ລາຍການປະເພດ NIV
ຢູ່ໃນໜ້ານີ້:
ສະພາບລວມ
ພວກເຮົາຍິນດີຕ້ອນຮັບຜູ້ທີ່ມາຢ້ຽມຢາມສະຫະລັດອາເມລິກາ ໂດຍມີຊາຍແດນທີ່ປອດໄພ ແລະປະຕູທີ່ເປີດຕ້ອນຮັບສະເໝີ. ພົນລະເມືອງການາດາ ແລະ ພົນລະເມືອງຈາກປະເທດອື່ນໆພາຍໃຕ້ ໂຄງການຍົກເວັ້ນວີຊາສາມາດເດີນທາງ ເຂົ້າ ສະຫະລັດອາເມລິກາໂດຍບໍ່ຈຳເປັນຕ້ອງມີວີຊາ ຖ້າພວກເຂົາມີເງື່ອນໄຂຈຳນວນໜຶ່ງ, ຊຶ່ງທ່ານສາມາດອ່ານໄດ້ໃນເວັບໄຊ໌ນີ້.
ວີຊາຄົນເຂົ້າເມືອງຊົ່ວຄາວແບ່ງອອກເປັນຫຼາຍປະເພດສຳລັບຜູ້ຢ້ຽມຢາມຊົ່ວຄາວທີ່ຕ້ອງການເດີນທາງໄປຍັງປະເທດສະຫະລັດອາເມລິກາ ຖ້າຫາກທ່ານບໍ່ແມ່ນ ພົນລະເມືອງຂອງສະຫະລັດ ຫຼື ຜູ້ຢູ່ອາໄສຖາວອນຢ່າງຖືກຕ້ອງກົດໝາຍໃນສະຫະລັດ. ຈຸດປະສົງຂອງການເດີນທາງຂອງທ່ານ ແລະຂໍ້ເທັດຈິງອື່ນໆຈະກໍານົດ ປະເພດຂອງວີຊ່າທີ່ທ່ານຕ້ອງການພາຍໃຕ້ກົດໝາຍວ່າດ້ວຍການກວດຄົນເຂົ້າເມືອງສະຫະລັດ. ມັນສໍາຄັນໃນການມີຂໍ້ມູນກ່ຽວກັບປະເພດວີຊາຄົນເຂົ້າເມືອງຊົ່ວຄາວທີ່ທ່ານຕ້ອງການສໍາລັບການເດີນທາງ, ແລະຂັ້ນຕອນທີ່ຈຳເປັນໃນການຍື່ນຂໍວີຊ່າທີ່່ສະຖານທູດ ຫຼືສະຖານກົງສຸນສະຫະລັດໃນຕ່າງປະເທດ.
ທົບທວນຄືນຕາຕະລາງຂ້າງລຸ່ມເພື່ອກຳນົດປະເພດຂອງວີຊາທີ່ທ່ານຕ້ອງການ. ສຳລັບຂໍ້ມູນລາຍລະອຽດສະເພາະເພີ່ມເຕີມກ່ຽວກັບວີຊາແຕ່ລະປະເພດ, ລວມທັງຂໍ້ມູນກ່ຽວກັບການຍື່ນ ສະໝັກ ແລະອື່ນໆ, ໃຫ້ເລືອກລິ້ງເຊື່ອມຕໍ່ຈາກຖັນປະເພດວີຊາຂ້າງລຸ່ມນີ້.
ຈຸດປະສົງຂອງການເດີນທາງສູ່ປະເທດສະຫະລັດອາເມລິກາ ແລະ ວີຊາຄົນເຂົ້າເມືອງຊົ່ວຄາວ | ປະເພດວີຊາ | ||
---|---|---|---|
ນັກກິລາ, ສິນລະປິນ, ຜູ້ໃຫ້ຄວາມບັນເທີງ | ປະເພດ P | ||
ຄົນງານອົດສະຕຣາລີ - ຜູ້ຊ່ຽວຊານທີ່ມີຄວາມຊໍານານງານພິເສດ | ວີຊາປະເພດ E-3 | ||
ບັດຜ່ານແດນ ປະເທດແມັກຊີໂກ | BCC | ||
ຜູ້ຢ້ຽມຢາມທາງທຸລະກິດ | ວີຊາປະເພດ B-1 | ||
ສະມາຊິກລູກເຮືອ(ທີ່ໃຫ້ບໍລິການເທິງເຮືອທະເລ ຫຼື ເຮືອບິນຢູ່ໃນປະເທດສະຫະລັດອາເມລິກາ | ປະເພດ D | ||
ນັກການທູດ ແລະ ເຈົ້າໜ້າທີ່ຂອງລັດລັດຖະບານຕ່າງປະເທດ | ວີຊາປະເພດ A | ||
ພະນັກງານແມ່ເຮືອນ ຫຼືເອື້ອຍລ້ຽງ(ຈະຕ້ອງຕິດຕາມໂດຍນາຍຈ້າງຕ່າງຊາດ) | ວີຊາປະເພດ B-1 | ||
ພະນັກງານຂອງອົງການລະຫວ່າງປະເທດ ແລະ ອົງການນາໂຕ(NATO) | ວີຊາປະເພດ G1-G5, NATO | ||
ຜູ້ຢ້ຽມຢາມແລກປ່ຽນ | ປະເພດ J | ||
ຜູ້ຢ້ຽມຢາມແລກປ່ຽນ - ໂຄງການອໍແພຣ(au pairs) | ວີຊາປະເພດ J-1 | ||
ຜູ້ຢ້ຽມຢາມແລກປ່ຽນ - ເດັກນ້ອຍ(ອາຍຸຕ່ຳກ່ວາ 21 ປີ ) ຫຼືຄູ່ສົມລົດຂອງຜູ່ທີ່ຖືວີຊາປະເພດ J-1 | ວີຊາປະເພດ J-2 | ||
ຜູ້ຢ້ຽມຢາມແລກປ່ຽນ - ສາດສະດາຈານ, ນັກວິຊາການ, ອາຈານ | ວີຊາປະເພດ J-1 | ||
ຜູ້ຢ້ຽມຢາມແລກປ່ຽນ - ວັດທະນະທຳລະຫວ່າງປະເທດ | ວີຊາປະເພດ J, Q | ||
ຄູ່ໝັ້ນ | ວີຊາປະເພດ K-1 | ||
ບຸກຄະລາກອນທະຫານຕ່າງຊາດປະຈຳການຢູ່ໃນປະເທດສະຫະລັດອາເມລິກາ | ວີຊາປະເພດ A-2, NATO1-6 | ||
ຄົນຕ່າງຊາດທີ່ມີຄວາມສາມາດພິເສດດ້ານວິທະຍາສາດ, ສິນລະປະ, ການສຶກສາ, ທຸລະກິດ ຫຼືເປັນນັກກິລາ | ວີຊາປະເພດ O-1 | ||
ຜູ້ຊ່ຽວຊານຕາມຂໍ້ຕົກລົງການຄ້າເສລີ(FTA): ປະເທດຊິລີ | ວີຊາປະເພດ H-1B1 | ||
ຜູ້ຊ່ຽວຊານຕາມຂໍ້ຕົກລົງການຄ້າເສລີ(FTA): ປະເທດສິງກະໂປ | ວີຊາປະເພດ H-1B1 | ||
ຜູ້ຕາງໜ້າສື່ຂໍ້ມູນຂ່າວສານ(ສື່ມວນຊົນ, ນັກຂ່າວ) | ປະເພດ I | ||
ພະນັກງານທີ່ຖືກຍົກຍ້າຍສາຂາພາຍໃນບໍລິສັດ | ປະເພດ L | ||
ການປິ່ນປົວທາງການແພດ, ຜູ້ຢ້ຽມຢາມເພື່ອພັກຜ່ອນ | ວີຊາປະເພດ B-2 | ||
ຄົນງານຊ່ຽວຊານຕາມຂໍ້ຕົກລົງການຄ້າເສລີຂອງທະວີບອາເມລິກາເໜືອ(NAFTA): ປະເທດແມັກຊີໂກ, ການາດາ | ປະເພດ TN/T | ||
ພະຍາບານທີ່ເດີນທາງໄປຍັງພື້ນທີ່ທີ່ຂາດຜູ້ຊ່ຽວຊານດ້ານການດູແລຮັັກສາສຸຂະພາບ | ວີຊາປະເພດ H-1C | ||
ນາຍແພດ | ວີຊາປະເພດ J-1, H-1B | ||
ຄົນງານທາງສາສະໜາ | ປະເພດ R | ||
ອາຊີບທີ່ຕ້ອງໃຊ້ຄວາມຊໍານານງານພິເສດໃນສາຂາທີ່ຕ້ອງການຄວາມຊ່ຽວຊານສູງ | ວີຊາປະເພດ H-1B | ||
ນັກຮຽນ - ດ້ານວິຊາການ ແລະ ນັກຮຽນພາສາ | ວີຊາປະເພດ F-1 | ||
ຜູ້ເພິ່ງພາອາໄສທີ່ເປັນນັກຮຽນ - ຜູ້ເພິ່ງພາອາໄສຂອງຜູ້ທີ່ຖືວີຊາ F-1 | ວີຊາປະເພດ F-2 | ||
ນັກຮຽນ – ດ້ານວິຊາຊີບ | ວີຊາປະເພດ M-1 | ||
ຜູ້ເພິ່ງພາອາໄສທີ່ເປັນນັກຮຽນ - ຜູ້ເພິ່ງພາອາໄສຂອງຜູ້ທີ່ຖືວີຊາ M-1 | ວີຊາປະເພດ M-2 | ||
ຄົນງານຊົ່ວຄາວ - ຄົນງານກະສິກໍາຕາມລະດູການ | ວີຊາປະເພດ H-2A | ||
ຄົນງານຊົ່ວຄາວ – ທີ່ບໍ່ແມ່ນງານກະສິກຳ | ວີຊາປະເພດ H-2B | ||
ການທ່ອງທ່ຽວ, ການລາພັກຮ້ອນ, ຜູ້ຢ້ຽມຢາມເພື່ອຄວາມມ່ວນຊື່ນ | ວີຊາປະເພດ B-2 | ||
ການເຝິກອົບຮົມໃນໂຄງການທີ່ໂດຍຕົ້ນຕໍແລ້ວບໍ່ແມ່ນສຳລັບການຈ້າງງານ | ວີຊາປະເພດ H-3 | ||
ນັກລົງທຶນຕາມສົນທິສັນຍາ | ວີຊາປະເພດ E-2 | ||
ນັກທຸລະກິດຕາມສົນທິສັນຍາ | ວີຊາປະເພດ E-1 | ||
ການເດີນທາງຜ່ານປະເທດສະຫະລັດອາເມລິກາ | ວີຊາປະເພດ C | ||
ຜູ້ເຄາະຮ້າຍຂອງການຄ້າມະນຸດ | ວີຊາປະເພດ T-1 | ||
ການຕໍ່ວີຊາຢູ່ໃນປະເທດສະຫະລັດອາເມລິກາ - ວີຊາປະເພດ A, G, ແລະ NATO | ວີຊາປະເພດ A1-2, G1-4, NATO1-6 |