ເລືອກ ທີ່ນີ້ ເພື່ອສຶກສາເພີ່ມເຕີມການປັບປຸງທີ່ສໍາຄັນກ່ຽວກັບເງື່ອນໄຂຍົກເວັ້ນການສໍາພາດສໍາລັບຜູ້ຍື່ນຂໍວີຊາຢ້ຽມຢາມບາງຄົນ.
ໃບຮັບເງິນທັງໝົດສຳລັບການຈ່າຍຄ່າທຳນຽມວີຊາ (MRV) ທີ່ຈ່າຍກ່ອນໃນວັນທີ 1 ຕຸລາ 2022 ຈະໝົດອາຍຸການນຳໃຊ້ໃນວັນທີ 30 ກັນຍາ 2023 ແລະ ຈະບໍ່ມີການຕໍ່ອາຍຸ. ຜູ້ສະຫມັກຕ້ອງກໍານົດເວລານັດຫມາຍສຳພາດຫຼືຍື່ນຄໍາຮ້ອງໂຄງການຍົກເວັ້ນການສໍາພາດກ່ອນວັນທີ 30 ກັນຍາ 2023ເພື່ອຫຼີກເວັ້ນການຈ່າຍຄ່າໃຫມ່. ກະລຸນາຮັບຊາບວ່າການສໍາພາດຕົວມັນເອງບໍ່ຈໍາເປັນຕ້ອງມີຂຶ້ນກ່ອນວັນທີ 30 ກັນຍາ 2023, ແຕ່ຕ້ອງຖືກບັນທຶກໄວ້ໃນລະບົບເຖິງແມ່ນວ່າມັນຈະເກີດຂຶ້ນພາຍໃນຫຼາຍເດືອນຂ້າງຫນ້າ. ນອກຈາກນັ້ນ, ພວກເຮົາແນະນໍາໃຫ້ຜູ້ສະຫມັກທີ່ໄດ້ຈອງການນັດຫມາຍສໍາພາດທີ່ມີໃບຈ່າຍຄ່າທຳນຽມວີຊາ MRV ທີ່ໄດ້ຈ່າຍກ່ອນວັນທີ 1 ເດືອນຕຸລາປີ 2022, ບໍ່ຄວນພະຍາຍາມປ່ຽນນັດຫມາຍຄືນໃຫມ່ໃນລະບົບຕັ້ງແຕ່ວັນທີ 1 ເດືອນຕຸລາປີ 2023ຕໍ່ໄປ, ການເຮັດເຊັ່ນນັ້ນຈະສົ່ງຜົນໃຫ້ເສຍການນັດໝາຍສໍາພາດກ່ອນ ແລະ ຄ່າທຳນຽມວີຊາ MRV. ຜູ້ສະໝັກເຫຼົ່ານີ້ຈະຕ້ອງຈ່າຍຄ່າທຳນຽມວີຊາໃໝ່ ແລະ ຍື່ນຂໍວີຊາໃໝ່.
ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນຈະປ່ຽນອັດຕາແລກປ່ຽນກົງສຸນຈາກ 1USD=20,000LAK ເປັນ 1USD=22,000LAK ນັບແຕ່ວັນທີ 29 ກັນຍາ 2023 ເປັນຕົ້ນໄປ.
ຜູ້ຍື່ນຂໍວີຊາເຂົ້າເມືອງຊົ່ວຄາວທັງໝົດທີ່ຊຳລະຄ່າທຳນຽມການດຳເນີນວີຊາໃນຫຼືຫຼັງຈາກວັນທີ 29 ກັນຍາ 2023 ຈະຕ້ອງຊຳລະຄ່າທຳນຽມຕາມອັດຕາແລກປ່ຽນໃໝ່ແມ່ນ 1USD=22,000LAK.
ຜູ້ສະໝັກທີ່ຊຳລະຄ່າທຳນຽມການດຳເນີນວີຊາໃນອັດຕາແລກປ່ຽນເກົ່າ 1USD=20,000LAK ໃນຫຼືກ່ອນວັນທີ 28 ກັນຍາ 2023 ຍັງສາມາດນຳໃຊ້ໃບຮັບເງິນຈົນຮອດວັນໝົດອາຍຸ.
ຄ່າທຳນຽມການຍື່ນຂໍວີຊາເຂົ້າເມືອງຊົ່ວຄາວທັງໝົດ (ຄ່າທໍານຽມ MRV) ການຊຳລະເງິນໃນ ຫຼືຫຼັງຈາກວັນທີ 1 ຕຸລາ 2022, ໃຊ້ໄດ້ເປັນເວລາ 365 ວັນນັບຈາກວັນທີອອກໃບຮັບເງິນເພື່ອຊໍາລະຄ່າທໍານຽມ MRV. ຜູ້ສະຫມັກຕ້ອງກໍານົດເວລານັດສໍາພາດແລະ ຕໍ່ວີຊາຄືນໃໝ່ໃນລະຫວ່າງໄລຍະເວລາ 365 ວັນນີ້. ກະລຸນາຮັບຊາບວ່າຜູ້ສະໝັກຈະຕ້ອງກຳນົດເວລານັດສຳພາດ ແລະ ຕໍ່ວີຊາຄືນໃໝ່ພາຍໃນໄລຍະເວລາ 365 ວັນເທົ່ານັ້ນ. ບໍ່ມີຂໍ້ກໍານົດການສໍາພາດຕ້ອງເກີດຂຶ້ນໃນໄລຍະ 365 ວັນ. ໃບຮັບເງິນທັງໝົດສໍາລັບການຊຳລະຄ່າທຳນຽມ MRV ທີ່ອອກກ່ອນວັນທີ 1 ຕຸລາ 2022, ແມ່ນຈະໄດ້ຕໍ່ອາຍຸການນໍາໃຊ້ຈົນຮອດວັນທີ 30 ກັນຍາ 2023, ແລະຍັງຄົງໃຊ້ໄດ້ຈົນເຖິງວັນທີນີ້.
ເພື່ອຮັບຮູ້ບັນດາຂໍ້ມູນການຈຳກັດການຕ່າງໆດ້ານເດີ່ນທາງຂອງໂຄງການຍົກເວັ້ນວີຊາ, ລວມມີຄວາມຕ້ອງການກ່ຽວກັບປັດສະປອດເອເຫຼັກໂຕນິກ ກະລຸນາເຂົ້າເບີງໃນເວບ https://travel.state.gov/content/travel/en/us-visas/tourism-visit/visa-waiver-program.html.
![Original photography courtesy www.manuelaviles.com Mount Rushmore - South Dakota](/images/mt_rushmore.jpg)
ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ໌ບໍລິການ ການຍື່ນຂໍວີຊາສໍາລັບ ປະເທດລາວ. ໃນເວັບໄຊ໌ນີ້, ທ່ານສາມາດຊອກຫາຂໍ້ມູນກ່ຽວກັບວີຊາເຂົ້າເມືອງຊົ່ວຄາວ ແລະ ວີຊາເຂົ້າເມືອງຖາວອນຂອງ ສະຫະລັດອາເມລິກາ ແລະ ເງື່ອນໄຂໃນການຍື່ນຂໍວີຊາສຳລັບວີຊາແຕ່ລະປະເພດ. ທ່ານຍັງສາມາດຮຽນຮູ້ວິທີຊຳລະຄ່າທຳນຽມຍື່ນຂໍວີຊາ ແລະ ຈອງການນັດສຳພາດທີ່ສະຖານທູດສະຫະລັດ ທີ່ວຽງຈັນ.
ເວັບໄຊ໌ນີ້ ແມ່ນເວັບໄຊ໌ທາງການທີ່ສະໜອງຂໍ້ມູນ ກ່ຽວກັບການຍື່ນຂໍວີຊາ ຂອງສຳນັກງານການທູດຂອງ ສະຫະລັດອາເມລິກາ ປະຈຳ ລາວ.
ຂໍ້ມູນ ກ່ຽວກັບ ວີຊາຄົນເຂົ້າເມືອງຊົ່ວຄາວ
- ປະເພດວີຊາ
- ຄ່າທຳນຽມວີຊາ
- ທະນາຄານ ແລະ ວິທີການຈ່າຍເງິນ
- ຂໍ້ມູນກ່ຽວກັບໃບຄຳຮ້ອງ DS-160
- ເວລາລໍຖ້າການນັດໝາຍ
- ຮູບ ແລະ ລາຍມື
- ໂຄງການຍົກເວັ້ນວີຊາ
ການຍື່ນ ໃບຄຳຮ້ອງຂໍ ວີຊາຄົນເຂົ້າເມືອງຊົ່ວຄາວ
- ຍື່ນຂໍວີຊາ
- ຈ່າຍຄ່າທໍານຽມວີຊາຂອງຂ້ອຍ
- ປະກອບແບບຟອມ DS-160 ຂອງທ່ານ
- ຈອງການນັດສຳພາດຂອງທ່ານ
- ຕິດຕາມໜັງສືຜ່ານແດນຂອງຂ້ອຍ
- ກຳນົດນັດໝາຍ ສຳພາດ ແບບຮີບດ່ວນ
- ການຕໍ່ວີຊາຂອງຂ້ອຍຄືນໃໝ່
- ໃບຄໍາຮ້ອງທີ່ຖືກປະຕິເສດ ພາຍໃຕ້ກົດໝາຍວ່າດ້ວຍຄົນເຂົ້າເມືອງ ແລະສັນຊາດ (INA)221(g)