ວີ​ຊາ​ເດີນທາງຜ່ານ/ລູກເຮືອ

ຢູ່ໃນໜ້ານີ້:


ຄຳຖາມທີ່ຖາມ​ເປັນປະຈຳ

ສະພາບລວມ

ການເດີນທາງຜ່ານ (ວີ​ຊາ​ປະ​ເພດ C)

ຊາວຕ່າງປະເທດທີ່ເດີນທາງຜ່ານ ສະຫະລັດອາ​ເມ​ລິ​ກາ ທັນທີ ຫຼື ຢ່າງຕໍ່ເນື່ອງເພື່ອ​ໄປປະເທດອື່ນແມ່ນຕ້ອງມີວີຊາສຳລັບເດີນທາງຜ່ານຢ່າງ​ຖືກ​ຕ້ອງ. ຂໍ້ຍົກເວັ້ນຕໍ່ຂໍ້ກຳນົດດັ່ງ​ກ່າວລວມມີຜູ້ເດີນທາງທີ່ມີສິດເດີນທາງຜ່ານ ສະ​ຫະ​ລັດ​ອາ​ເມ​ລິ​ກາ ໂດຍບໍ່ຕ້ອງຂໍວີຊາພາຍໃຕ້ໂຄງການຍົກເວັ້ນວີຊາ ຫຼື ຜູ້​ເດີນ​ທາງຊຶ່ງມາຈາກປະເທດ​​ທີ່ມີຂໍໍ້ຕົກລົງກັບສະຫະລັດອາ​ເມ​ລິ​ກາ​ອະ​ນຸ​ຍາດໃຫ້ພົນລະເມືອງຂອງ​ຕົນ ເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ ໂດຍບໍ່ຕ້ອງຂໍວີຊາ.

ຖ້າວ່າຜູ້ເດີນທາງມີ​ວັດ​ຖຸ​ປະ​ສົງຢຸດ​ພັກ​ຍ້ອນ​ເຫດ​ຜົນອື່ນໆ​ທີ່ນອກເໜືອຈາກການ ເດີນທາງຜ່ານ ສະຫະລັດອາ​ເມ​ລິ​ກາ, ເຊັ່ນ ເພື່ອຢ້ຽມຢາມໝູ່ເພື່ອນ ຫຼື ເບິ່ງ​ທິວ​ທັດ, ຜູ້ກ່ຽວ​ຕ້ອງຍື່ນຂໍວີຊາສຳລັບວັດ​ຖຸປະສົງດັ່ງກ່າວ ເຊັ່ນ ວີ​ຊາ​ປະ​ເພດ B-2.

ລູກເຮືອ (ວີ​ຊາ​ປະ​ເພດ D)

ສະມາຊິກລູກເຮືອທີ່ບໍລິການເທິງເຮືອ ຫຼື ເຮືອບິນໃນ ສະຫະລັດອາ​ເມ​ລິ​ກາ ຕ້ອງການວິຊາລູກເຮືອ. ສະມາຊິກລູກເຮືອຂອງເຮືອບິນ ຫຼື ເຮືອ ທີ່ຈະເດີນທາງຜ່ານ ສະຫະລັດອາ​ເມ​ລິ​ກາ ຫຼື ໜ້ານ້ຳຂອງ​ປະ​ເທດ​ນີ້ ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນ​ຕ້ອງຖືວີຊາປະ​ເພດປະສົມ ຄື​ປະ​ເພດການເດີນທາງຜ່ານ/ລູກເຮືອ (C-1/D). ແນວ​ໃດກໍ່ຕາມ, ໃນບາງກໍລະນີ, ​ບຸກ​ຄົນອາດຈະຕ້ອງການພຽງແຕ່​ວີ​ຊາ​ປະ​ເພດ D.

ສະມາຊິກລູກເຮືອທີ່​ເຮັດ​ວຽກເທິງເຮືອ​ຢຸ່ນອກເຂດທະວີບອາດຈະມີສິດໄດ້ຮັບວີ​ຊາ​ປະ​ເພດ B-1 ແທນວີຊາລູກເຮືອ.

ສະມາຊິກລູກເຮືອທີ່ຈະເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ ໃນໄລ​ຍະພັກວຽກ​​ຈາກເຮືອບິນ ຫຼື ເຮືອນັ້ນ ແມ່ນ​ຕ້ອງຍື່ນຂໍວີ​ຊາ​ປະ​ເພດ B-1/B-2 ​ສຳ​ລັບ​ເວ​ລາສ່ວນຕົວ ຫຼື ວັນພັກ. ຜູ້່ຍື່ນຂໍວີ​ຊາ​ປະ​ເພດ C-1/D ແລະ B-1/B-2 ພ້ອມກັນ ຈະເສຍຄ່າທຳນຽມສຳ​ລັບວີຊາປະ​ເພດດຽວເທົ່າ​ນັ້ນ.

ຄຸນວຸດທິ

ໃນການຍື່ນຂໍວີຊາເດີນທາງຜ່ານ, ທ່ານຕ້ອງສະແດງ:

  • ວັດ​ຖະ​ປະ​ສົງໃນ​ການເດີນທາງຜ່ານ ສະ​ຫະ​ລັດ​ອາ​ເມ​ລິ​ກາ ທັນທີ ຫຼື ຢ່າງ​ຕໍ່​ເນື່ອງ.
  • ປີ້ຍົນຈາກສາຍການບິນ ຫຼື ຫຼັກຖານກ່ຽວ​ກັບວີ​ທີ​ການ​ເດີນ​ທາງໄປ​ຍັງ​ປາຍທາງຂອງທ່ານ.
  • ເງິນ​ທີ່ພຽງພໍ​ເພື່ອ​ຮອງ​ຮັບ​ຈຸດ​ປະ​ສົງການເດີນທາງຜ່ານຂອງທ່ານ.
  • ການອະນຸຍາດເຂົ້າປະເທດອື່ນ​ພາຍຫຼັງ​ທີ່​ທ່ານເດີນທາງອອກຈາກ ສະຫະລັດອາ​ເມ​ລິ​ກາ.

ເພື່ອ​ຍື່ນຂໍວີ​ຊາປະ​ເພດ C, D ຫຼື C-1/D, ທ່ານຕ້ອງສະແດງໃຫ້ເຈົ້າໜ້າທີ່ກົງສູນເຫັນວ່າ:

  • ຈຸດປະສົງໃນການເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ ແມ່ນເພື່ອເດີນທາງຜ່ານ ຫຼື ໃນ​ນາມ​ເປັນລູກເຮືອເທົ່ານັ້ນ.
  • ທ່ານບໍ່​ມີ​ວັດ​ຖຸ​ປະ​ສົງຮັບເງິນຈາກນາຍຈ້າງ ສະຫະລັດອາ​ເມ​ລິ​ກາ ໃນ​ຂະ​ນະທີ່​ທ່ານ​ຢູ່​ໃນ ສະຫະລັດອາ​ເມ​ລິ​ກາ, ເວັ້ນເສຍແຕ່ ທ່ານໄດ້ຮັບອະນຸມັດຖືວີຊາເຮັດວຽກຊົ່ວຄາວ.
  • ທ່ານມີ​ແຜນການພັກອາໃສໃນໄລຍະເວລາສະເພາະ ແລະ ຈຳ​ກັດ.
  • ທ່ານຍັງສາມາດນຳເອກະສານປະ​ກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍ​ເຈົ້າໜ້າກົງສຸນໃນ​ກາ​ນ​ຕັດ​ສິນ​ກ່ຽວ​ກັບ​ໃບ​ຄຳ​ຮ້ອງ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ.

ຂໍ້​ມູນ​ກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ

ເພື່ອຍື່ນຂໍວີຊາເດີນທາງຜ່ານ ຫຼື ລູກເຮືອ, ທ່ານຕ້ອງຍື່ນ​ເອ​ກະ​ສານ​ດັ່ງ​ຕໍ່​ໄປ​ນີ້:

ນອກຈາກ​ຂໍ້​ມູນ​ຂ້າງ​ເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດ​ສຳພາດທີ່ຢັ້ງ​ຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະ​ກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍ​ເຈົ້າໜ້າກົງສຸນໃນ​ກາ​ນ​ຕັດ​ສິນ​ກ່ຽວ​ກັບ​ໃບ​ຄຳ​ຮ້ອງ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ປະກອບໃບ​ຄຳ​ຮ້ອງຂໍວີຊາເຂົ້າ​ເມືອງຊົ່ວຄາວເອ​ເລັກ​ໂຕ​ຣ​ນິກ (DS-160).

ຂັ້ນຕອນທີ 2

ຊຳລະຄ່າທຳນຽມການ​ຍື່ນ​ຂໍວີຊາ.

ຂັ້ນຕອນທີ 3

ກໍານົດເວລານັດໝາຍສຳ​ພາດໃນເວັບໄຊ໌ນີ້. ທ່ານຕ້ອງສະ​ໜອງຂໍ້ມູນຕໍ່ໄປນີ້ເພື່ອນັດ​ໝາຍ​ສຳ​ພາດຂອງທ່ານ:

  • ໝາຍ​ເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກ​ທີດັ່ງ​ກ່າວ.)
  • ເລກບາ​ໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບ​ຄຳ​ຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4

ໄປທີ່ສະຖານທູດ ຫຼື ກົງສຸນສະຫະລັດອາເມລິກາໃນວັນທີ ແລະ ເວລາທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງ​ຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບ​ທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.

ເອກະສານສະໜັບສະໜູນ

ເອກະສານປະ​ກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່​ກົງ​ສຸນ​ຈະ​ພິ​ຈາ​ລະ​ນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ, ເຈົ້າ​ໜ້າທີ່ກົງສູນຈະ​ເບິ່ງໃບຄຳ​ຮ້ອງ​ຂອງແຕ່ລະຄົນ ແລະ ພິຈາລະນາ​ປັດ​ໃຈ​ດ້ານ​ວິ​ຊາ​ຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິ​ຈາ​ລະ​ນາ​ວັດ​ຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນ​ຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.

ເຖິງແມ່ນວ່າເອກະສານປະ​ກອບ​ອາດຊ່ວຍທ່ານໃນການສຳພາດ, ເຈົ້າໜ້າທີ່ກົງສຸນຈະອີງໃສ່ການສຳພາດເປັນຫຼັກໃນການ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ການຂໍວີ​ຊາຂອງ​ທ່ານ. ເວົ້າ​ອີກ​ແບບ​ໜຶ່ງ​ກໍ​ແມ່ນ​ວ່າ ເອກະສານປະ​ກອບ​ແມ່ນຂຶ້ນ​ກັບຄວາມສະໝັກໃຈຂອງ​ທັງ​ສອງ​ຝ່າຍ ແລະ ມີຄວາມສຳຄັນ​ເປັນຮອງ.

ລະວັງ: ບໍ່​ໃຫ້ຍື່ນເອກະສານປອມ. ການຫຼອກ​ລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່​ໃຫ້​ທ່ານ​ສາ​ມາດ​ຂໍ​ວີ​ຊາ​ອີກ​ໃນ​ຕໍ່​ໜ້າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງ​ທ່ານ, ທ່ານ​ຄວາມ​ນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍ​ໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະ​ຫະ​ລັດອາ​ເມ​ລີກ​າ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.

ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ:

  • ຫຼັກຖານສະແດງລາຍຮັບ, ການ​ຊຳ​ລະອາ​ກອນ, ອະສັງ​ຫາ​ລິ​ມະ​ຊັບ ຫຼື ກຳ​ມະ​ສິດ​ດ້ານ​ທຸ​ລະ​ກິດ, ຫຼື ຊັບສິນ.
  • ຈົດໝາຍຈາກນາຍຈ້າງຂອງທ່ານທີ່ລະ​ບຸລາຍລະອຽດກ່ຽວກັບຕຳແໜ່ງ, ເງິນເດືອນຂອງ​ທ່ານ, ໄລຍະເວລາທີ່ທ່ານ​ໄດ້ເຮັດວຽກໃຫ້, ວັນພັກວຽກ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ຖ້າ​ມີ, ລະ​ບຸຈຸດປະສົງທາງທຸລະກິດ ໃນການເດີນທາງໄປ​ຍັງ ສະຫະລັດອາ​ເມ​ລິ​ກາ​ ຂອງ​ທ່ານ.
  • ຖ້າ​ມີ, ວາ​ລະການເດີນທາງ ແລະ/ຫຼື ຂໍ້ມຸນອື່ນໆກ່ຽວກັບແຜນການເດີນທາງຂອງ​ທ່ານ. (ຂໍ້​ມູນ​ດັ່ງ​ກ່າວ​ສາ​ມາດ​ເປັນ​ພຽງແຜນ​ການ​ກໍ​ໄດ້.)
  • ປື້ມ​ບັນຊີເງິນຝາກປະຢັດ ຫຼື ຫຼັກຖານອື່ນໆທີ່ສະແດງຊັບສິນທີ່ສາມາດ ປ່ຽນເປັນເງິນສົດໄດ້ຊຶ່ງ​ສະ​ແດງເຖິງຍອດໃນບັນຊີ ແລະ ກິດຈະກຳຕ່າງໆ​ໃນບັນຊີຂອງທ່ານ.
  • ສັນ​ຍາ​ເຊົ່າ ຫຼື ສັນ​ຍາ​ມອບ​ສິດອະສັງຫາລິມມະຊັບ.
  • ສຳລັບລູກເຮືອ: ຈົດໝາຍຈາກສຳນັກງານໃຫຍ່ຂອງບໍລິສັດ ແລະ/ຫຼື ປື້ມ​ລູກເຮືອຂອງ​ທ່ານ.

ຂໍ້ມູນເພີ່ມເຕີມ

ສຳລັບຂໍ້ມຸນເພີ່ມເຕີມກ່ຽວກັບ ວີຊາເດີນທາງຜ່ານ ແລະ ວີຊາລູກເຮືອ, ເຂົ້າໄປ​ເບິ່ງທີ່ເວັບໄຊ໌ຂອງ ກະຊວງການຕ່າງປະເທດຂອງ ສະຫະລັດອາ​ເມ​ລິ​ກາ.