ວີຊານັກຂ່າວ ແລະ ສື່ມວນຊົນ

ຢູ່ໃນໜ້ານີ້:


ສະພາບລວມ

ວີ​ຊາສື່ມວນຊົນ (I) ແມ່ນ ວີຊາ​ເຂົ້າ​ເມືອງ​ຊົ່ວຄາວສຳ​ລັບ​ຜູ້ຕາງໜ້າຂອງສື່ມວນຊົນຕ່າງປະເທດທີ່ເດີນທາງໄປ ສະຫະລັດອາ​ເມ​ລິ​ກາ ຊົ່ວຄາວ ເພື່ອປະຕິບັດໜ້າທີ່ຂອງ​ຕົນ ໃນ​ຂະ​ນະ​ທີ່ມີສຳນັກງານຢູ່ຕ່າງປະເທດ. ມີບາງຂັ້ນ​ຕອນ ແລະ ຄ່າທຳນຽມພາຍໃຕ້ກົດໝາຍ​ການ​ເຂົ້າ​ເມືອງ​ [ຂອງ ສະ​ຫະ​ລັດ​ອາ​ເມ​ລິ​ກາ] ທີ່ກ່ຽວຂອງ​ກັບນະໂຍບາຍຂອງປະເທດຂອງ​ຜູ້​ເດີນ​ທາງ, ຊຶ່ງ​ຮຽກ​ຮ້ອງ​ໃຫ້ ສະຫະລັດອາ​ເມ​ລິ​ກາ ປະ​ຕິ​ບັດ​ຕາມ ເຊິ່ງພວກເຮົາເອີ້ນວ່າ, "ຫຼັກ​ຕອບ​ສະ​ໜອງ​ຊຶ່ງ​ກັນ ແລະ ກັນ." ຂັ້ນ​ຕອນ​ການອອກວີ​ຊາສື່ມວນຊົນໃຫ້ແກ່ຜູ້ຕາງໜ້ສື່ຕ່າງປະເທດ ຂອງປະເທດໃດໜຶ່ງ ຈະພິຈາລະນາວ່າລັດ​ຖະ​ບານ​ຂອງຜູ້ຍື່ນຂໍວີຊານັ້ນ ໄດ້​ມອບ​ສິດ​ທີ່​ຄ້າຍ​ຄື​ກັນ, ຫຼື ມີ​ການ​ຕອບ​ສະ​ໜອງ​ຊຶ່ງ​ກັນ ແລະ ກັນ ໃຫ້​ແກ່​ຜູ້​ຕາງ​ໜ້າ​ສື​ມວນ​ຊົນ​/ນັກຂ່າວຈາກ ສະຫະລັດອາ​ເມ​ລິ​ກາຫຼື​ບໍ່.

ຄຸນວຸດທິ

ກົດໝາຍກວດຄົນເຂົ້າເມືອງຂອງ ສະ​ຫະ​ລັດ​ອາ​ເມ​ລິ​ການ​ໄດ້ ລະ​ບຸ​ຂໍ້ກຳນົດສະເພາະຊຶ່ງຜູ້ຍື່ນ​ຂໍ​ວີ​ຊາທຸກຄົນຈະຕ້ອງ​ປະ​ຕິ​ບັດ​ຕາມ​ເພື່ອ​ໃຫ້​ໄດ້​ຮັບ​ວີ​ຊາສື່ມວນຊົນ. ເພື່ອ​ໃຫ້​ໄດ້​ຕາມ​ເງື່ອນ​ໄຂ​ຮັບວີຊາສື່ມວນຊົນ (I) ຜູ້ຍື່ນ​ຂໍ​ວີ​ຊາຈະຕ້ອງສະແດງວ່າພວກເຂົາມີຄຸນນະສົມບັດທີ່ເໝາະສົມ​ສຳ​ລັບ​ວີ​ຊາສື່ມວນຊົນ.

ພາຍໃຕ້ກົດໝາຍກວດຄົນເຂົ້າເມືອງຂອງ ສະ​ຫະ​ລັດ​ອາ​ເມ​ລິ​ກາ, ວີ​ຊາສື່ມວນຊົນແມ່ນສຳລັບ "ຜູ້ຕາງໜ້າຂອງສື່ຕ່າງປະເທດ" ລວມທັງສະມາຊິກຂອງສຳນັກງານຂ່າວ, ວິທະຍຸ, ໜັງ ຫຼື ອຸດສະຫະກຳການພິມ ທີ່ມີໜ້າທີ່ວຽກງານທີ່ສຳຄັນຕໍ່ການປະຕິບັດງານຂອງສື່ຕ່າງປະເທດ ເຊັ່ນ ນັກລາຍງານຂ່າວ, ທີມສ້າງໜັງ, ບັນນາທິການ ແລະ ບຸກຄົນທີ່ມີອາຊີບຄ້າຍຄືກັນ, ທີ່ເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ ເພື່ອປະຕິບັດໜ້າທີ່. ຜູ້ຍື່ນໃບຄຳ​ຮ້ອງຕ້ອງມີສ່ວນຮ່ວມໃນກິດຈະກຳທີ່​ເໝາະ​ສົມ ສໍາລັບອົງການຈັດຕັ້ງສື່ມວນຊົນທີ່ມີສຳນັກງານຕັ້ງຢູ່ຕ່າງປະເທດ. ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງວີ​ຊາ​ສື່ມວນ​ຊົນ, ກິ​ດ​ຈະ​ກຳ​ດັ່ງ​ກ່າວ​ຕ້ອງ​ມີ​ລັກ​ສະ​ນະ​ເປັນ​ການ​ສະ​ໜອງຂໍ້ມູນຂ່າວສານ ແລະ ໂດຍທົ່ວໄປແມ່ນກ່ຽວຂ້ອງກັບຂັ້ນຕອນການເກັບກ່ຽວຂ່າວສານ, ລາຍງານເຫດການທີ່ເກີດຂຶ້ນໃນປະຈຸບັນ. ເຈົ້າໜ້າທີ່ກົງສຸນຈະເປັນ​ຜູ້​ກຳ​ນົດ​ວ່າກິດຈະກຳຕ່າງໆ​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງວີຊາສື່ມວນ​ຊົນ ຫຼື ບໍ່. ຕາມປົກກະຕິແລ້ວ ການລາຍງານກ່ຽວກັບຂ່າວກິລາແມ່ນເໝາະສົມສຳລັບວີ​ຊາສື່ມວນຊົນ. ຕົວຢ່າງອື່ນລວມມີ, ແຕ່ບໍ່ຈຳກັດວ່າຈະເປັນ, ກິດຈະກຳທີ່ກ່ຽວຂ້ອງກັບສື່ມວນຊົນຄື:

  • ພະນັກງານຫຼັກຂອງສື່ຕ່າງປະເທດມີສ່ວນຮ່ວມໃນການຖ່າຍ​ທຳເຫດການຂ່າວສານ ຫຼື ສາລະຄະດີ.
  • ສະມາຊິກຂອງສື່ມວນຊົນທີ່ມີສ່ວນຮ່ວມໃນການຖ່າຍທຳ ຫຼື ກະຈາຍໜັງ ຈະມີເງື່ອນ​ໄຂ​ຮັບ​ວີ​ຊາມວນຊົນຖ້າວ່າໜັງ​ດັ່ງ​ກ່າວ​ແມ່ນ​ເພື່ອການເຜີຍແຜ່ຂໍ້ມູນ ຫຼື ຂ່າວສານ. ນອກຈາກນີ້, ແຫຼ່ງ ແລະ ການກະຈາຍທຶນຕ້ອງມາ​ຈາກ​ນອກ​ປະ​ເທດ​ຂອງ ສະຫະລັດອາ​ເມ​ລິ​ກາ.
  • ນັກຂ່າວສັນ​ຍາ​ຈ້າງ. ບຸກຄົນທີ່ມີໜັງສືຮັບຮອງໂດຍອົງການນັກຂ່າວມືອາຊີບ, ຖ້າເຮັດ​ວຽກພາຍໃຕ້ສັນຍາທີ່ຈະນຳໃຊ້ໃນຕ່າງປະເທດໂດຍສື່ກາງດ້ານຂໍ້ມູນຊ່າວສານ ຫຼື ວັດ​ທະ​ນະ​ທຳ ເພື່ອເຜີຍແຜ່ຂໍ້ມູນ ຫຼື ຂ່າວສານ ແລະ ບໍ່​ແມ່ນ​ດ້ວຍ​ຈຸດ​ປະ​ສົງ​ການບັນເທີງທາງການຄ້າ ຫຼື ການໂຄສະນາເປັນຫຼັກ. ໃນ​ກໍ​ລະ​ນີ​ດັ່ງ​ກ່າວ​ແມ່ນ​ຮຽ​ກ​ຮ້ອງ​ໃຫ້​ມີ​ສັນ​ຍາ​ຈ້າງ​ງານ​ທີ່​ມີ​ອາ​ຍຸ​ການ​ນຳ​ໃຊ້.
  • ພະນັກງານຂອງບໍລິສັດອິດສະຫຼະເມື່ອພະນັກງານເຫຼົ່ານັ້ນມີໃບຮັບຮອງໂດຍສະມາຄົມນັກຂ່າວມືອາຊີບ.
  • ນັກຂ່າວຕ່າງປະເທດທີ່ເຮັດວຽກໃຫ້ກັບສຳນັກງານສາຂາຕ່າງປະເທດ ຫຼື ບໍລິສັດ​ຍ່ອຍ​ເຄື່ອ​ຄ່າຍ ສະຫະລັດອາ​ເມ​ລິ​ການ, ຫນັງສືພິມ ຫຼື ສື່ອື່ນໆ ຖ້າວ່ານັກຂ່າວຈະເດີນທາງໄປ ສະຫະລັດອາ​ເມ​ລິ​ກາ ເພື່ອລາຍງານກ່ຽວກັບເຫດການກ່ຽວ​ກັບ​ ສະ​ຫະ​ລັດ​ອາ​ເມ​ລິ​ກາ ໃຫ້​ແກ່ຜູ້ຊົມຕ່າງປະເທດເທົ່ານັ້ນ.
  • ຜູ້ຕາງຫນ້າທີ່ໄດ້ຮັບການຮັບຮອງໂດຍອົງການສົ່ງເສີມການທ່ອງທ່ຽວທີ່ ຄວບຄຸມ, ດຳ​ເນີນ​ການ, ຫຼື ໄດ້​ຮັບ​ການ​ອຸດ​ໜູນ​ທັງ​ໝົດ ຫຼື ສ່ວນໜຶ່ງໂດຍ ລັດຖະບານຕ່າງປະເທດ, ຜູ້ທີ່ມີສ່ວນຮ່ວມຫຼັກໃນການ ເຜີຍແຜ່ຂໍ້ມູນຂ່າວສານການທ່ອງທ່ຽວຂອງປະເທດນັ້ນ ແລະ ຜູ້ທີ່ບໍ່ມີສິດຮັບ​ວີ​ຊາ​ໝວດ A-2.
  • ຂໍ້ມູນເຕັກນິກດ້ານອຸດສະຫະກຳ ພະນັກງານໃນສຳນັກງານຂອງ ສະຫະລັດອາ​ເມ​ລິ​ກາ ທີ່ແຈກຢາຍຂໍ້ມູນຂ່າວສານເຕັກນິກດ້ານອຸດສາຫະກໍາ.

ນັກຂ່າວອິດສະຫຼະ ຈະຖືກພິຈາລະນາສຳລັບວີຊາປະເພດ I ຖ້າພວກມີ​ເງື່ອນ​ໄຂ​ດັ່ງຕໍ່ໄປນີ້: ນັກຂ່າວຕ້ອງ:

  • ມີໃບຮັບຮອງໂດຍອົງການຈັດຕັ້ງນັກຂ່າວມືອາຊີບ
  • ມີສັນຍາກັບອົງການຈັດຕັ້ງສື່ມວນຊົນໃດ​ໜຶ່ງ
  • ເຜີຍແຜ່ຂໍ້ມູນ ຫຼື ຂ່າວສານທີ່ຈຸດປະສົງຫຼັກບໍ່ແມ່ນເພື່ອການບັນ​ເທີງທາງ​ການ​ຄ້າ ຫຼື ໂຄສະນາ.

ຊ່າງຖ່າຍພາບ ສາ​ມາດດີນທາງເຂົ້າ ສະຫະລັດອາ​ເມ​ລິ​ການ ພາຍ​ໃຕ້ ວີ​ຊາ​ປະ​ເພດ B-1 ເພື່ອຖ່າຍພາບໂດຍທີ່ບໍ່ໄດ້ຮັບເງິນເດືອນໃດໆຈາກແຫຼ່ງໃນ ສະຫະລັດອາ​ເມ​ລິ​ກາ.

ຂໍ້ຫ້າມ

ພົນລະເມືອງຂອງປະເທດທີ່ເຂົ້າຮ່ວມໂຄງການຍົກເວັ້ນວີຊາ ທີ່ຕ້ອງການເດີນທາງເຂົ້າ ສະຫະລັດອາ​ເມ​ລີ​ກາ ຊົ່ວຄາວໃນນາມຜູ້ຕາງໜ້າຂອງສື່ມວນຊົນຕ່າງປະເທດໃນຂະນະທີ່ເຮັດໜ້າທີ່ເປັນສື່ມວນຊົນ ຫຼື ນັກຂ່າວ​ມື​ອາ​ຊີບ, ຈະຕ້ອງຍື່ນ​ຂໍວີຊາສື່ມວ​ນ​ຊົນ​ກ່ອນເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ. ພວກເຂົາບໍ່ສາມາດເດີນທາງໂດຍບໍ່ມີວີຊາພາຍ​ໃຕ້ໂຄງການຍົກເວັ້ນວີຊາ ແລະ ພວກເຂົາບໍ່ສາມາດເດີນທາງໂດຍໃຊ້ວີຊານັກທ່ອງທ່ຽວ (ປະ​ເພດ B). ຖ້ານທ່ານພະຍາຍາມທີ່ຈະເດີນທາງໂດຍບໍ່ມີີວີຊາ, ທ່ານອາດຈະຖືກປະຕິເສດບໍ່ໃຫ້ເຂົ້າ ສະຫະລັດອາ​ເມ​ລິ​ກາຢູ່​ດ່ານ​ຂາ​ເຂົ້າ ໂດຍ ກະຊວງປ້ອງ​ກັນ​ຄວາມ​ສະ​ຫງົ​ບ, ເຈົ້າໜ້າທີ່ພາສີ ແລະ ປ້ອງກັນຊາຍແດນ. ລາຍການລຸ່ມນີ້ລະບຸລາຍລະອຽດກ່ຽວກັບກໍ​ລະ​ນີ​ທີ່​ສາ​ມາດ​ໃຊ້ ວີຊານັກທ່ອງທ່ຽວ ຫຼື ວີ​ຊາ​ພາຍ​ໃຕ້ໂຄງການຍົດເວັ້ນວີຊາ.

ເດີນທາງໂດຍຖື​ວີຊານັກທ່ອງທ່ຽວ

ທ່ານ​ສາ​ມາດ​ໃຊ້ວີຊານັກທ່ອງທ່ຽວ ຖ້າຈຸດປະສົງການເດີນທາງແມ່ນສຳ​ລັບກິດຈະກຳຕໍ່ໄປນີ້:

ເຂົ້າຮ່ວມການສຳມະນາ ຫຼື ກອງປະຊຸມ

ຜູ້ຕາງໜ້າສື່ມວນຊົນທີ່ເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ ເພື່ອເຂົ້າຮ່ວມການສຳມະນາ ຫຼື ກອງປະຊຸມໃນຖານະຜູ້ເຂົ້າຮ່ວມ ແລະ ບໍ່​ໄດ້ລາຍງານກ່ຽວກັບກອງປະຊຸມດັ່ງ​ກ່າວ ໃນຂະນະທີ່ຢູ່ ສະຫະລັດອາ​ເມ​ລິ​ກາ ຫຼື ຫຼັງ​ຈາກ​ກັບ​ຄືນ​ປະ​ເທດ​ຕົນ ແມ່ນສາມາດເດີນ ທາງ​ພາຍ​ໃຕ້ວີຊານັກທ່ອງທ່ຽວ. ຄວາມແຕກຕ່າງທີ່​ກຳ​ນົດໃນກົດໝາຍວ່າດ້ວຍຄົນເຂົ້າເມືອງແມ່ນວ່າ ພວກເຂົາຈະ "ມີສ່ວນຮ່ວມໃນດ້ານວິຊາຊີບຂອງພວກເຂົາ ຫຼື ບໍ່."

ຜູ້​ຖືກ​ຮັບ​ເຊີນ​ໃຫ້​ໄປ​ເວົ້າ, ບັນລະຍາຍ ຫຼື ປະກອບສ່ວນໃນກິດຈະກໍາດ້ານການສຶກສາ

ຜູ້ຕາງໜ້າສື່ມວນຊົນຕ້ອງຖື​ວີຊານັກທ່ອງທ່ຽວເວ​ລາເດີນທາງໄປ ສະຫະລັດ​ອາ​ເມ​ລິ​ກາ ໃນ​ນາມ​ຖືກ​ເຊື້​ອ​ເຊີນ​ໃຫ້​ໄປ​ເວົ້າ, ບັນລະຍາຍ ຫຼື ປະກອບສ່ວນໃນກິດຈະກໍາດ້ານການສຶກສາ ສຳ​ລັບພາກ​ສ່ວນທີ່ບໍ່ຫວັງຜົນກຳໄລ, ອົງການຈັດຕັ້ງດ້ານການຄົ້ນຄ້ວາຂອງລັດຖະບານ ຫຼື ສະຖາບັນສຶກສາຂັ້ນ​ສູງ ຊຶ່ງ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້ຄ່າ​ຕອບ​ແທນ. ແຕ່ວ່າ ກິດຈະກຳດັ່ງ​ກ່າວບໍ່​ສາ​ມາດ​ກາຍເກົ້າວັນຕໍ່ສະຖາບັນໜຶ່ງ ແລະ ຜູ້​ບັນ​​ລະ​ຍາຍບໍ່ສາມາດຮັບເງິນຈາກຫຼາຍກ່ວາຫ້າສະຖາບັນ ຫຼື ອົງການຈັດຕັ້ງສຳລັບກິດຈະກຳດັ່ງກ່າວໃນເວລາຫົກເດືອນ ທີ່ຜ່ານມາ.

ການຊື້ອຸປະກອນຮັບ​ໃຊ້ສື່ມວນຊົນ

ວີຊານັກທ່ອງທ່ຽວສາມາດໃຊ້ໄດ້ໂດຍພະນັກງານຂອງສື່ຕ່າງປະເທດ ທີ່​ເດີນ​ທາງ​ມາເພື່ອຊື້ອຸປະກອນສື່ມວນຊົນ​ຂອງ​ ສະ​ຫະ​ລັດ​ອາ​ເມ​ລິ​ກາ ຫຼື ລິຂະສິດໃນການຖ່າຍທອດ ຫຼື ຮັບຄຳສັ່ງສຳລັບອຸປະກອນສື່ມວນຊົນ ຫຼື ລິຂະສິດໃນການຖ່າຍທອດ, ຍ້ອນວ່າກິດຈະກຳດັ່ງກ່າວນີ້​ແມ່ນຈັດເຂົ້າຢູ່ໃນຂອບເຂດ​ວຽກໂດຍຜູ້ຢ້ຽມຢາມທຸລະກິດອື່ນໆ.

ວັນພັກ

ນັກຂ່າວຕ່າງປະເທດສາມາດລາພັກຢູ່ ສະຫະລັດອາ​ເມ​ລິ​ກາ ພາຍ​ໃຕ້ວີຊານັກທ່ອງທ່ຽວ ແລະ ບໍ່ຕ້ອງການວີ​ຊາສື່ມວນຊົນ ຖ້າຜູ້​ກ່ຽວຈະບໍ່ລາຍງານເຫດການຂ່າວທີ່ສຳຄັນຕ່າງໆ.

ເດີນທາງດ້ວຍ ວີຊາເຮັດວຽກຊົ່ວຄາວ

ໃນ​ຂະ​ນະ​ທີ່​ມີກິດຈະກຳຈຳ​ນວນ​ໜຶ່ງ​ທີ່​ສອດ​ຄ່ອງ​ຕາມ​ເງື່ອນ​ໄຂວີ​ຊາສື່ມວນຊົນວີຊາຍ້ອນວ່າມັນ​ເປັນ​ການ​ເຜີຍ​ແຜ່ຂໍ້ມູນ ແລະ ສຳ​ຄັນ​ເພື່ອ​ລາຍ​ງານ​ອອກ​ຂ່າວ, ກິດ​ຈະ​ກຳ​ອື່ນໆ​ພັດ​ບໍ່​ເໝາະ​ສົມ. ການ​ຍື່ນ​ຂໍ​ວີ​ຊາແຕ່ລະກໍ​ລະ​ນີ ແມ່ນ​ຖືກ​ພິ​ຈາ​ລະ​ນາ​ຢ່າງ​ຮອບ​ດ້ານອີງ​ຕາມ​ແຕ່​ລະ​ກໍ​ລະ​ນີ. ໃນ​ການ​ກຳ​ນົດ​ວ່າ​ຜູ້​ຍື່ນ​ຂໍ​ວີ​ຊາ​ມີ​ເງື່ອນ​ໄຂ​ສອດ​ຄ່ອງ​ກັບ​ວີ​ຊາ​ສື​ມວນ​ຊົນ ຫຼື ບໍ່​ນັ້ນ, ເຈົ້າໜ້າທີ່ກົງສຸນຈະ​ພິ​ຈາ​ລະ​ນະ​ໂດຍ​ສຸມ​ໃສ່ຈຸດປະສົງຂອງການເດີນວ່າ​ມີ​ລັກ​ສະ​ນະທີ່​ສະ​ໜອງຂໍ້ມຸນຂ່າວ​ສານ, ກ່ຽວຂ້ອງກັບຂະບວນການເກັບກຳຂໍ້ມູນຂ່າວ​ສານ ຫຼື ບໍ່. ລາຍການລຸ່ມນີ້ ອະທິບາຍລາຍລະອຽດກ່ຽວ​ກັບ​ກໍ​ລະ​ນີ​ທີ່​ຕ້ອງ​ໃຊ້​ວີ​ຊາ​ເຮັດ​ວຽກ​ຊົ່ວ​ຄາວ ເຊັ່ນວີຊາປະເພດ H, O, ຫຼື P ແທນວີຊານັກຂ່າວ/ວີຊາສື່ມວນຊົນ.

ທ່ານສາມາດໃຊ້ວີຊາເຮັດວຽກ ຖ້າຈຸດປະສົງການເດີນທາງແມ່ນສຳ​ລັບກິດຈະກຳຕໍ່ໄປນີ້:

ຖ່າຍທຳເພື່ອການບັນເທີງທາງ​ການ​ຄ້າ ແລະ ການໂຄສະນາ

ຜູ້​ຍື່ນ​ຂໍ​ວີ​ຊາ​ທີ່​ເດີນ​ທາງ​ໄປ ສະ​ຫະ​ລັດ​ອາ​ເມ​ລິ​ກາ​ເພື່ອຖ່າຍທຳ ຫຼື ເຮັດວຽກກ່ຽວກັບການຖ່າຍທຳ ສຳ​ລັບຈຸດປະສົງການບັນເທີງທາງ​ການ​ຄ້າ ຫຼື ການໂຄສະນາເປັນຫຼັກ ຈະ​ບໍ່​ສາ​ມາດ​ຂໍ​ວີ​ຊາ​ສື່ມວນ​ຊົນ. ຜູ້​ກ່ຽວ​ຕ້ອງມີວີຊາເຮັດວຽກຊົ່ວຄາວ.

ຕຳແໜ່ງຜູ້ຊ່ວຍ​ໃນ​ການຖ່າຍທຳ ເຊັ່ນ ຜູ້ອ່ານກວດ​ແກ້​ບົດ, ບັນ​ນາຮັກ ແລະ ຜູ້ອອກແບບສາກ.

ບຸກຄົນທີ່ມີສ່ວນຮ່ວມໃນກິດຈະກຳເຫຼົ່ານີ້ ເຊັ່ນ ຜູ້ອ່ານກວດ​ແກ້​ບົດ, ບັນ​ນະ​ຮັກ ແລະ ຜູ້ອອກແບບສາກ ແລະ ອື່ນໆ, ບໍ່ສາ​ມາດ​ຮັບ​ວີ​ຊາສື່ມວນຊົນ ແລະ ສາ​ມາດ​ຍື່ນ​ຂໍ​ວີ​ຊາ​ໝວ​ອື່ນໆ ເຊັ່ນ ວີຊາປະເພດ H, O, ຫຼື P.

ບົດເລື່ອງທີ່ຖ່າຍ​ທອດເທິງເວທີ, ໂທລະທັດ ແລະ ເກມໂຊ

ບົດເລື່ອງທີ່ກ່ຽວຂ້ອງກັບການສະແດງເທິງເວລາ, ເຖິງແມ່ນວ່າຈະບໍ່ມີບົດ​ການ​ສະ​ແດງ ເຊັ່ນ: ​ລາຍ​ການ​ເກມ​ຖ່າຍ​ທອດສົດ ແລະ ເກມໂຊ, ແມ່ນ​ກິດ​ຈະ​ກຳ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ ແລະ ການ​ຂ່າວ​ເປັນຫຼັກ. ເຊັ່ນ​ດຽວ​ກັນ, ສາລະຄະດີທີ່ກ່ຽວກັບການຈັດສາກ​ພ້ອມ​ດ້ວຍນັກສະແດງ ບໍ່ຖື​ວ່າ​ມີ​ລັກ​ສະ​ນະ​ດ້ານ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ. ສະມາຊິກຂອງທີມງານ​ທີ່ເຮັດວຽກຕາມ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ ບໍ່​ມີສິດໄດ້ຮັບວີ​ຊາສື່ມວນຊົນ. ບໍ​ລິ​ສັດ​ຜະ​ລິດ​ລາຍ​ການ ໂທລະທັດ, ວິທະຍຸ, ແລະ ໜັງສາ​ມາດ​ຖາມທີ່ປຶກສາທີ່ມີຄວາມຊ່ຽວຊານຈາກ ໜ່ວຍ​ງານການເຂົ້າເມືອງ​ທີ່​ມີ​ຄວາມ​ຮູ້​ສະ​ເພາະ​ກ່ຽວ​ກັບ​ວຽກ​ສື່ມວນ​ຊົນ ​ສຳ​ລັບ​ຄຳ​ແນະ​ນຳ​ສະ​ເພາະ​ກ່ຽວ​ກັບໂຄງການສະ​ເພາະ​ຕ່າງ​ໆ.

ການຜະລິດລາຍການດ້ານສິລະປະ

ຜູ້ຕາງໜ້າສື່ມວນຊົນທີ່ຈະເດີນທາງໄປ ສະຫະລັດອາ​ເມ​ລິ​ກາເພື່ອເຂົ້າຮ່ວມໃນການຜະລິດລາຍການດ້ານສິລະປະ (ຊຶ່ງນຳໃຊ້ນັກສະແດງ) ຈະບໍ່ມີສິດໄດ້ຮັບ​ວີ​ຊາສື່ມວນຊົນ. ບໍ​ລິ​ສັດ​ຜະ​ລິດ​ລາຍ​ການ ໂທລະທັດ, ວິທະຍຸ, ແລະ ໜັງສາ​ມາດ​ຖາມທີ່ປຶກສາທີ່ມີຄວາມຊ່ຽວຊານຈາກ ໜ່ວຍ​ງານການເຂົ້າເມືອງ​ທີ່​ມີ​ຄວາມ​ຮູ້​ສະ​ເພາະ​ກ່ຽວ​ກັບ​ວຽກ​ສື່ມວນ​ຊົນ ​ສຳ​ລັບ​ຄຳ​ແນະ​ນຳ​ສະ​ເພາະ​ກ່ຽວ​ກັບໂຄງການສະ​ເພາະ​ຕ່າງ​ໆ.

ຜູ້ຕິດ​ຕາມ

ຄູ່ສົມລົດ ຫຼື ລູກອາຍຸຕ່ຳກ່ວາ 21 ທີ່ຍັງໂສດທີ່ປະສົງຈະຕິດຕາມ ຫຼື ໄປ​​ຮ່ວມຜູຖືວີຊາຫຼັກ ຕະຫຼອດ​ໄລ​ຍະ​ເວ​ລາ​​ທີ່ຢູ່ ສະຫະລັດອາ​ເມ​ລິ​ກາ​ ຕ້ອງ​ຂໍ​ວີ​ຊາແຍກປະເພດ I. ຄູ່ສົມລົດ ຫຼື ລູກ ທີ່ບໍ່ປະສົງຢູ່​ນຳ​ຜູ້​ຖື​ວີ​ຊາຫຼັກ​ທີ່ ສະ​ຫະ​ລັດ​ອາ​ເມ​ລິ​ກາ, ​ແຕ່​ເພື່ອ​ພັກ​ຜ່ອນ​ເທົ່າ​ນັ້ນ ສາ​ມາດ​ຍື່ນ​ຂໍ​ວີ​ຊານັກທ່ອງທ່ຽວ (B-2).

ຄູ່ສົມລົດ ແລະ ຜູ້ຕິດຕາມບໍ່ສາມາດເຮັດວຽກຢູ່ ສະຫະລັດອາ​ເມ​ລິ​ກາ ພາຍໃຕ້ວີຊາແຍກປະເພດ I. ຖ້າຄູ່ສົມລົດ ຫຼື ຜູ້ຕິດຕາມຊອກຫາວຽກເຮັດແມ່ນຈະຕ້ອງມີວີຊາສະ​ເພາະ​ທີ່​ເໝາະ​ສົມ.

ຂໍ້​ມູນ​ກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ

ໃນການຍື່ນຂໍວີຊາປະ​ເພດ, ທ່ານຕ້ອງຍື່ນ​ເອ​ກະ​ສານ​ດັ່ງ​ຕໍ່​ໄປ​ນີ້:

  • ໃບ​ຄຳ​ຮ້ອງຂໍວີຊາເຂົ້າ​ເມືອງຊົ່ວຄາວເອ​ເລັກ​ໂຕ​ຣ​ນິກ (DS-160). ເຂົ້າໄປທີ່່​ໜ້າ​ເວັບ​ໄຊ໌ DS-160 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໃບ​ຄຳ​ຮ້ອງ​ DS-160.
  • ໜັງສືເດີນທາງທີ່ຖືກຕ້ອງສຳລັບເດີນທາງໄປ ສະຫະລັດອາ​ເມ​ລິ​ກາ ເຊິ່ງມີອາຍຸການໃຊ້ງານຢ່າງຕ່ຳຫົກເດືອນເກີນໄລຍະເວລາທີ່ທ່ານຕັ້ງໃຈຈະພັກອາໃສຢູ່ໃນ ສະຫະລັດອາ​ເມ​ລິ​ກາ (ເວັ້ນເສຍແຕ່ມີຂໍ້ຕົກລົງສະເພາະລະຫວ່າງປະເທດທີ່ສະໜອງການຍົກເວັ້ນ). ຖ້າໜັງສືເດີນທາງຂອງທ່ານມີຜູ້ຕິດຕາມຫຼາຍກວ່າ​ໜຶ່ງ​ຄົນ, ແຕ່ລະຄົນນັ້ນຕ້ອງຍື່ນ​ຂໍ​ວີ​ຊາຂອງ​ຕົນ​ເອງ.
  • ຮູບ 2"x2" (5cmx5cm) ໜຶ່ງ (1) ໃບ ທີ່​ໄດ້ຖ່າຍພາຍໃນຫົກເດືອນ. ໜ້າ​ເວັບ​ໄຊ໌​ນີ້ ມີຂໍ້ມູນກ່ຽວກັບຮູບແບບຂອງຮູບພາບທີ່ຖືກ​ຕ້ອງ.
  • ໃບຮັບເງິນທີ່ສະແດງການຊຳ​ລະ​ຄ່າ​ທຳ​ນຽມ​ການ​ດຳ​ເນີນ​ວີ​ຊາ ຈຳນວນ 160 ໂດລາສະ​ຫະ​ລັດ ເປັນ​ສະ​ກຸນ​ເງິນ​ທ້ອງ​ຖິ່ນ ຊຶ່ງ​ຈະ​ບໍ່​ມີ​ການ​ສົ່ງ​ເງິນ​ຄືນ. ໜ້າເວັບໄຊ໌ນີ້ ມີຂໍ້ມູນເພີ່ມເຕີມກ່ຽວກັບການຊຳລະຄ່າທຳນຽມດັ່ງ​ກ່າວ. ຖ້າມິການອອກວິຊາ, ອາດ​ຈະ​ມີ​ການ​ເກັບຄ່າທຳນຽມການ​ອອກວີ​ຊາ​ຕາມ ຫຼັກ​ຕອບ​ສະ​ໜອງ​ຊຶ່ງ​ກັນ ແລະ ກັນ ໂດຍ​ອີງ​ຕາມ​ສັນ​ຊາດ​ຂອງ​ທ່ານ. ເວັບໄຊ໌ຂອງ ກະຊວງການຕ່າງປະເທດສາ​ມາດ​ສະ​ໜອງຂໍ້ມູນ ວ່າທ່ານຈະຕ້ອງຊຳລະຄ່າທຳນຽມອອກວີຊາຕາມ ຫຼັກ​ຕອບ​ສະ​ໜອງ​ຊຶ່ງ​ກັນ ແລະ ກັນ ຫຼື ບໍ່ ແລະ ໃນຈຳນວນເທົ່າໃດ.
  • ຫຼັກຖານ ການວ່າຈ້າງງານ:
    • ນັກຂ່າວ: ຈົດໝາຍຈາກນາຍຈ້າງຂອງ​ທ່ານທີ່ລະບຸຊື່, ຕຳແໜ່ງຂອງ​ທ່ານພາຍໃນບໍລິສັດ, ຈຸດປະສົງ ແລະ ໄລຍະ​ເວ​ລາ​ພັກ​ອາ​ໃສຢູ່ ສະຫະລັດອາ​ເມ​ລິ​ກາ.
    • ນັກຂ່າວອິດສະຫຼະພາຍໃຕ້ສັນຍາກັບອົງການຈັດຕັ້ງສື່ມວນຊົນ: ສຳເນົາສັນຍາຈ້າງກັບອົງການຈັດຕັ້ງສື່ມວນຊົນໂດຍລະບຸຊື່, ຕຳແໜ່ງຂອງ​ທ່ານພາຍໃນບໍລິສັດ, ຈຸດປະສົງ ແລະ ໄລຍະ​ເວ​ລາພັກອາ​ໃສໃນ ສະຫະລັດອາ​ເມ​ລິ​ກາ.
    • ທີມ​ງານ​ຖ່າຍ​ທຳ: ຈົດໝາຍຈາກນາຍຈ້າງຂອງ​ທ່ານທີ່ລະບຸຊື່, ຕຳແໜ່ງຂອງ​ທ່ານພາຍໃນບໍລິສັດ, ຫົວຂໍ້ ແລະ ລາຍລະອຽດໂດຍສັງເຂບກ່ຽວ​ກັບລາຍການຖ່າຍທຳ, ຈຸດປະສົງ ແລະ ໄລຍະ​ເວ​ລາ​ພັກ​ອາ​ໃສຢູ່ ສະຫະລັດອາ​ເມ​ລິ​ກາ.
    • ບໍລິສັດ ຜະ​ລິດ​ສື່ອິດສະຫຼະ ພາຍໃຕ້ສັນຍາກັ​ລອົງການຈັດຕັ້ງສື່ມວນຊົນ: ຈົດໝາຍຈາກອົງການຈັດຕັ້ງທີ່ມອບວຽກງານໃຫ້​ທ່ານໂດຍລະບຸຸຊື່ຂອງທ່ານ, ຕຳແໜ່ງຂອງ​ທ່ານພາຍໃນບໍລິສັດ, ຫົວຂໍ້ ແລະ ລາຍລະອຽດໂດຍສັງເຂບກ່ຽວ​ກັບ​ການຖ່າຍທຳ, ກຳນົດເວລລາຂອງສັນຍາ ແລະ ໄລ​ຍະ​ເວ​ລາ​ທີ່​ຕ້ອງ​ໃຊ້​ໃນການຖ່າຍທຳຢູ່ ສະຫະລັດອາ​ເມ​ລິ​ກາ.

ນອກຈາກ​ຂໍ້​ມູນ​ຂ້າງ​ເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດ​ສຳພາດທີ່ຢັ້ງ​ຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະ​ກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍ​ເຈົ້າໜ້າກົງສຸນໃນ​ກາ​ນ​ຕັດ​ສິນ​ກ່ຽວ​ກັບ​ໃບ​ຄຳ​ຮ້ອງ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ປະກອບໃບ​ຄຳ​ຮ້ອງຂໍວີຊາເຂົ້າ​ເມືອງຊົ່ວຄາວເອ​ເລັກ​ໂຕ​ຣ​ນິກ (DS-160).

ຂັ້ນຕອນທີ 2

ຊຳລະຄ່າທຳນຽມການ​ຍື່ນ​ຂໍວີຊາ.

ຂັ້ນຕອນທີ 3

ກໍານົດເວລານັດໝາຍສຳ​ພາດໃນເວັບໄຊ໌ນີ້. ທ່ານຕ້ອງສະ​ໜອງຂໍ້ມູນຕໍ່ໄປນີ້ເພື່ອນັດ​ໝາຍ​ສຳ​ພາດຂອງທ່ານ:

  • ໝາຍ​ເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກ​ທີດັ່ງ​ກ່າວ.)
  • ເລກບາ​ໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບ​ຄຳ​ຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4

ໄປທີ່ສະຖານທູດ ຫຼື ກົງສຸນຂອງ ສະຫະລັດອາເມລິກາ ໃນວັນທີ ແລະ ເວລາ ທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງ​ຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບ​ທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.

ເອກະສານສະໜັບສະໜູນ

ເອກະສານປະ​ກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່​ກົງ​ສຸນ​ຈະ​ພິ​ຈາ​ລະ​ນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ, ເຈົ້າ​ໜ້າທີ່ກົງສູນຈະ​ເບິ່ງໃບຄຳ​ຮ້ອງ​ຂອງແຕ່ລະຄົນ ແລະ ພິຈາລະນາ​ປັດ​ໃຈ​ດ້ານ​ວິ​ຊາ​ຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິ​ຈາ​ລະ​ນາ​ວັດ​ຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນ​ຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.

ລະວັງ: ບໍ່​ໃຫ້ຍື່ນເອກະສານປອມ. ການຫຼອກ​ລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່​ໃຫ້​ທ່ານ​ສາ​ມາດ​ຂໍ​ວີ​ຊາ​ອີກ​ໃນ​ຕໍ່​ໜ໊າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງ​ທ່ານ, ທ່ານ​ຄວາມ​ນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍ​ໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະ​ຫະ​ລັດອາ​ເມ​ລີກ​າ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.

ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ:

  • ໜັງສືຮັບຮອງ/ບັດ​ນັກ​ຂ່າວ
  • ຈົດໝາຍຈາກນາຍຈ້າງຂອງທ່ານທີ່ລະ​ບຸ ຈຸດປະສົງຂອງການເດີນທາງ, ໄລຍະເວລາຂອງການພັກເຊົາ, ຈຳນວນປີທີ່ທ່ານເຮັດວຽກໃຫ້ກັບນາຍຈ້າງຂອງທ່ານ ແລະ ປະສົບການໃນດ້ານການເຮັດຂ່າວ​ຂອງ​ທ່ານ.

ເອກະສານປະ​ກອບສຳລັບຜູ້ຕິດ​ຕາມ

ຖ້າຄູ່ສົດລົດ ແລະ/ຫຼື ລູກຂອງທ່ານຍື່ນຂໍວີຊາພາຍຫຼັງ​ທ່ານ, ​ພວກ​ເຂົາ​ຕ້ອງຄັດຕິດ​ວີ​ຊາສື່ມວນຊົນຂອງ​ທ່ານ​ໄປພ້ອມ.

ຂໍ້ມູນເພີ່ມເຕີມ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວີຊານັກຂ່າວ ແລະ ພະນັກງານສື່ມວນຊົນ, ເຂົ້າໄປທີ່ເວັບໄຊ໌ຂອງ ກະຊວງການຕ່າງປະເທດ.