ ຫຼື ຄົ້ນຄ້ວາທີ່ສະຖາບັນສຶກສາຂັ້ນສູງ; ນັກຄົ້ນຄວ້າ; ຜູ້ຝຶກອົບຮົມວິຊາຊີບທາງການແພດ ແລະ ສາຂາທີ່ກ່ຽວຂ້ອງ; ແລະ ຜູ້ຢ້ຽມຢາມຕ່າງປະເທດທີ່ເດີນທາງເພື່ອທ່ອງທ່ຽວ, ສັງເກດການ, ປຶກສາຫາລື, ຄົ້ນຄ້ວາ, ຝຶກອົບຮົມ ແລກປ່ຽນ ຫຼື ສະແດງຄວາມຮູ້ ຫຼື ຄວາມສາມາດສະເພາະ ຫຼື ເຂົ້າຮ່ວມໂຄງການແລກປ່ຽນຄົນເຖິງຄົນ.

ຜູ້ຕິດຕາມ

ຄູ່ສົມລົດ ຫຼື ບຸດທີ່ຍັງບໍ່ທັນແຕ່ງງານທີ່ມີອາຍຸຕ່ຳກ່ວາ 21 ປີ ທີ່ປະສົງຈະຕິດຕາ ຫຼື ເດີນທາງນຳຜູ້ຖືວີຊາຫຼັກ ປະເພດ J-1 ໄປ ສະຫາລັດອາເມລິກາ ຕະຫຼອດເວລາຂອງການຢ້ຽມຢາມແມ່ນຕ້ອງ ຖື ວີຊາປະເພດ J-2. ຄູ່ສົມລົດ ຫຼື ບຸດຜູ້ທີ່ບໍ່ປະສົງອາໄສຢູ່ ສະຫາລັດອາເມລິກາ ຕາມຜູ້ຖືວີຊາຫຼັກ, ແຕ່ຈະເດີນທາງມາເພື່ອມາພັກຜ່ອນເທົ່ານັ້ນ ແມ່ນສາມາດຍື່ນຂໍວີຊາ ຢ້ຽມຢາມປະເພດ (B-2).

ຄູ່ສົມລົດ ແລະ/ຫຼື ບຸດຂອງຜູ້ຢ້ຽມຢາມແລກປ່ຽນໃນ ສະຫາລັດອາເມລິກາ ບໍ່ສາມາດເຮັດວຽກໃນຂະນະທີ່ຖື ວີຊາປະເພດ J-2 ເວັ້ນເສຍແຕ່ ພວກເຂົາໄດ້ຍື່ນໃບຄຳຮ້ອງຂໍອະນຸຍາດເຮັດວຽກ I-765. ຫ້ອງການບໍລິການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດອາເມລິກາ (USCIS) ຕ້ອງໄດ້ກວດກາໃບຄຳຮ້ອງ I-765 ແລະ ໄດ້ອະນຸຍາດໃຫ້ຜູູ້ຖືວີຊາປະເພດ J-2 ສາມາດເຮັດວຽກ. ເວັບໄຊ໌ຂອງ USCIS ມີເອກະສານເປັນໄຟລ໌ PDF ຊຶ່ງສະໜອງຂໍ້ມູນເພີ່ມເຕີມກ່ຽວກັບ "ການອະນຸຍາດເຮັດວຽກ".

ຂໍ້ມູນກ່ຽວກັບການຍື່ນຂໍວີຊາ

ເພື່ອຍື່ນຂໍວີຊາປະເພດ J, ທ່ານຕ້ອງຍື່ນເອກະສານດັ່ງຕໍ່ໄປນີ້:

ນອກຈາກຂໍ້ມູນຂ້າງເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດສຳພາດທີ່ຢັ້ງຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍເຈົ້າໜ້າກົງສຸນໃນການຕັດສິນກ່ຽວກັບໃບຄຳຮ້ອງຍື່ນຂໍວີຊາຂອງທ່ານ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ປະກອບໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລັກໂຕຣນິກ (DS-160).

ຂັ້ນຕອນທີ 2

ຊຳລະຄ່າທຳນຽມການຍື່ນຂໍວີຊາ.

ຂັ້ນຕອນທີ 3

ກໍານົດເວລານັດໝາຍສຳພາດໃນເວັບໄຊ໌ນີ້. ທ່ານຕ້ອງສະໜອງຂໍ້ມູນຕໍ່ໄປນີ້ເພື່ອນັດໝາຍສຳພາດຂອງທ່ານ:

  • ໝາຍເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກທີດັ່ງກ່າວ.)
  • ເລກບາໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບຄຳຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4

ໄປທີ່ສະຖານທູດ ຫຼື ກົງສຸນສະຫະລັດອາເມລິກາໃນວັນທີ ແລະ ເວລາທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.

ໝາຍເຫດສຳຄັນ: ສຳລັບບຸກຄົນທີ່ຍື່ນຂໍວີຊາຜູ້ຢ້ຽມຢາມແລກປ່ຽນທຸກທຶນ J ທີ່ໄດ້ຮັບການອະນຸມັດສະໜັບສະໜຸນໂດຍລັດຖະບານສະຫະລັດອາເມຣິກາ,(ຜູ້ມິວີຊາ J ທີ່ມີລະຫັດໂຄງການທີ່ເລີ່ມຕົ້ນດ້ວຍ "G") ແລະຜູ້ ຕິດຕາມກັບຂອງຜູ້ຍື່ນຂໍວີຊາ, ຂັ້ນຕອນນີ້ຕ້ອງໄດ້ຮັບແບບຟອມ DS-2019ຈາກສະຖາບັນຂອງສະຫະລັດອາເມຣິກາ. ຫຼັງຈາກໄດ້ຮັບ DS-2019, ຜູ້ສະຫມັກຄວນດໍາເນີນການຕື່ມແບບຟອມຄໍາຮ້ອງຂໍວີຊາ (DS-160) ທີ່ https://ceac.state.gov/ ແລະ ກໍານົດເວລານັດຫມາຍສຳພາດທີ່ນີ້. ເມື່ອຄໍາຮ້ອງຂໍການນັດຫມາຍສຳພາດໄດ້ຮັບການອະນຸມັດ, ຜູ້ສະຫມັກຈະໄດ້ຮັບການແຈ້ງເຕືອນທາງອີເມວກ່ຽວກັບການກໍານົດເວລານັດຫມາຍສຳພາດ.

ເອກະສານສະໜັບສະໜູນ

ເອກະສານປະກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່ກົງສຸນຈະພິຈາລະນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວກັບການຍື່ນຂໍວີຊາຂອງທ່ານ, ເຈົ້າໜ້າທີ່ກົງສູນຈະເບິ່ງໃບຄຳຮ້ອງຂອງແຕ່ລະຄົນ ແລະ ພິຈາລະນາປັດໃຈດ້ານວິຊາຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິຈາລະນາວັດຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.

ລະວັງ: ບໍ່ໃຫ້ຍື່ນເອກະສານປອມ. ການຫຼອກລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່ໃຫ້ທ່ານສາມາດຂໍວີຊາອີກໃນຕໍ່ໜ້າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງທ່ານ, ທ່ານຄວາມນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລີກາ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.

ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ:

  • ເອກະສານທາງການເງິນ, ສັງຄົມ ແລະ ຄອບຄົວທີ່ສະແດງຄວາມສຳພັນແໜ້ນແຟ້ນກັບປະເທດຊາດຂອງທ່ານ ຊຶ່ງຈະດຶງດູດໃຫ້ທ່ານກັບຄືນສູ່ປະເທດພາຍຫຼັງໂຄງການການສຶກສາຢູ່ ສະຫະລັດອາເມລິກາ ສິ້ນສຸດລົງ.
  • ເອກະສານດ້ານການເງິນ ແລະ ເອກະສານອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍໃນການຂໍວີຊາຂອງທ່ານ ແລະ ເປັນຫຼັກຖານທີ່ໜ້າເຊື່ອຖືໄດ້ວ່າທ່ານມີເງິນພຽງສຳລັບຄ່າໃຊ້ຈ່າຍທັງໝົດພາຍໃນປີທຳອິດຂອງການສຶກສາ ແລະ ທ່ານມີເງິນພຽງພໍສຳລັບຄ່າໃຊ້ຈ່າຍທັງໝົດໃນໄລຍະທີ່ທ່ານອາໄສຢູ່ ສະຫະລັດອາເມລິກາ.
  • ສຳເນົາເອກະສານບັນຊີເງິນຝາກທະນາຄານຈະຖືກປະຕິເສດ ເວັ້ນເສຍແຕ່ ທ່ານສາມາດສະແດງ ເອກະສານບັນຊີເງິນຝາກທະນາຄານ ຫຼື ປື້ມບັນຊືທະນາຄານສະບັບຕົ້ນ.
  • ຖ້າທ່ານໄດ້ຮັບການສະໜັບດ້ານການເງິນຈາກຜູ້ອື່ນ, ຈົ່ງນຳເອົາຫຼັກຖານກ່ຽວກັບສາຍພົວພັນຂອງທ່ານກັບຜູ້ສະໜັບສະໜູນ (ເຊັ່ນ ໃບລາຍເກີດ), ເອກະສານແຈ້ງພາສີຫຼ້າສຸດສະບັບຕົ້ນ ແລະ ປື້ມບັນຊີທະນາຄານ ແລະ/ຫຼື ໃບຢັ້ງຢືນເງິນຝາກມີກໍານົດຂອງຜູ້ສະໜັບສະໜູນ.
  • ເອກະສານດ້ານການສຶກສາທີ່ສະແດງວ່າທ່ານມີການກະກຽມດ້ານການສຶກສາ. ເອກະສານທີ່ເປັນຂໍ້ມູນປະກອບລວມທັງໃບຄະແນນຈາກໂຮງຮຽນ (ສະບັບຕົ້ນຈະດີກ່ວາ) ພ້ອມດ້ວຍຄະແນນ, ໃບຮັບຮອງການສອບເສັງ (ລະດັບ A, ອື່ນໆ), ຄະແນນການສອບເສັງມາດຕະຖານ (SAT, TOEFL, ອື່ນໆ) ແລະ ໃບປະກາດຕ່າງໆ.

ເອກະສານປະກອບສຳລັບຜູ້ຕິດຕາມ

ຖ້າທ່ານມີຜູ້ຕິດຕາມ, ທ່ານຍັງຕ້ອງສະໜອງ:

  • ຫຼັກຖານສະແດງສາຍພົວພັນກັບຄູ່ສົມລົດ ແລະ/ຫຼື ບຸດຂອງທ່ານ (ເຊັ່ນ ໃບທະບຽນສົມລົດ ແລະ ໃບລາຍເກີດ).
  • ຄູ່ສົມລົດ ຫຼື ບຸດແຕ່ລະຄົນຕ້ອງມີໃບຄຳຮອ້ງ DS-2019 ເປັນຂອງຕົນເອງ. ໃບຄຳຮ້ອງນີ້ແມ່ນໃຊ້ເພື່ອຂໍວີຊາທີ່ຈຳເປັນໃຫ້ແກ່ຄູ່ສົມລົດ ແລະ/ຫຼື ບຸດ ໃນການເດີນທາງເຂົ້າສູ່ ສະຫະລັດອາເມລິກາ ພ້ອມກັນກັບທ່ານໃນຖານະທີ່ທ່ານເປັນຜູ້ຖືວີຊາຫຼັກພາຍໃຕ້ວີຊາຂອງຜູ້ຢ້ຽມຢາມແລກປ່ຽນ, ຫຼື ສຳລັບການເດີນທາງມາພົບທ່ານທີ່ສະຫະລັດອາເມລິກາ ໃນຕໍ່ໜ້າ.

ຂໍ້ມູນເພີ່ມເຕີມ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວີຊາຢ້ຽມຢາມແລກປ່ຽນ, ເຂົ້າໄປເບິ່ງໃນເວັບໄຊ໌ຂອງກະຊວງການຕ່າງປະເທດຂອງ ສະຫະລັດອາເມລິກາ.